09 January 2017

Web Browser ແມ່ນຫຍັງ ?


ເວັບບຣາວເຊີ້  ( Web Browser ) ແມ່ນຫຍັງ ແລະ ໃຊ້ໄວ້ເຮັດຫຍັງ ?
    
    ເວັບບຣາວເຊີ້  ( Web Browser ) ຫຼື ໂປຼແກຼມເປີດເວັບໄຊ໌ ເຊິ່ງເປັນໂປຼແກຼມຄອມພິວເຕີ ທີ່ໃຊ້ໃນການເຂົ້າເຖິງຂໍ້ມູນໃນຮູບແບບຂອງເວັບເພສ ແລະ ສາມາດໂຕ້ຕອບກັບຂໍ້ມູນຂ່າວສານຂອງໜ້າເວັບເພສ໌ທີ່ຖືກສ້າງດ້ວຍພາສາສະເພາະ ເຊັ່ນ : ພາສາ HTML, ພາສາ PHP ທີ່ໄດ້ຈັດເກັບໄວ້ລະບົບບໍລິການ ທີ່ເອີ້ນວ່າ : Web Server ຫຼື ລະບົບເກັບຂໍ້ມູນ. Web Browser ກໍ່ປຽບດັ່ງເຄື່ອງມືໃນການຕິດຕໍ່ກັບເຄື່ອຄ່າຍຄອມພິວເຕີຂະໜາດໃຫຍ່ ທີ່ເອີ້ນວ່າ : www (World Wide Web) ນັ້ນເອງ


"ປະໂຫຍດຂອງ Web browser"

     ໃຊ້ໄວ້ສໍາລັບເປີດເບິ່ງຂໍ້ມູນຕ່າງໆພາຍໃນ Web Server ໄດ້, ມີການສະແດງຜົນຂໍ້ມູນ ໃນຮູບແບບຂອງ ຂໍ້ຄວາມ, ຮູບພາບ ແລະ ສື່ມີເດຍຕ່າງໆ ທີ່ເຮັດໃຫ້ການເຂົ້າເບິ່ງຂໍ້ມູນຂ່າວສານນ່າສົນໃຈຫຼາຍຂຶ້ນ.

ເວັບບຣາວເຊີ້ ( Web Browser ) ທີ່ນິຍົມໃຊ້ກັນຫຼາຍໃນປັດຈຸບັນປະກອບມີ :
1. Google Chrome
2. Mozilla Firefox
3. Internet Explorer
4. Safari
5. Opera

"ສະຖິຕິຂອງການໃຊ້ງານ"
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ