12 January 2017

ວິທີຫຍໍ້ຊື່ URL ໃຫ້ສັ້ນລົງ ໃນແບບຂອງ Google


ເມື່ອເວົ້າເຖິງການຫຍໍ້ຊື່ URL ຂອງເວັບໄຊ໌ທີ່ມີ url ຍາວໆ ສັ້ນລົງໄດ້ນັ້ນມັນສຸດເຈ໋ງທີ່ສຸດ ເພື່ອຄວາມສະດວກໃນການແຊຣ໌ເວັບໄຊ໌ຜ່ານທາງ Social Media ຕ່າງໆ ເຊັ່ນ : Instagram ແລະ Twitter ທີ່ໄດ້ມີການຈໍາກັດຕົວອັກສອນໃນການໂພສ
------------

" ວິທີການຫຍໍ້ຊື່ URL ໃຫ້ສັ້ນລົງດ້ວຍວິທີງ່າຍໆ "


Google ໄດ້ປ່ອຍເຄື່ອງມື "Google url Shortener"  ເຊິ່ງເປັນເຄື່ອງມືໃນການຫຍໍ້ URL ໃຫ້ສັ້ນລົງເພື່ອງ່າຍຕໍ່ການນໍາໄປແຊຣ໌ຕໍ່

ຕາມລິ້ງນີ້ເລີຍ : " www.goo.gl "

-----------

ຂັ້ນຕອນຕໍ່ມາເຮົາກໍ່ພຽງແຕ່ເຂົ້າ Copy URL ຈາກເວັບໄຊ໌ຂອງເຮົາ
ລິ້ງຕົວຢ່າງ : http://dekitproject.blogspot.com/2017/04/autodraw-ai_68.html
----------------


----------
ຈາກນັ້ນ ໃຫ້ເຮົານໍາ URL ມາວາງທີ່ເວັບຂອງ  www.goo.gl
------------------------

--------
ກົດທີ່ປຸ່ມ SHORTEN URL
--------------

---------------

ເມື່ອເຮົາກົດ Shorten url ລະບົບກໍ່ຈະຫຍໍ້ url ທີ່ຍາວໃຫ້ສັ້ນລົງໃນພິບຕາ

---------


-----------
ຈາກນັ້ນ ໃຫ້ເຮົາ Copy Short URL ສັ້ນໆໄປໃຊ້ງານໄດ້ເລີຍ
ລິ້ງທີ່ຫຍໍ້ໃຫ້ສັ້ນລົງ : https://goo.gl/D8IKhF
-------


ລິ້ງທີ່ເຮົາຕ້ອງການຫຍໍ້ : http://dekitproject.blogspot.com/2017/04/autodraw-ai_68.html

ລິ້ງທີ່ຫຍໍ້ສໍາເລັດແລ້ວ : https://goo.gl/D8IKhF
-------

" ສັງເກດເຫັນວ່າລິ້ງ url ມັນຈະປ່ຽນໄປ,  ແຕ່ວ່າລິ້ງທັງສອງແມ່ນຈະເຂົ້າສູ່ໜ້າເວັບໄຊ໌ອັນດຽວກັນ "



ເພີ່ມຕື່ມ : 
ຖ້າຫາກວ່າເຮົາ Sign in ໂດຍໃຊ້ Google Account ແລ້ວກໍ່ຈະສະແດງລິ້ງ URL ຕ່າງໆທີ່ເຮົາໄດ້ຫຍໍ້ໄວ້ນັ້ນຂຶ້ນມາໃນລາຍການຂອງເຮົາ
-------------
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

09 January 2017

Web Browser ແມ່ນຫຍັງ ?


ເວັບບຣາວເຊີ້  ( Web Browser ) ແມ່ນຫຍັງ ແລະ ໃຊ້ໄວ້ເຮັດຫຍັງ ?
    
    ເວັບບຣາວເຊີ້  ( Web Browser ) ຫຼື ໂປຼແກຼມເປີດເວັບໄຊ໌ ເຊິ່ງເປັນໂປຼແກຼມຄອມພິວເຕີ ທີ່ໃຊ້ໃນການເຂົ້າເຖິງຂໍ້ມູນໃນຮູບແບບຂອງເວັບເພສ ແລະ ສາມາດໂຕ້ຕອບກັບຂໍ້ມູນຂ່າວສານຂອງໜ້າເວັບເພສ໌ທີ່ຖືກສ້າງດ້ວຍພາສາສະເພາະ ເຊັ່ນ : ພາສາ HTML, ພາສາ PHP ທີ່ໄດ້ຈັດເກັບໄວ້ລະບົບບໍລິການ ທີ່ເອີ້ນວ່າ : Web Server ຫຼື ລະບົບເກັບຂໍ້ມູນ. Web Browser ກໍ່ປຽບດັ່ງເຄື່ອງມືໃນການຕິດຕໍ່ກັບເຄື່ອຄ່າຍຄອມພິວເຕີຂະໜາດໃຫຍ່ ທີ່ເອີ້ນວ່າ : www (World Wide Web) ນັ້ນເອງ


"ປະໂຫຍດຂອງ Web browser"

     ໃຊ້ໄວ້ສໍາລັບເປີດເບິ່ງຂໍ້ມູນຕ່າງໆພາຍໃນ Web Server ໄດ້, ມີການສະແດງຜົນຂໍ້ມູນ ໃນຮູບແບບຂອງ ຂໍ້ຄວາມ, ຮູບພາບ ແລະ ສື່ມີເດຍຕ່າງໆ ທີ່ເຮັດໃຫ້ການເຂົ້າເບິ່ງຂໍ້ມູນຂ່າວສານນ່າສົນໃຈຫຼາຍຂຶ້ນ.

ເວັບບຣາວເຊີ້ ( Web Browser ) ທີ່ນິຍົມໃຊ້ກັນຫຼາຍໃນປັດຈຸບັນປະກອບມີ :
1. Google Chrome
2. Mozilla Firefox
3. Internet Explorer
4. Safari
5. Opera

"ສະຖິຕິຂອງການໃຊ້ງານ"
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

02 January 2017

ວິທີຕັ້ງຄ່າ ກົດ Follow (ຕິດຕາມ) ໃນ Facebook ບໍ່ໃຫ້ໝູ່ເພຶ່ອນເຫັນວ່າເຮົາຫື່ນ



          ສໍາລັບຄົນທີ່ຫຼິ້ນ Facebook ອາດຈະເຄີຍພົບບັນຫາທີ່ວ່າເວລາເຮົາກົດ Add ຫຼຶວ່າ ກົດ Follow ສາວງາມ, ດາລາ, ນາງແບບ, ເນັດໄອດໍ່, ເພສ 18+ ແລະ ອື່ນໆນາໆ ມັກຈະເຫັນໝູ່ເພື່ອນເຮົາມາເຢິ້ຍຕະຫຼອດ (ເລີຍຄິດໃນໃຈ...ເອະ!! ມັນຄືຮູ້ວ່າເຮົາກົດຕິດຕາມສາວ xxx ) ຫະຫະ
--------------

"ວິທີການຕັ້ງຄ່າ ກົດ Following ບໍ່ໃຫ້ໝູ່ເພືອນຮູ້ວ່າເຮົາຫື່ນ"


  • ການຕັ້ງຄ່າສໍາລັບໃນຄອມພິວເຕີ
Step 1 : ເຂົ້າໄປທີ່ Timeline ຂອງເຮົາ ແລ້ວເລືອກເພື່ອນ "Friends"

---------------

Step 2 : ເຂົ້າໄປທີ່ການຕັ້ງຄ່າຄວາມເປັນສ່ວນຕົວ "Edit Privacy"

--------------

Step 3 : ໄປທີ່ເມນູ Following ແລ້ວເລືອກສະເພາະຂ້ອຍ "Only me"



--------------

Step 4 : ຈາກນັ້ນກົດ Done! ພຽງເທົ່ານີ້ກໍ່ເປັນອັນສໍາເລັດແລ້ວ



-------------------
++++++++

  • ການຕັ້ງຄ່າສໍາລັບໃນໂທລະສັບ
Step 1 : ເຂົ້າໄປທີ່ "Settings" ໃນເມນູຕັ້ງຄ່າ Facebook ຂອງເຮົາ

------------

Step 2 : ເລືອກເມນູ "Account Settings"


------------

Step 3 : ເລືອກເມນູ "Privacy"


--------------

Step 4 : ເລືອກເມນູ "Who can see the people, Pages and lists you follow ?"

s
------------------

Step 5 : ຈາກນັ້ນໃຫ້ເລືອກ "Only me" ພຽງເທົ່ານີ້ກໍ່ສໍາເລັດແລ້ວ

--------------
++++++
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ