11 October 2016

Tips ! ຕັ້ງ Shutdown Computer ແບບເທ່ໆ ຜ່ານ Command Prompt


    ວິທີຕັ້ງ Shutdown Computer ໃຫ້ປິດເຄື່ອງເອງດ້ວຍວິທີງ່າຍໆ ເທ່ໆໃນແບບຂອງເດັກຄອມ

ຂັ້ນຕອນເລີ່ມຕົ້ນ : ກົດປຸ່ມ Windows + R ທີ່ Keyboard ແລ້ວກົດ OK


ຫຼັງຈາກພິມ cmd ແລ້ວກົດ OK

ກໍ່ຈະເຂົ້າໄປທີ່ໜ້າຕ່າງຂອງ Command Prompt ແລ້ວເຮົາພິມຄຳສັ່ງ shutdown -s -f -t 500


Shutdown   ປິດເຄື່ອງ
// -s   ຄຳສັ່ງປິດ Computer
// -f   ຄຳສັ່ງປິດໂປຼແກຼມທີ່ເປີດໃຊ້ງານຢູ່ ( ເພາະຖ້າບໍ່ໃສ່ -f ຈະເຮັດໃຫ້ໂປຼແກຼມທີ່ເປີດຢູ່ເຕືອນຂຶ້ນມາ ແລະ ເຮັດໃຫ້ Computer ບໍ່ປິດເຄື່ອງ ) 
// -t   ຄຳສັ່ງຕັ້ງເວລາ ທີ່ເຮົາຕ້ອງການໃຫ້ປິດເຄື່ອງ ໂດຍມີຫົວໜ່ວຍເປັນ (ວິນາທີ)
// 500 ຄືເວລາທີ່ຕັ້ງໃຫ້ປິດເຄື່ອງ ເຊິ່ງໝາຍຄວາມວ່າ 500 ວິນາທີ ຫຼື 8 ນາທີນັ້ນເອງ (ຄູນເອົາ)

ເມື່ອເຮົາ ພິມຄຳສັ່ງ shutdown -s -t -f 500 ລົງໄປແລ້ວ ສະແດງວ່າອີກ 500 ວິນາທີ Computer ຂອງເຮົາກໍ່ຈະປິດເຄື່ອງແບບອັດຕະໂນມັດ



ຫຼັງຈາກທີ່ເຮົາກົດ Enter, ລະບົບກໍ່ຈະແຈ້ງເຕື່ອນຂຶ້ນມາວ່າ "Windows will shutdown in 8 minutes" ເຊິ່ງໝາຍຄວາມວ່າ Computer ຂອງເຮົາຈະປິດເຄື່ອງແບບອັດຕະໂນມັດ ໃນ 8 ນາທີ.

ອ້າວວ... ແລ້ວຖ້າກໍລະນີຂ້ອຍປ່ຽນໃຈບໍ່ຢາກໃຫ້ຄອມປິດເອງ ຫຼືວ່າ ຢາກຍົກເລີກ. ຈະເຮັດແນວໃດ ?

ງ່າຍໆ ...! ຖ້າເຮົາຕ້ອງການຍົກເລີກຄຳສັ່ງ Shutdown ກໍ່ໃຫ້ພິມ shutdown -a ລົງໄປ
ຈາກນັ້ນ ກົດ Enter


// -a ຄຳສັ່ງຢຸດ Shutdown

ເມື່ອກົດ Enter ແລ້ວຈະມີແຈ້ງເຕືອນຂຶ້ນມາວ່າ " Logoff is Cancelled "

ພຽງເທົ່ານີ້ ເຮົາກໍ່ສາມາດຍົກເລີກການປິດເຄື່ອງແບບອັດຕະໂນມັດໄດ້ແລ້ວ


ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

08 October 2016

Snip ໂປຼແກຼມຖ່າຍພາບໜ້າຈໍສຸດເຈ໋ງ


ການຖ່າຍພາບໜ້າຈໍສຸດເຈ໋ງ ດ້ວຍໂປຼແກຼມ Snip ຈາກ Microsoft

ເຊິ່ງໃນ Window ເອງກໍ່ຈະມີໂປຼແກຼມຖ່າຍພາບໜ້າຈໍຢູ່ແລ້ວ ຢ່າງເຊັ່ນ ໂປຼແກຼມ Sniping Tool ທີ່ມີມາພ້ອມກັບລະບົບຂອງ Window ເອງ ກໍ່ຖືວ່າເປັນເຄື່ອງມືໃນການຈັບພາບໜ້າຈໍໄດ້ດີເລີຍ, ແຕ່ Microsoft  ຍັງໄດ້ສ້າງໂປຼແກຼມຖ່າຍພາບໜ້າຈໍແບບແຍກກັນອີກ ນັ້ນຄື ໂປຼແກຼມ Snip.

Snip ຄື ?
 Snip ເປັນໂປຼແກຼມຖ່າຍພາບໜ້າຈໍຄອມພິວເຕີ ທີ່ມາພ້ອມກັບ Snip Editor ທີ່ເປັນໂປຼແກຼມແຕ່ງຮູບພື້ນຖານ ແລະ Whiteboard ເຊິ່ງເຮັດໜ້າທີ່ຄືກັບກະດາດຂາວ ທີ່ເຮົາສາມາດຂີດ, ຂຽນໄດ້ຕາມໃຈ ແຕ່ບໍ່ພໍເທົ່ານັ້ນ Snip ຍັງສາມາດບັນທຶກສຽງປະກອບໃສ່ໃນພາບອີກດ້ວຍ. 
 
ຫຼັງຈາກທີ່ເຮົາຕິດຕັ້ງໂປຼແກຼມ Snip ແລ້ວ, ໂປຼແກຼມກໍ່ຈະສະແດງ Tab ຂອງໂປຼແກຼມຢູ່ເທິງໜ້າຈໍຄອມພິວເຕີ  ເມື່ອເຮົາເອົາ Mouse ໄປຊີ້ໃສ່ດ້ານເທິງຂອງໂປຼແກຼມ ກໍ່ຈະມີ ໂປຼແກຼມ Snip ເລື່ອນອອກມາ


Capture  ໃຊ້ສຳລັບຖ່າຍພາບໜ້າຈໍ
Whiteboard  ໃຊ້ສຳລັບຂີດຽນ
Camera  ໃຊ້ສຳລັບເປີດກ້ອງຖ່າຮູບ


ວິທີການໃຊ້ງານກໍ່ງ່າຍໆ ພຽງເຮົາກົດທີ່ Capture ກໍ່ຈະສາມາດຖ່າຍພາບໜ້າຈໍຄອມພິວເຕີ
ຂອງເຮົາ, ເມື່ອກົດຖ່າຍພາບແລ້ວ Snip Editor ກໍ່ຈະປາກົດຂຶ້ນມາໃຫ້ເຮົາສາມາດແຕ່ງຮູບ, ຂີດຂຽນ ໄດ້ທັນທີ




ນອກຈາກທີ່ເຮົາຈະສາມາດຂີດຂຽນໄດ້ແລ້ວ, ເຮົາຍັງສາມາດບັນທິກເປັນວີດີໂອ ໃນຂະນະທີ່ເຮົາກຳລັງຂີດຂຽນ, ແກ້ໄຂຮູບພາບ ໂດຍການກົດທີ່ Record



ເຮົາຈະສາມາດບັນທຶກວີດີໂອ ໃນຂະນະທີ່ເຮົາກໍາລັງແຕ່ງຮູບພາບ ແລະ ຂີດຂຽນໃນຮູບພາບ


 

 ເຄື່ອງມືຕໍ່ມາ Click ທີ່ປຸ່ມ Whiteboard ເພື່ອສ້າງກະດາດຂາວຂຶ້ນມາສຳລັບຂຽນ, ແຕ້ມຮູບຕ່າງໆ



 ນອກຈາກນີ້, ເຮົາຍັງສາມາດຕັ້ງຄ່າ Snip ໃນຮູບແບບທີ່ເຮົາຕ້ອງການ



ຫຼັງຈາກທີ່ເຮົາຕິດຕັ້ງ ໂປຼແກຼມ Snip ແລ້ວ ມັນຈະຕັ້ງປຸ່ມ PrntScr ເປັນຄ່າເລີ່ມຕົ້ນສຳລັບການຖ່າຍພາບໜ້າຈໍ

ດັ່ງນັ້ນ : ເມື່ອເຮົາກົດທີ່ປຸ່ມ PrntScr ມັນກໍ່ຈະຖ່າຍພາບໜ້າຈໍທັນທີ, ແຕ່ຖ້າຫາກເຮົາຕ້ອງການທີ່ຈະປ່ຽນໃຫ້ເປັນປຸ່ມອື່ນ ເຮົາກໍ່ສາມາດເຂົ້າໄປຕັ້ງທີ່ Settings ໄດ້ເລີຍ



































 

 










































ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

03 October 2016

ວິທີຕັ້ງຄ່າໃຫ້ Window ສະແດງນາມສະກຸນຂອງໄຟລ໌



ຢາກສະແດງນາມສະກຸນຂອງໄຟລ໌ຮູບ, ເພັງ, ວີດີໂອຕ່າງໆ ເຮົາຈະຕັ້ງແນວໃດ ?

ນາມສະກຸນໄຟລ໌ ຢ່າງທີ່ເຮົາເຄີຍຮູ້ຈັກ ກໍ່ຈະມີນາມສະກຸນຂອງໄຟລ໌ຮູບ ເຊັ່ນ:  .jpg   .jpeg   .png   .gif   .bmp  ແລະ ນາມສະກຸນໄຟລ໌ວີດີໂອທີ່ເຮົາພົບເຫັນກໍ່ຈະມີ .mp4   .3gp  .avi ເປັນຕົ້ນ.
ໂດຍປົກກະຕິແລ້ວ Window ຂອງເຮົາຈະຕັ້ງຄ່າໃຫ້ບໍ່ສະແດງນາມສະກຸນໄຟລ໌ ບາງຄັ້ງເຮັດໃຫ້ເຮົາບໍ່ຮູ້ເລີຍວ່າ ໄຟລ໌ນັ້ນເປັນໄຟລ໌ຫຍັງ ເຊິ່ງອາດເຮັດໃຫ້ເຮົາຫຼົງໄປຄຼິກຕິດຕັ້ງໂປຼແກຼມໂດຍທີ່ເຮົາບໍ່ໄດ້ຕັ້ງໃຈ

OK ! ເຮົາມາເລີ່ມການຕັ້ງຄ່າໃຫ້ Window ສະແດງນາມສະກຸນຂອງໄຟລ໌ກັນເລີຍ


ຈາກຮູບຂ້າງເທິງເຮົາຈະເຫັນວ່າບໍ່ມີນາມສະກຸນຂອງໄຟລ໌ເລີຍ ແຕ່ວ່າເຮົາກໍ່ຮູ້ວ່າເປັນຮູບ ແຕ່ເຮົາບໍ່ຮູ້ວ່າເປັນຮູບປະເພດໃດແດ່

ຂັ້ນຕອນທຳອິດຄຼິກເລືອກ View -> Options


ຈາກນັ້ນຈະປາກົດໜ້າຕ່າງຂຶ້ນມາແລ້ວເລືອກ Tab View  ຈາກນັ້ນໃຫ້ຄຼິກເອົາເຄື່ອງໝາຍຕິກ ຂອງ Hide extensions for known file types ອອກ ແລ້ວຄຼິກ OK


ພຽງເທົ່ານີ້ ເຮົາກໍ່ຈະເຫັນນາມສະກຸນໄຟລ໌ຕ່າງໆຂອງເຮົາເລີຍວ່າມີໄຟລ໌ປະເພດໃດແດ່


ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ