21 September 2017

Apple ໄດ້ປ່ອຍ iOS 11 ໃຫ້ອັບເດດແລ້ວ ພ້ອມກັບລູກຫຼີ້ນທີ່ເຈ໋ງໆ ມີຫຍັງແດ່ ? ແລະ ອຸປະກອນໃດແດ່ທີ່ຮອງຮັບ iOS 11 ?




Apple ໄດ້ປ່ອຍ iOS 11 ໃຫ້ອັບເດດຢ່າງເປັນທາງການ ທີ່ມາພ້ອມກັບລູກຫຼີ້ນໃໝ່ໆ ເຈ໋ງໆ ດັ່ງຕໍ່ໄປນີ້ :

ການອອກແບບໃໝ່ ( Design Change )

ທີ່ເຮົາອາດຈະເຄີຍເຫັນຄ່າວໆກ່ອນໜ້ານີ້ແລ້ວ ໃນການປັບປ່ຽນໜ້າຕາຂອງ iOS 11 ທີ່ໄດ້ປ່ອຍໃຫ້ທົດລອງໃຊ້ ໃນເວີຊັ່ນທົດລອງ ແລະ ມື້ນີ້ເຮົາມາເບິ່ງໃນເວີຊັ່ນເຕັມ ວ່າມີຫຍັງປ່ຽນແປງແດ່

1. Control Center


ນັບໄດ້ວ່າເປັນການປ່ຽນແປງທີ່ເຈ໋ງຫຼາຍ ທີ່ເຮັດໃຫ້ເຮົາສາມາດຕັ້ງຄ່າ ຫຼື ຈັດການປຸ່ມຄວບຄຸມຕ່າງໆເຮັດໃຫ້ເຮົາໃຊ້ງານໄດ້ງ່າຍຂຶ້ນ ແລະ ສະດວກຫຼາຍຂຶ້ນ ຢ່າງເຊັ່ນ : 

ປຸ່ມເປີດ-ປິດ Cellular ( ແຕ່ກ່ອນຕ້ອງເຂົ້າຕັ້ງຄ່າທຸກຄັ້ງເພື່ອເປີດ-ປິດ )
ປຸ່ມ Guided Access
ປຸ່ມ ຫ້າມລົບກວນໃນຂະນະຂັບລົດ 
ປຸ່ມປັບແສງ-ສຽງ 
ແລະ ທີ່ເຈ໋ງໄປກວ່ານັ້ນ ໄດ້ເພີ່ມປຸ່ມບັນທຶກວີດີໂອໜ້າຈໍໄດ້ອີກ ຫຸຫຸ  (ເຊິ່ງໃນເວີຊັ່ນກ່ອນຈະຕ້ອງໄດ້ລົງ Software ເພື່ອບັນທຶກວີດີໂອໜ້າຈໍ ) ແລະ ລວມທັງປຸ່ມຄວບຄຸມຕ່າງໆ  ໂດຍທີ່ເຮົາບໍ່ຈໍາເປັນຕ້ອງເຂົ້າການຕັ້ງຄ່າທຸກຄັ້ງ


ເຊິ່ງເຮົາສາມາດຈັດການກັບປຸ່ມຄວບຄຸມຕ່າງໆໄດ້ອີກ ໂດຍເຂົ້າໄປທີ່ 

Settings > Control Center > Customize Controls    



// ເຮົາສາມາດ ເພີ່ມ-ລົບປຸ່ມຄວບຄຸມຕ່າງໆໄດ້ຕາມຕ້ອງການ





2. Notification ( ໜ້າຈໍ Lock Screen )


ໄດ້ມີການລວມໜ້າຈໍ Lock Screen ກັບລະບົບແຈ້ງເຕືອນ Notification ໄວ້ນໍາກັນ ( ເຊິ່ງເວີຊັ່ນກ່ອນແມ່ນຈະມີການແຍກອອກຈາກກັນ ) ເຊິ່ງເຮົາສາມາດເຂົ້າເຖິງ ລະບົບແຈ້ງເຕືອນ Notification  ໄດ້ຈາກການກົດສະໄລ້ລົງ ແລະ ເຂົ້າເຖິງ Widget ຕ່າງໆ ໂດຍການປັດໄປທາງດ້ານຂວາ ແລະ ປັດໄປດ້ານຊ້າຍເພື່ອນເຂົ້າກ້ອງຖ່າຍຮູບໄດ້ປົກກະຕິ



3. ໜ້າຈໍ Passcode ແລະ Keypad ແບບໃໝ່


ໜ້າຈໍສໍາລັບໃສ່ລະຫັດຜ່ານ Passcode ກໍ່ໄດ້ມີການປັບປ່ຽນໃຫ້ເປັນປຸ່ມກົດແບບວົງມົນສີເທົາ ( ໃນແບບກ່ອນແມ່ນຈະເປັນວົງມົນແບບມີຂອບ ) ແລະ ລວມໄປເຖິງປຸ່ມກົດໂທອອກກໍ່ໄດ້ປ່ຽນຄືກັບ Passcode




4. ຮູບແບບ Icon ໃໝ່


ໄດ້ມີການປ່ຽນຮູບແບບ Icon ຂອງແອັບຯພື້ນຖານທີ່ຕິດມາກັບເຄື່ອງບາງແອັບຯ ເຊັ່ນ : Camera, App Store, Calculator ແລະ Contact ເປັນຕົ້ນ




5. Dock ໃນໜ້າ Home


ຈະສາມາດສັງເກດເຫັນວ່າ iOS 11 ຈະຕັດຊື່ແອັບຯ ທີ່ຢູ່ໃນ Dock ອອກ




6. ປັບປ່ຽນ Font ແລະ ປັບປຸງໜ້າ Setting ໃໝ່

ໄດ້ມີການປັບປ່ຽນ Font ໃຫ້ໜາຂຶ້ນເລັກນ້ອຍ ເພື່ອຄວາມເຂັ້ມຂອງຕົວອັກສອນ ເຊິ່ງເຮົາສາມາດສັງເກດໄດ້ຈາກຊື່ແອັບຯ ແລະ ໜ້າການຕັ້ງຄ່າ Setting ທີ່ໄດ້ມີການເພີ່ມຫົວຂໍ້ໜາໆດ້ານເທິງ ນອກນັ້ນ, ຍັງໄດ້ຈັດເມນູ ແລະ ລູກຫຼີ້ນໃຫ້ຢູ່ເປັນກຸ່ມດຽວກັນ ເພື່ອຄວາມເປັນລະບຽບຫຼາຍຂຶ້ນ




7. ການໃຊ້ງານ Smooth ຂຶ້ນ

ໃນການໃຊ້ງານຕ່າງໆ ໄດ້ມີການປັບຄວາມ Smooth (ເລື່ອນໄຫຼ - ໄຫຼເລື່ອນ ຫະຫະ)  ຢ່າງເຊັ່ນ : ເວລາເປີດໃຊ້ງານແອັບຕ່າງໆ, ການສະຫຼັບໜ້າຈໍໄປມາ ລວມເຖິງການປົດລ໋ອກໜ້າຈໍ

ວີດີໂອ : ການໃຊ້ງານ Smooth ຂຶ້ນ




8. Screen Video Recording


ເຊິ່ງເປັນອີກລູກຫຼີ້ນໜຶ່ງທີ່ໜ້າສົນໃຈຫຼາຍ ທີ່ເຮັດໃຫ້ເຮົາສາມາດບັນທຶກວີດີໂອໜ້າຈໍໂທລະສັບ, ບໍ່ວ່າຈະບັນທຶກຕອນຫຼີ້ນເກມກໍ່ສາມາດບັນທຶກໄດ້ງ່າຍໆເລີຍ ( ໃນເວີຊັ່ນກ່ອນໆແມ່ນຕ້ອງໄດ້ຕິດຕັ້ງ Software ເພີ່ມ ຈິ່ງຈະສາມາດບັນທຶກໄດ້)



9. ໜ້າແອັບຯ Calculator ປັບໜ້າຕາໃໝ່


ໄດ້ມີການປັບປ່ຽນ Icon ໃໝ່ ທີ່ເປັນປຸ່ມແບບວົງມົນ




10. ເພີ່ມແອັບຯຈັດການໄຟລ໌  Files ໃໝ່ເຂົ້າມາ


Apple ໄດ້ເພີ່ມແອັບຯ Files ເຂົ້າມາແທນແອັບຯ iCloud Drive ເພື່ອເຮັດໃຫ້ການໃຊ້ງານສະດວກຂຶ້ນ ແລະ ເພື່ອຈັດລະບຽບຂໍ້ມູນໃຫ້ເປັນລະບຽບຂຶ້ນ, ລວມເຖິງການຈັດການໄຟລ໌, ການສ້າງ Folder ແລະ ທີ່ເຈ໋ງໄປກວ່ານັ້ນຄື ຮອງຮັບການລາກວາງ Drag & Drop ໄດ້ອີກ ( ໃຊ້ກັບເຄື່ອງ iPad ) ແລະ ຍັງສາມາດໃຊ້ງານຮ່ວມກັບ iCloud Drive (ເຊິ່ງແອັບຯ Files ຈະໃຊ້ງານຄ້າຍໆກັບແອັບຯ Finder ໃນເຄື່ອງ Mac ) 




11. ເປີດໃຊ້ງານຟັງຊັ່ນ Type to Siri ເພື່ອພິມຂໍ້ຄວາມສົນທະນາກັບ Siri

Siri ໃນ iOS 11 ໄດ້ເພີ່ມຟັງຊັ່ນ Type to Siri ເຂົ້າມາ ເມື່ອເຮົາເປີດໃຊ້ງານແລ້ວ ຈະຊ່ວຍໃຫ້ເຮົາສາມາດພິມບົດສົນທະນາ ແລະ ສັ່ງໃຫ້ Siri ເຮັດບາງຢ່າງໃນແບບທີ່ເປັນຂໍ້ຄວາມໄດ້

ໂດຍສາມາດເຂົ້າໄປຕັ້ງຄ່າໄດ້ທີ່ 

Settings >General > Accessibility > Siri > Type to Siri





12. Photos

ລະບົບຈື່ຈໍາໃບໜ້າ (Facial Recognition)  ທີ່ສາມາດກວດສອບໃບໜ້າຂອງເຮົາໃນຮູບພາບໄດ້ ແລະ ແຍກຮູບຂອງຄົນໃນຮູບພາບເກັບໄວ້ເປັນແຕ່ລະຮູບ

ວີດີໂອ : Photo




13. Emergency SOS




 iOS 11 ໄດ້ເພີ່ມຟີດເຈີ Emergency SOS ເຂົ້າມາໃໝ່ເພື່ອເປັນຕົວເລືອກໃນການໂທອອກສຸກເສີນ  ເມື່ອເຮົາເປີດໃຊ້ງານ Auto Call ແລ້ວ ເຮົາສາມາດກົດປຸ່ມລ໋ອກໜ້າຈໍດ້ານຂ້າງ ຈໍານວນ 5 ຄັ້ງ ເພື່ອໂທອອກຫາເບີສຸກເສີນທີ່ເຮົາກໍານົດໄວ້ ແລະ ກົດປຸ່ມລ໋ອກໜ້າຈໍດ້ານຂ້າງອີກ 5 ຄັ້ງເພື່ອປິດໃຊ້ງານ

ສາມາດເຂົ້າຕັ້ງຄ່າທີ່

Settings > Emergency SOS > Auto Call > ปรับเป็น On





14.  ແອັບຯ Camera ສາມາດສະແກນ QR Code ໄດ້

ແອັບຯ Camera ສາມາດສະແກນ QR Code ໄດ້ເລີຍ ໂດຍບໍ່ຕ້ອງລົງແອັບຯເພີ່ມເລີຍ ( ເຊິ່ງເປັນຟັງຊັ່ນທີ່ເຈ໋ງຫຼາຍ ) ແລະ ຍັງສາມາດເຂົ້າເຖິງລິ້ງທີ່ເຮົາສະແກນໄດ້ເລີຍ





15. ເມນູ Shut Down 

ເປັນເມນູທີ່ສ້າງຂຶ້ນມາເພື່ອໃຊ້ໃນກໍລະນີ ປຸ່ມ Power ບໍ່ເປັນ ( ມັນອາດຈະຈໍາໃນເປັນບາງເຮົາຕ້ອງໄດ້ໃຊ້ )
ສາມາດເປີດໃຊ້ງານທີ່

Settings > General > Shut Down






16. ການຖ່າຍພາບໜ້າຈໍ Screenshot


ເມື່ອເຮົາຖ່າຍພາບໜ້າຈໍ Screenshot ແລ້ວລະບົບຈະສະແດງຮູບພາບຂະໜາດນ້ອຍຢູ່ດ້ານລຸ່ມ - ຊ້າຍຂອງໜ້າຈໍ ແລະ ເມື່ອເຮົາກົດລົງທີ່ຮູບພາບ ເຮົາກໍ່ຈະສາມາດແກ້ໄຂຮູບພາບກ່ອນ ແລ້ວກໍ່ສາມາດບັນທຶກໄວ້






17. ແອັບຯ Photo ສາມາດເປີດໄຟລ໌ Gif  ໄດ້ແລ້ວ

iOS 11 ສາມາດເປີດໄຟລ໌ທີ່ເປັນ Gif ໄດ້ປົກກະຕິ ເຊິ່ງຖ້າທຽບໃສ່ເວີຊັ່ນກ່ອນນີ້ແມ່ນບໍ່ສາມາດເປີດໄຟລ໌ທີ່ເປັນ Gif ໄດ້


ຈາກທີ່ໄດ້ລອງ Updated ແລ້ວເຫັນວ່າມີລູກຫຼີ້ນເພີ່ມຂຶ້ນຫຼາຍ, ແນະນໍາໃຫ້ອັບເດດເລີຍ

----------------------


ວິທີການອັບເດດ

ວິທີການອັບເດດດ້ວຍຕົນເອງກໍ່ງ່າຍໆເລີຍ 

Settings > General > Software Update 

// ກ່ອນທີ່ຈະອັບເດດ ຢ່າລືມເຊື່ອມຕໍ່ Wifi ເພື່ອອັບເດດ ແລະ ກວດສອບອຸປະກອນທ່ານວ່າຮອງຮັບ iOS 11 ຫຼື ບໍ


-----------------------------------------------------------




ອຸປະກອນທີ່ຮອງຮັບ iOS 11



ຂອບໃຈຂໍ້ມູນທີ່ : MacRumors , Apple

#iOS   #iPhone  @iPad   #Mac  #Apple  #dekit_project
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ