20 February 2017

“Quick, Draw!” ສຸດຍອດເກມແຕ້ມຮູບ ໃນຍຸກຂອງຫຸ່ນຍົນ



     ບໍລິສັດ ຍັກໃຫຍ່ Google ໄດ້ເປີດປະສົບການໃໝ່ກັບການແຕ້ມຮູບທີ່ບໍ່ທໍາມະດາ ເຊິ່ງຈະເຮັດໃຫ້ຄົນເຮົາໄດ້ແຕ້ມຮູບແບບໃກ້ຊິດກັບປັນຍາປະດິດ (AI) ຈາກ Google ນີ້ເອງ, ເຊິ່ງ Google ໄດ້ມີການເປີດຕົວ Web ເກມ “Quick, Draw” ທີ່ເຮັດໃຫ້ທຸກຄົນມາທົດສອບທັກສະໃນການແຕ້ມຮູບ ເຊິ່ງເຮົາບໍ່ຈໍາເປັນຕ້ອງແຕ້ມຮູບງາມ ແຕ່ຈະເນັ້ນການແຕ້ມຮູບທີ່ສາມາດໃຫ້ Google ເຂົ້າໃຈ ແລະ ສາມາດເດົາໄດ້ວ່າສິ່ງທີ່ເຮົາກໍາລັງແຕ້ມຢູ່ນັ້ນ ແມ່ນຮູບຫຍັງ ?
“ເກມນີ້ຕ້ອງໃຊ້ຈິນຕະນາການສູງ ບວກກັບຄວາມຮູ້ດ້ານຄໍາສັບພາສາອັງກິດເລັກນ້ອຍຫາຫຼາຍ”

ປລ. ຖ້າຄິດວ່າເຈົ້າແຕ້ມຮູບໄດ້ເຈ໋ງທີ່ສຸດ ເຮົາລອງມາຫຼີ້ນໄປພ້ອມໆກັນ ຮ່າຮ່າ



ເຂົ້າຕາມລິ້ງນີ້ເລີຍ Quick, Draw ! ຈາກນັ້ນເຮົາຈະເຂົ້າສູ່ Web ເກມ ແລ້ວເລີ່ມແຕ້ມກັນເລີຍ 

“ ກົດ Let’s Draw ! ” ເຊິ່ງໂຈດໃນເກມຈະມີທັງໝົດຢູ່ 6 ພາບ ( ຈະມີການສຸ່ມເອົາໂຈດທີ່ບໍ່ຊໍ້າກັນ ) ໂດຍໃນແຕ່ລະພາບຈະໃຊ້ເວລາພຽງ 20 ວິນາທີເທົ່ານັ້ນ.

Let's Draw !


       ຈາກໂຈດທໍາອິດ ແມ່ນ "Radio" ແປວ່າ ວິທະຍຸ ເຊິ່ງອັນນີ້ແຫຼະ ນອກຈາກທີ່ເຮົາຈະມີທັກສະໃນການແຕ້ມແລ້ວ ເຮົາຍັງໄດ້ຮຽນຮູ້ຄໍາສັບພາສາອັງກິດໄປໃນໂຕອີກ - ຖ້າເຮົາແປຜິດ ເຮົາກໍ່ຈະແຕ້ມຜິດຄືກັນ ຫະຫະ ( ໃຊ້ຄວາມຮູ້ ແລະ ຈິນຕະການລ້ວນໆ... )  ດ້ວຍຈິນຕະນາການ ແລະ ທັກສະໃນການແຕ້ມຂອງຂ້ອຍ ຈະຂໍໂຊຝີມືໃຫ້ແກ່ທຸກທ່ານໄດ້ເຫັນ ວ່າໂຈດນີ້ມັນ ໂຈດໝູ ໝູ ຫຸຫຸ

     ກົດໄປທີ່ Got It ! ເພື່ອເລີ່ມແຕ້ມເລີຍ



     ເຮົາຈະເຫັນເປັນພື້ນທີ່ວ່າງໆ ຄ້າຍກັບກະດາດສີຂາວ ທີ່ຈະໃຫ້ເຮົາແຕ້ມໃນນີ້ເລີຍ !


ສໍາເລັດ ! ນີ້ແຫລະຮູບແຕ້ມລະດັບເທບຂອງຂ້ອຍ "ວິທະຍຸ" ໄດ້ສໍາເລັດແລ້ວ ແລະ ຍັງໄດ້ເຮັດໃຫ້ Google ເຂົ້າໃຈອີກວ່າຮູບນີ້ແມ່ນຮູບວິທະຍຸ.   ມັນສຸດຍອດໄປເລີຍ ຫະຫະ

ມະ ! ເຮົາມາຕໍ່ໂຈດທີ 2 ກັນເລີຍ...

ໂຈດງ່າຍໆນີ້ຄື "Pool" ແປວ່າ "ສະນໍ້າ"  ມັ້ງ !



ແນ່ນອນວ່າ ດ້ວຍທັກສະໃນການແຕ້ມຂອງຂ້ອຍແລ້ວ ກໍ່ເຮັດໃຫ້ຂ້ອຍສາມາດຜ່ານໂຈດນີ້ໄດ້ຢ່າງງ່າຍດາຍ ( ໄອ້ເກັ່ງງງ... )

 ເຮົາມາຕໍ່ໂຈດທີ 3 ກັນເລີຍ...


ໂຈດງ່າຍໆນີ້ຄື "Dog" ແປວ່າ "ໝາ"


ຢ່າງທີ່ຮູ້ໆກັນຢູ່ ວ່າມັນເປັນໂຈດທີ່ງ່າຍຫຼາຍ " ໂຈດໝາໆ ! "

 ຕໍ່ໂຈດທີ 4 ກັນເລີຍ...


ໂຈດງ່າຍຕໍ່ມາຄື "Hexagon" ແປວ່າ "ຮູບຫົກຫຼ່ຽມ"


ງ່າຍເກີ້ນນນນ .....

 ມາຕໍ່ໂຈດທີ 5 ກັນເລີຍ !


ໂຈດງ່າຍຕໍ່ມາຄື "Birthday Cake" ແປວ່າ "ເຄັກວັນເກີດ"


ເທບອະຫຼີ  ຕ້ອງຂໍຍອມຮັບກັບຝີມືຕົນເອງ ຫະຫະ

ມາຕໍ່ໂຈດທີ 6 ກັນເລີຍ...


ມາຮອດໂຈດສຸດທ້າຍແລ້ວ ມັນຄື "Triangle" ແປວ່າ "ຮູບສາມຫຼ່ຽມ"


ຖືວ່າຜ່ານມາໄດ້ແບບ ຊິວໆຫຼາຍ ເມື່ອທຽບກັບຝີມືຂອງຂ້ອຍແລ້ວ.
..........................

ແລະ ຫຼັງຈາກທີ່ເຮົາແຕ້ມໄດ້ໝົດທຸກຮູບແລ້ວ ມັນກໍ່ຈະມີການລວບລວມເອົາຜົນງານທີ່ຜ່ານມາຂອງເຮົາ
ທັງ 6 ພາບ ຂຶ້ນມາລວມກັນຕາມນີ້


Well Drawn !

ເປັນອັນວ່າສໍາເລັດ ຂ້ອຍແຕ້ມຜ່ານໄດ້ 6 ຮູບ , ນັ້ນສະແດງວ່າຝີມືການແຕ້ມຂອງຂ້ອຍບໍ່ທໍາມະດາເລີຍ ຫຸຫຸ
.....................

ນອກຈາກນີ້ ເຮົາຍັງສາມາດກົດເຂົ້າໄປເບິ່ງພາບທີ່ເຮົາແຕ້ມໄດ້ອີກ ເພື່ອເບິ່ງວ່າ ສິ່ງທີເຮົາແຕ້ມນັ້ນ ທາງ Google ໄດ້ເຫັນເປັນຮູບຫຍັງແດ່ ?


ຈາກພາບທີ່ຂ້ອຍແຕ້ມ "ໝາ" ແມ່ນ Google ຍັງໄດ້ທຽບເຫັນວ່າມັນເປັນຮູບ "ມ້າ" ແລະ ຮູບ"ມ້າລາຍ" ນໍາອີກ
---------

ນອກນີ້ Google ກໍ່ໄດ້ແນະນໍາໃຫ້ເຮົາຮູ້ວ່າ ຈາກໂຈດທີ່ Google ໃຫ້ມານັ້ນເຮົາຕ້ອງແຕ້ມແນວໃດແທ້ ທີ່ຈະເຮັດໃຫ້ Google ສາມາດເຂົ້າໃຈໄດ້.


( ຈົບ )

ໂອເຄ ! ເມື່ອອ່ານມາຮອດນີ້ແລ້ວ ເຈົ້າກໍ່ຕ້ອງຢາກໂຊຄວາມເທບໃນການແຕ້ມຂອງເຈົ້າແລ້ວເນາະ

ມະ ! ມາລອງແຕ້ມນໍາກັນ ຕາມລິ້ງນີ້ເລີຍ  Quick, Draw !

ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ