29 March 2017

ແອັບຯ Facebook ອັບເດດໃໝ່ ທີ່ໄດ້ເພີ່ມ Effect ກ້ອງຖ່າຍຮູບ, Share Story ແລະ Direct ຄອມເມັ້ນສົ່ງຂໍ້ຄວາມສຸດເຈ໋ງ




ກ່ອນໜ້ານີ້ Facebook ໄດ່ປ່ອຍຄຸນສົມບັດ Story ສຸດເຈ໋ງໃນແອັບຯຂອງ Facebook ໃຫ້ກັບຜູ້ທີ່ໃຊ້ງານທົ່ວໂລກ, 


"Facebook Story"

ເຊິ່ງຄຸນສົມບັດຂອງ Facebook Story ອາດຈະບໍ່ແມ່ນເລື່ອງທີ່ແປກສຳລັບແອັບຯໃນໂລກຂອງ Social Network, ເຊິ່ງວ່າຈະມີແອັບຯ Instagram, Snapchat ທີ່ໄດ້ມີຄຸນສົມບັດດັ່ງກ່າວມາແຕ່ດົນແລ້ວ
_____________
ລ່າສຸດ ແອັບຯ Facebook ອັບເດດໃໝ່ ທີ່ໄດ້ເພີ່ມ Effect ກ້ອງຖ່າຍຮູບ, Share Story ແລະ Direct ຄອມເມັ້ນສົ່ງຂໍ້ຄວາມສຸດເຈ໋ງ ທີ່ເລີ່ມປ່ອຍໃຫ້ໃຊ້ງານຜ່ານແອັບຯ Facebook ແລ້ວ


ສ່ວນທີ່ເພີ່ມເຂົ້າມາຂອງແອັບຯ Facebook ຈະມີຢູ່ 3 ສ່ວນຫຼັກທີ່ເພີ່ມເຂົ້າມາ ເຊັ່ນ :
....................
 CAMERA    
  

 ຈະເປັນຮູບກ້ອງຖ່າຍຮູບ ເມື່ອກົດເຂົ້າໄປແລ້ວເຮົາຈະສາມາດຖ່າຍຮູບ ຫຼື ອັດວີດີໂອສັ້ນໆ ພ້ອມກັບຕົກແຕ່ງ Effect ຕ່າງໆ ໄດ້ຕາມຕ້ອງການ
 
 

____________
STORY
 

ເປັນສ່ວນທີ່ສະແດງການ Share ເລື່ອງເລົ່າຕ່າງໆ (Story) ຈາກຄົນອື່ນ ຫຼື ເລື່ອງເລົ່າ
ຂອງເຮົາເອງ, ເມື່ອເຮົາ Share ຮູບພາບ ຫຼື ວີດີີໂອຜ່ານ Story ຄົນອື່ນຈະສາມາດເຂົ້າມາເບິ່ງ  ແລະ Direct ຄອມເມັ້ນໄດ້ພາຍໃນ 24 ຊົ່ວໂມງ ຫຼັງຈາກນັ້ນ Story ດັ່ງກ່າວກໍ່ຈະຖືກຊ່ອນໄວ້ໃນໃນ Timeline



____________

DIRECT
 

ເປັນການ Share ຮູບພາບ ຫຼື ວີດີໂອໂດຍກົງໃຫ້ກັບບຸກຄົນທີ່ເຮົາຕ້ອງການໃຫ້ເບິ່ງ Story ຂອງເຮົາພາຍໃນ 24 ຊົ່ວໂມງ ແລະ ຍັງເປັນບ່ອນທີ່ແຈ້ງເຕືອນໃນກໍລະນີທີ່ມີຄົນມາຄອມເມັ້ນ ຫຼື ສົ່ງຂໍ້ຄວາມມາ, ໂດຍສິດການເຂົ້າເບິ່ງຄອມເມັ້ນສະແດງຄວາມເຫັນແມ່ນຂຶ້ນກັບເຈົ້າຂອງ Story ວ່າຈະກຳນົດໃຫ້ໃຜສາມາດເຫັນຄອມເມັ້ນນັ້ນໄດ້ແດ່



____________

( ກ່ອນທີ່ເຮົາຈະ Share Story ເຮົາຍັງສາມາດກຳນົດໄດ້ອີກວ່າເຮົາຕ້ອງການໃຫ້ໃຜເຫັນ Story ເຮົາແດ່ )



ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ