13 December 2016

ວິທີ Download Clip Video ຈາກ Facebook

     ຫຼາຍຄົນອາດຈະເຄີຍພົບບັນຫາ ເບິ່ງ Video ໃນ Facebook ແລ້ວຢາກໂຫລດມາເກັບໄວ້ເບິ່ງ ແຕ່ມັນບໍ່ມີປຸ່ມໃຫ້ດາວໂຫລດ, ເຊິ່ງເຮົາມີວິທີງ່າຍໆ  ( ສະເພາະໃນ Computer ) ທີ່ເຮົາສາມາດໂຫລດວີດີໂອນັ້ນໄວ້ເບິ່ງເອງ

ຂັ້ນຕອນ 1 :  
ເປີດ Web Browser ຂຶ້ນມາ ແລ້ວກໍ່ເຂົ້າ Facebook ປົກກະຕິ > ຈາກນັ້ນ ເຂົ້າ Video ທີ່ເຮົາຕ້ອງການຈະໂຫລດ

ຂັ້ນຕອນ 2 : 
ລຶບ WWW ທີ່ຢູ່ຊ່ອງ URL ອອກ, ແລ້ວພິມອັກສອນ m ໃສ່ແທນ ຈາກນັ້ນໃຫ້ກົດ Enter  ໄດ້ເລີຍ (ດັ່ງຮູບ)

ເມື່ອເຮົາ ກົດ Enter ໜ້າເວັບກໍ່ຈະສະແດງໜ້າວີດີໂອຂອງເຮົາຄືເກົ່າ 
ແຕ່ວ່າ, ເຮົາຈະສາມາດ Download Video ໄດ້ແລ້ວເມື່ອເຮົາປະຕິບັດຕາມຂັ້ນຕອນຕໍ່ໄປ

ຂັ້ນຕອນ 3 : 
ກົດ Play ວີດີໂອ >> ຄລິກຂວາທີ່ບໍລິເວນວີດີໂອ ກໍ່ຈະມີເມນູອອກມາໃຫ້ເຮົາເລືອກ ( ຕ້ອງກົດ Play ກ່ອນ ) ຈາກນັ້ນ ໃຫ້ເຮົາເລືອກ Save Video As...

ຫຼັງຈາກທີ່ໄດ້ກົດ Save Video As... ກໍ່ຈະປາກົດໜ້າຕ່າງອອກມາໃຫ້ເຮົາເລືອກບ່ອນເກັບ Video (ດັ່ງຮູບ)

ຈາກນັ້ນ ໃຫ້ເລືອກບ່ອນທີ່ເຮົາຕ້ອງ Save Video >> ກົດ Save ແລ້ວລໍຖ້າໃຫ້ມັນດາວໂຫລດສໍາເລັດ ກໍ່ເປັນອັນສໍາເລັດແລ້ວ, ພຽງເທົ່ານີ້ ເຮົາກໍ່ຈະສາມາດ Save ວີດີໂອໄວ້ເບິ່ງຍາມເຫງົາແລ້ວ

#Download  #Clip  #Video  #Facebook  #dekitproject
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

03 November 2016

ການບໍລິຫານເວລາ | T!ME MANAGEMENT

                                     ( ເທັກນິກການບໍລິຫານເວລາໃນການເຮັດວຽກ — Time Management )

ເມື່ອເຮົາເວົ້າເຖິງ “ການບໍລິຫານເວລາ” ຂ້ອຍເອງເຊື່ອວ່າທຸກຄົນກໍ່ຕ້ອງໃຫ້ຄວາມສໍາຄັນກັບມັນຢ່າງແນ່ນອນ ເພາະວ່າ “ການບໍລິຫານເວລາ” ແມ່ນມີຄວາມສໍາຄັນຫຼາຍບໍ່ວ່າຈະເປັນການໃຊ້ເວລາໃນການເຮັດວຽກ ຫຼື ການໃຊ້ຊີວິດ.
ເຊິ່ງໃນເມື່ອກ່ອນ ຂ້ອຍເອງກໍ່ເປັນຜູ້ໜຶ່ງທີ່ໃຊ້ເວລາໄປກັບສິ່ງທີ່ບໍ່ຈໍາເປັນ ແລະ ບໍ່ເປັນປະໂຫຍດພໍສົມຄວນ

ຈົນເຮັດໃຫ້ຂ້ອຍໄດ້ກັບມາຖາມໂຕຂ້ອຍເອງວ່າ ການໃຊ້ເວລາໃຫ້ເປັນປະໂຫຍດນັ້ນມັນແມ່ນແນວໃດກັນແທ້ ?

ຈາກນັ້ນ ຂ້ອຍກໍ່ໄດ້ Search ໄປຖາມລຸງ Google ຂອງຂ້ອຍ ແລະ ຍັງໄດ້ VDO Call ໄປຖາມສະຫາຍທູບ (You Tube) ກ່ຽວກັບການບໍລິຫານເວລາທີ່ມີປະສິດທິພາບນັ້ນຕ້ອງເຮັດແນວໃດ (ແນ່ນອນວ່າແຫຼ່ງຂໍ້ມູນນັ້ນມີຫຼາຍໂພດ ຈົນບໍ່ຮູ້ຊິເບິ່ງໂຕໃດ) ແລະແລ້ວມື້ໜຶ່ງຂ້ອຍກໍ່ໂຊກດີທີ່ໄດ້ຮັບຄໍາແນະນໍາຈາກຫົວໜ້າຄົນໜຶ່ງ (ບໍ່ຂໍລະບຸຊື່) ກ່ຽວກັບການໃຊ້ເວລາ ຫຼື ການບໍລິຫານເວລາແນວໃຫ້ເກີດປະໂຫຍດທີ່ສຸດ ແລະ ມີປະສິດທິພາບທີ່ສຸດ ເຊິ່ງວ່າເພິ່ນກໍ່ໄດ້ອະທິບາຍກ່ຽວກັບຄວາມສໍາຄັນຂອງການບໍລິຫານເວລາໃຫ້ກັບຂ້ອຍ ແລະ ຍັງໄດ້ຍົກຕົວຢ່າງຈາກສິ່ງໃກ້ໆຕົວຂ້ອຍທີ່ເຮັດໃຫ້ຂ້ອຍເຂົ້າໃຈໄດ້ງ່າຍຂຶ້ນ (ງານນີ້ຕ້ອງຂໍຂອບໃຈມາຍັງທ່ານຜູ້ນັ້ນ ເອ່ໆເນີ້… ) ທີ່ເຮັດໃຫ້ຂ້ອຍໄດ້ຮູ້ຄວາມໝາຍ ແລະ ຄວາມສໍາຄັນຂອງເວລາ (TIME) ຫຼາຍຂຶ້ນ, ແຕ່ກໍ່ບໍ່ແມ່ນວ່າຂ້ອຍຈະບໍລິຫານເວລາໄດ້ຂັ້ນເທບແລ້ວ ເພາະໃນບາງຄັ້ງຂ້ອຍກໍ່ຍັງໄດ້ເຜີໃຈໄປກັບສິ່ງທີ່ບໍ່ຈໍາເປັນພໍສົມຄວນ ຫຸຫຸ

ສະນັ້ນ, ຂ້ອຍກໍ່ຈະຂໍເອົາໂອກາດນີ້, ມື້ນີ້, ຊົ່ວໂມງນີ້, ນາທີນີ້ ແລະ ວິນາທີນີ້ ມາແຊ໌ປະສົບການເລັກນ້ອຍກ່ຽວກັບການບໍລິການເວລາໃນການເຮັດວຽກ
ມະ ! ເຮົາມາເລີ່ມກັນເລີຍເນາະ

ການບໍລິຫານເວລາທີ່ດີໃນການເຮັດວຽກຕ້ອງເຮັດແນວໃດ ?

ຢ່າງທີ່ພວກເຮົາຮູ້ໆກັນຢູ່ວ່າໃນມື້ໜຶ່ງທຸກຄົນນັ້ນມີເວລາເທົ່າກັນ ຄື 24ຊົ່ວໂມງ ເທົ່ານັ້ນ ບໍ່ວ່າຈະເປັນ ເດັກນ້ອຍ, ນັກຮຽນ, ນັກສຶກສາ, ຄູອາຈານ, ທະຫານ, ຕໍາຫຼວດ, ທ່ານໝໍ ລວມໄປເຖິງເຈົ້າຂອງທຸລະກິດ, ພະນັກງານລັດ, ພະນັກງານເອກະຊົນ… (ທີ່ລະບຸມາທັງໝົດນີ້ ເພື່ອ!!! ຫະຫະ )… ລ້ວນແລ້ວແຕ່ມີເວລາ 24ຊົ່ວໂມງ ເທົ່າກັນໝົດ ພຽງແຕ່ວ່າແຕ່ລະຄົນຈະສາມາດໃຊ້ເວລາ 24ຊົ່ວໂມງ ນັ້ນໃຫ້ເກີດປະໂຫຍດໃຫ້ກັບເຮົາ, ກັບຄອບຄົວ ແລະ ອົງກອນຫຼາຍໜ້ອຍສໍ່າໃດ.

ເວລາ (TIME) ກໍ່ຄືກັບຊີວິດ ຖ້າໃຊ້ຊີວິດໄປວັນໆກໍ່ເທົ່າກັບວ່າເຮົາເສຍເວລາຖິ້ມໄປລ້າໆ, ແຕ່ຖ້າເຮົາໃຊ້ເວລາທີ່ມີຄຸນຄ່າ ກໍ່ເທົ່າກັບວ່າເຮົາໃຊ້ຊີວິດຢ່າງມີຄວາມໝາຍນັ້ນເອງ.

ເຊິ່ງການບໍລິຫານເວລາກໍ່ຄືກັບ “ການວາງແຜນ” ເພາະວ່າການວາງແຜນເປັນຫຼັກການສໍາຄັນຂອງການເຮັດວຽກ ຈຶ່ງເຮັດໃຫ້ຕ້ອງມີການກໍານົດເປົ້າໝາຍ ຄືການກໍານົດວ່າແຕ່ລະມື້ເຮົາຈະເຮັດຫຍັງ ຈາກປະສົບການທີ່ເຄີຍເຮັດມາແມ່ນຂ້ອຍຈະເຮັດເປັນ To Do List 1, 2, 3 ,4 ……ຕາມລໍາດັບເລີຍ ວ່າມື້ນີ້ມີຫຍັງແດ່ທີ່ຂ້ອຍຈະຕ້ອງເຮັດ ແລະ ຕ້ອງເຮັດໃຫ້ສໍາເລັດພາຍໃນມື້ດຽວ.

ອ່າວ… ແລ້ວຖ້າຫາກມື້ນັ້ນມີວຽກຫຼາຍ ທີ່ຈະຕ້ອງເຮັດເດ ເຈົ້າຊິເຮັດແລ້ວໝົດທຸກອັນບໍ ?

+ ອ່າາາາ…(ຢຸດຫາຍໃຈ 2 ວິ)

ມັນກໍ່ແມ່ນຫັ່ນແຫລະເນາະ ວ່າເຮົາຈະເຮັດມັນແລ້ວໝົດທຸກອັນບໍ ຖ້າວ່າວຽກຫຼາຍເກີ້ນນນ…
ແຕ່ຈົງໃຫ້ເຂົ້າໃຈວ່າວຽກແຕ່ລະວຽກນັ້ນມັນອາດຈະບໍ່ສໍາຄັນໄປໝົດທຸກອັນ ບາງອັນອາດຈະບໍ່ຈໍາເປັນຕ້ອງສໍາເລັດໃນມື້ນັ້ນກໍ່ໄດ້ ສະນັ້ນເຮົາຈະຕ້ອງມາເລືອກເຮົາອັນທີ່ມັນສໍາຄັນກ່ອນ ບໍ່ແມ່ນເລືອກເຮັດຕາມ To do List ທີ່ເຮົາລຽງ 1, 2, 3 ລົງມາ
ເອະ…!!! ແຕ່ຖ້າວຽກທຸກອັນມັນສໍາຄັນໝົດເດ ເຮົາຈະເລືອກເຮົາອັນໃດກ່ອນລະ ?

ໂອເຄ ເຮົາຈະມາຮຽນຮູ້ວິທີການເລືອກວ່າອັນໃດສໍາຄັນທີ່ຄວນຈະຈັບມາເຮັດກ່ອນ

ທ່ານ ເລົ່າອູ ຊູຊານ( ເທບແຫ່ງນັກຣົບ ) ໄດ້ກໍານົດເຖິງວິທີການເລືອກ ວ່າວຽກອັນໃດຄວນຈະເຮັດກ່ອນ ແລະ ອັນໃດຄວນຈະເຮັດຫຼັງມີດັ່ງນີ້ :

ເຊິ່ງເຮົາຈະແບ່ງວຽກທີ່ເຮົາຈະຕ້ອງເຮັດ ອອກເປັນ 4 ແບບ ( ດັ່ງຮູບ )
ໂດຍເຮົາໃຊ້ຫຼັກການໃນການແບ່ງອອກເປັນສອງດ້ານ ຄືແກນ X ກັບແກນ Y
ແກນ X ແບ່ງເປັນສອງຝັ່ງຈະໄດ້“ສໍາຄັນ” ແລະ “ບໍ່ສໍາຄັນ”
ແກນ Y ແບ່ງເປັນສອງຝັ່ງຈະໄດ້ “ດ່ວນ ” ແລະ ”ບໍ່ດ່ວນ”
ເຊິ່ງເອົາມາລວມກັນກໍ່ຈະໄດ້ເປັນການເຄື່ອງໝາຍ ບວກ(+) ດັ່ງຮູບ :
 ເຮົາຈະສັງເກດເຫັນວ່າຈະເປັນວຽກຢຸ່ 4 ແບບຄື :
1. ສໍາຄັນ - ດ່ວນ
2. ສໍາຄັນ -ບໍ່ດ່ວນ
3. ບໍ່ສໍາຄັນ -ດ່ວນ
4. ບໍ່ສໍາຄັນ -ບໍ່ດ່ວນ

ເຊິ່ງການຈັດການກັບວຽກແຕ່ລະອັນແມ່ນຈະແຕກຕ່າງກັນອອກໄປ ເມື່ອເຮົາຮູ້ແລ້ວວ່າມັນແບ່ງປະເພດຂອງວຽກອອກເປັນ 4 ແບບ ແລ້ວເຮົາກໍ່ມາເບິ່ງຄວາມໝາຍຂອງແຕ່ລະອັນເລີຍ :

- ແບບທີ 1 ( Do it NOW )
ສໍາຄັນແລະກໍ່ດ່ວນອີກ : ແມ່ນເຮັດມັນໂລດ (Do it Now) ມັນເປັນວຽກທີ່ບໍ່ມີທາງເລືອກເຮົາຕ້ອງຈັດການວຽກປະເພດນີ້ກ່ອນເລີຍວິທີເຮົາກັບໄປກວດເບິ່ງວຽກທີ່ມັນສໍາຄັນ ແລະ ດ່ວນອີກມາວາງໄວ້ຫ້ອງນີ້ແລ້ວລົງມືເຮັດມັນເປັນອັນທີ 1 ເລີຍ

- ແບບທີ 2 ( Decide )
ສໍາຄັນແຕ່ວ່າບໍ່ດ່ວນ : ເຊິ່ງມັນສໍາຄັນແຕ່ບໍ່ຈໍາເປັນຕ້ອງເຮັດຕອນນີ້ກໍ່ໄດ້ ເຊິ່ງວິທີຈັດການງານປະເພດນີແມ່ນເຮົາຕ້ອງວາງແຜນໃຫ້ດີ (Decide) ວ່າເຮົາຈະເຮັດມັນມື້ໃດທີ່ມັນຄວນຈະເຮັດຫຼັງຈາກທີ່ເຮັດແບບທີ່ 1 ສໍາເລັດແລ້ວ

- ແບບທີ 3 ( Delegate )
ບໍ່ສໍາຄັນແຕ່ວ່າດ່ວນ : ເຊິ່ງວຽກກຸ່ມນີ້ແມ່ນເຮົາຈະເຫັນໄດ້ຫຼາຍເລີຍແຫລະ ມັນບໍ່ສໍາຄັນແຕ່ຕ້ອງເຮັດໃຫ້ແລ້ວມື້ນີ້ ຮ່າຮ່າ, ເຊິ່ງວິທີແກ້ບັນຫາວຽກທີ່ບໍ່ສໍາຄັນແຕ່ດ່ວນ ກໍ່ຄື ເຮົາອາດຈະໄດ້ຊອກຄົນມາຊ່ວຍເຮັດວຽກໂຕນີ້ແທນເຮົາ (Delegate) ໄປກ່ອນ ເພາະວ່າເຮົາມີວຽກທີ່ສໍາຄັນແລະດ່ວນຢູ່ແລ້ວ

- ແບບທີ 4 ( Delete )
ສໍາຄັນກໍ່ບໍ່ສໍາຄັນ ດ່ວນກໍ່ບໍ່ດ່ວນ : ເຊິ່ງວຽກນີ້ມັນບໍ່ຈະເປັນເລີຍທີ່ເຮົາຈະເອົາມາເຮັດ ເພາະວ່າທັນບໍ່ໄດ້ສໍາຄັນຫຍັງເລີຍ ວິທີຈັດການກັບວຽກແບບນີ້ກໍ່ຄືຫາວິທີ Delete ມັນ ຫຼື ຈະຫາວິທີແນວໃດກໍ່ໄດ້ທີ່ບໍ່ເຮັດມີຜົນກະທົບກັບເຮົາ ແລະ ຄົນອ້ອມຂ້າງເມື່ອເຮົາຮູ້ແລ້ວວ່າວຽກໃດມັນສໍາຄັນ, ມັນດ່ວນແນວໃດເຮົາກໍ່ມາເລີ່ມຈັດວຽກທີ່ເຮົາເຮັດເປັນ To Do List ໄວ້ນັ້ນມາວາງໃສ່ແຕ່ລະຫ້ອງເລີຍກັນ…

“…ການທີ່ເຮົາຮູ້ຈັກການໃຊ້ເວລານັ້ນ - ມັນຄືການບໍລິຫານເວລາທີ່ສະຫຼາດທີ່ສຸດ...”

ສຸດທ້າຍນີ້ຕ້ອງຂໍຂອບໃຈທຸຄົນເນາະ ທີ່ຍອມເສຍເວລາອັນມີຄຸນຄ່າຂອງທ່ານ ເພື່ອເຂົ້າມາອ່ານບົດຄວາມນີ້ຈົນຈົບ.ຖ້າຫາກໃຊ້ຄໍາເວົ້າຜິດ ຫຼື ຂຽນບໍ່ຖຶກໄວຍາກອນ ຂ້ອຍກໍ່ຂໍໂທດຂໍອະໄພມານະທີ່ນີ້ດ້ວຍ.

| ຂໍ້ມູນເພີ່ມເຕີມກ່ຽວກັບການບໍລິຫານເວລາແມ່ນໃນ Google ເລີຍເນາະ
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

11 October 2016

Tips ! ຕັ້ງ Shutdown Computer ແບບເທ່ໆ ຜ່ານ Command Prompt

    ວິທີຕັ້ງ Shutdown Computer ໃຫ້ປິດເຄື່ອງເອງດ້ວຍວິທີງ່າຍໆ ເທ່ໆໃນແບບຂອງເດັກຄອມ

ຂັ້ນຕອນເລີ່ມຕົ້ນ : ກົດປຸ່ມ Windows + R ທີ່ Keyboard ແລ້ວກົດ OK

ຫຼັງຈາກພິມ cmd ແລ້ວກົດ OK

ກໍ່ຈະເຂົ້າໄປທີ່ໜ້າຕ່າງຂອງ Command Prompt ແລ້ວເຮົາພິມຄຳສັ່ງ shutdown -s -f -t 500

Shutdown   ປິດເຄື່ອງ
// -s   ຄຳສັ່ງປິດ Computer
// -f   ຄຳສັ່ງປິດໂປຼແກຼມທີ່ເປີດໃຊ້ງານຢູ່ ( ເພາະຖ້າບໍ່ໃສ່ -f ຈະເຮັດໃຫ້ໂປຼແກຼມທີ່ເປີດຢູ່ເຕືອນຂຶ້ນມາ ແລະ ເຮັດໃຫ້ Computer ບໍ່ປິດເຄື່ອງ ) 
// -t   ຄຳສັ່ງຕັ້ງເວລາ ທີ່ເຮົາຕ້ອງການໃຫ້ປິດເຄື່ອງ ໂດຍມີຫົວໜ່ວຍເປັນ (ວິນາທີ)
// 500 ຄືເວລາທີ່ຕັ້ງໃຫ້ປິດເຄື່ອງ ເຊິ່ງໝາຍຄວາມວ່າ 500 ວິນາທີ ຫຼື 8 ນາທີນັ້ນເອງ (ຄູນເອົາ)

ເມື່ອເຮົາ ພິມຄຳສັ່ງ shutdown -s -t -f 500 ລົງໄປແລ້ວ ສະແດງວ່າອີກ 500 ວິນາທີ Computer ຂອງເຮົາກໍ່ຈະປິດເຄື່ອງແບບອັດຕະໂນມັດ

ຫຼັງຈາກທີ່ເຮົາກົດ Enter, ລະບົບກໍ່ຈະແຈ້ງເຕື່ອນຂຶ້ນມາວ່າ "Windows will shutdown in 8 minutes" ເຊິ່ງໝາຍຄວາມວ່າ Computer ຂອງເຮົາຈະປິດເຄື່ອງແບບອັດຕະໂນມັດ ໃນ 8 ນາທີ.

ອ້າວວ... ແລ້ວຖ້າກໍລະນີຂ້ອຍປ່ຽນໃຈບໍ່ຢາກໃຫ້ຄອມປິດເອງ ຫຼືວ່າ ຢາກຍົກເລີກ. ຈະເຮັດແນວໃດ ?

ງ່າຍໆ ...! ຖ້າເຮົາຕ້ອງການຍົກເລີກຄຳສັ່ງ Shutdown ກໍ່ໃຫ້ພິມ shutdown -a ລົງໄປ
ຈາກນັ້ນ ກົດ Enter

// -a ຄຳສັ່ງຢຸດ Shutdown

ເມື່ອກົດ Enter ແລ້ວຈະມີແຈ້ງເຕືອນຂຶ້ນມາວ່າ " Logoff is Cancelled "

ພຽງເທົ່ານີ້ ເຮົາກໍ່ສາມາດຍົກເລີກການປິດເຄື່ອງແບບອັດຕະໂນມັດໄດ້ແລ້ວ

ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

08 October 2016

Snip ໂປຼແກຼມຖ່າຍພາບໜ້າຈໍສຸດເຈ໋ງ

ການຖ່າຍພາບໜ້າຈໍສຸດເຈ໋ງ ດ້ວຍໂປຼແກຼມ Snip ຈາກ Microsoft

ເຊິ່ງໃນ Window ເອງກໍ່ຈະມີໂປຼແກຼມຖ່າຍພາບໜ້າຈໍຢູ່ແລ້ວ ຢ່າງເຊັ່ນ ໂປຼແກຼມ Sniping Tool ທີ່ມີມາພ້ອມກັບລະບົບຂອງ Window ເອງ ກໍ່ຖືວ່າເປັນເຄື່ອງມືໃນການຈັບພາບໜ້າຈໍໄດ້ດີເລີຍ, ແຕ່ Microsoft  ຍັງໄດ້ສ້າງໂປຼແກຼມຖ່າຍພາບໜ້າຈໍແບບແຍກກັນອີກ ນັ້ນຄື ໂປຼແກຼມ Snip.

Snip ຄື ?
 Snip ເປັນໂປຼແກຼມຖ່າຍພາບໜ້າຈໍຄອມພິວເຕີ ທີ່ມາພ້ອມກັບ Snip Editor ທີ່ເປັນໂປຼແກຼມແຕ່ງຮູບພື້ນຖານ ແລະ Whiteboard ເຊິ່ງເຮັດໜ້າທີ່ຄືກັບກະດາດຂາວ ທີ່ເຮົາສາມາດຂີດ, ຂຽນໄດ້ຕາມໃຈ ແຕ່ບໍ່ພໍເທົ່ານັ້ນ Snip ຍັງສາມາດບັນທຶກສຽງປະກອບໃສ່ໃນພາບອີກດ້ວຍ. 
 
ຫຼັງຈາກທີ່ເຮົາຕິດຕັ້ງໂປຼແກຼມ Snip ແລ້ວ, ໂປຼແກຼມກໍ່ຈະສະແດງ Tab ຂອງໂປຼແກຼມຢູ່ເທິງໜ້າຈໍຄອມພິວເຕີ  ເມື່ອເຮົາເອົາ Mouse ໄປຊີ້ໃສ່ດ້ານເທິງຂອງໂປຼແກຼມ ກໍ່ຈະມີ ໂປຼແກຼມ Snip ເລື່ອນອອກມາ

Capture  ໃຊ້ສຳລັບຖ່າຍພາບໜ້າຈໍ
Whiteboard  ໃຊ້ສຳລັບຂີດຽນ
Camera  ໃຊ້ສຳລັບເປີດກ້ອງຖ່າຮູບ

ວິທີການໃຊ້ງານກໍ່ງ່າຍໆ ພຽງເຮົາກົດທີ່ Capture ກໍ່ຈະສາມາດຖ່າຍພາບໜ້າຈໍຄອມພິວເຕີ
ຂອງເຮົາ, ເມື່ອກົດຖ່າຍພາບແລ້ວ Snip Editor ກໍ່ຈະປາກົດຂຶ້ນມາໃຫ້ເຮົາສາມາດແຕ່ງຮູບ, ຂີດຂຽນ ໄດ້ທັນທີ

ນອກຈາກທີ່ເຮົາຈະສາມາດຂີດຂຽນໄດ້ແລ້ວ, ເຮົາຍັງສາມາດບັນທິກເປັນວີດີໂອ ໃນຂະນະທີ່ເຮົາກຳລັງຂີດຂຽນ, ແກ້ໄຂຮູບພາບ ໂດຍການກົດທີ່ Record

ເຮົາຈະສາມາດບັນທຶກວີດີໂອ ໃນຂະນະທີ່ເຮົາກໍາລັງແຕ່ງຮູບພາບ ແລະ ຂີດຂຽນໃນຮູບພາບ

 ເຄື່ອງມືຕໍ່ມາ Click ທີ່ປຸ່ມ Whiteboard ເພື່ອສ້າງກະດາດຂາວຂຶ້ນມາສຳລັບຂຽນ, ແຕ້ມຮູບຕ່າງໆ

 ນອກຈາກນີ້, ເຮົາຍັງສາມາດຕັ້ງຄ່າ Snip ໃນຮູບແບບທີ່ເຮົາຕ້ອງການ

ຫຼັງຈາກທີ່ເຮົາຕິດຕັ້ງ ໂປຼແກຼມ Snip ແລ້ວ ມັນຈະຕັ້ງປຸ່ມ PrntScr ເປັນຄ່າເລີ່ມຕົ້ນສຳລັບການຖ່າຍພາບໜ້າຈໍ

ດັ່ງນັ້ນ : ເມື່ອເຮົາກົດທີ່ປຸ່ມ PrntScr ມັນກໍ່ຈະຖ່າຍພາບໜ້າຈໍທັນທີ, ແຕ່ຖ້າຫາກເຮົາຕ້ອງການທີ່ຈະປ່ຽນໃຫ້ເປັນປຸ່ມອື່ນ ເຮົາກໍ່ສາມາດເຂົ້າໄປຕັ້ງທີ່ Settings ໄດ້ເລີຍ

ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

03 October 2016

ວິທີຕັ້ງຄ່າໃຫ້ Window ສະແດງນາມສະກຸນຂອງໄຟລ໌

ຢາກສະແດງນາມສະກຸນຂອງໄຟລ໌ຮູບ, ເພັງ, ວີດີໂອຕ່າງໆ ເຮົາຈະຕັ້ງແນວໃດ ?

ນາມສະກຸນໄຟລ໌ ຢ່າງທີ່ເຮົາເຄີຍຮູ້ຈັກ ກໍ່ຈະມີນາມສະກຸນຂອງໄຟລ໌ຮູບ ເຊັ່ນ:  .jpg   .jpeg   .png   .gif   .bmp  ແລະ ນາມສະກຸນໄຟລ໌ວີດີໂອທີ່ເຮົາພົບເຫັນກໍ່ຈະມີ .mp4   .3gp  .avi ເປັນຕົ້ນ.
ໂດຍປົກກະຕິແລ້ວ Window ຂອງເຮົາຈະຕັ້ງຄ່າໃຫ້ບໍ່ສະແດງນາມສະກຸນໄຟລ໌ ບາງຄັ້ງເຮັດໃຫ້ເຮົາບໍ່ຮູ້ເລີຍວ່າ ໄຟລ໌ນັ້ນເປັນໄຟລ໌ຫຍັງ ເຊິ່ງອາດເຮັດໃຫ້ເຮົາຫຼົງໄປຄຼິກຕິດຕັ້ງໂປຼແກຼມໂດຍທີ່ເຮົາບໍ່ໄດ້ຕັ້ງໃຈ

OK ! ເຮົາມາເລີ່ມການຕັ້ງຄ່າໃຫ້ Window ສະແດງນາມສະກຸນຂອງໄຟລ໌ກັນເລີຍ

ຈາກຮູບຂ້າງເທິງເຮົາຈະເຫັນວ່າບໍ່ມີນາມສະກຸນຂອງໄຟລ໌ເລີຍ ແຕ່ວ່າເຮົາກໍ່ຮູ້ວ່າເປັນຮູບ ແຕ່ເຮົາບໍ່ຮູ້ວ່າເປັນຮູບປະເພດໃດແດ່

ຂັ້ນຕອນທຳອິດຄຼິກເລືອກ View -> Options

ຈາກນັ້ນຈະປາກົດໜ້າຕ່າງຂຶ້ນມາແລ້ວເລືອກ Tab View  ຈາກນັ້ນໃຫ້ຄຼິກເອົາເຄື່ອງໝາຍຕິກ ຂອງ Hide extensions for known file types ອອກ ແລ້ວຄຼິກ OK

ພຽງເທົ່ານີ້ ເຮົາກໍ່ຈະເຫັນນາມສະກຸນໄຟລ໌ຕ່າງໆຂອງເຮົາເລີຍວ່າມີໄຟລ໌ປະເພດໃດແດ່

ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

09 August 2016

ວິທີ Burn ຂໍມູນລົງແຜ່ນ CD / DVD ໂດຍບໍ່ຕ້ອງໃຊ້ໂປຼແກຼມ

ການທີ່ເຮົາຢາກຈະເອົາຂໍ້ມູນຂອງເຮົາອັດ (Burn) ລົງແຜ່ນ CD / DVD ແມ່ນສາມາດເຮັດໄດ້ງ່າຍໆ ໂດຍທີ່ເຮົາບໍ່ຈໍາເປັນຕ້ອງໂຫຼດໂປຼແກຼມ Burn ຫຼື ໂປຼແກຼມໃດໆເລີຍ ເພາະວ່າລະບົບປະຕິບັດການ Windows ນັ້ນແມ່ນມີຄວາມສາມາດເຮັດໄດ້ເຮັດເລີຍ.

"ກ່ອນທີ່ຈະໄປຮຽນຮູ້ເຖິງວິທີການນໍາເອົາຂໍ້ມູນລົງໃສ່ໃນແຜ່ນ 
ເຮົາມາທໍາຄວາມຮູ້ຈັກກັບປະເພດຂອງແຜ່ນ CD/ DVD ກັນກ່ອນເລີຍ"

• CD-ROM
ເປັນແຜ່ນທີສາມາດອ່ານໄດ້ຢ່າງດຽວ (Read-only) ບໍ່ສາມາດເພີ່ມ ຫຼື ລົບຂໍ້ມູນອອກໄດ້

• CD-R
ເປັນແຜ່ນທີ່ສາມາດບັນທຶກຂໍ້ມູນໄດ້ຫຼາຍກວ່າ 1 ຄັ້ງ (ການບັນທຶກແຕ່ລະຄັ້ງເອີ້ນວ່າ Session) ແຕ່ຈະບໍ່ສາມາດລົບຂໍ້ມູນອອກໄດ້

• CD-RW
ເປັນແຜ່ນທີ່ສາມາດບັນທຶກຂໍ້ມູນໄດ້ຫຼາຍກວ່າ 1 ຄັ້ງ  ແລະ ສາມາດລົບຂໍ້ມູນອອກໄດ້ ພ້ອມທັງສາມາດບັນທຶກຂໍ້ມູນ ແລະ ລົບຂໍ້ມູນໄດ້ຫຼາຍຄັ້ງ

• DVD-ROM
ເປັນແຜ່ນທີສາມາດອ່ານໄດ້ຢ່າງດຽວ (Read-only) ບໍ່ສາມາດເພີ່ມ ຫຼື ລົບຂໍ້ມູນອອກໄດ້

• DVD-R
ເປັນແຜ່ນທີ່ສາມາດບັນທຶກຂໍ້ມູນໄດ້ຫຼາຍກວ່າ 1 ຄັ້ງ (ການບັນທຶກແຕ່ລະຄັ້ງເອີ້ນວ່າ Session) ແຕ່ຈະບໍ່ສາມາດລົບຂໍ້ມູນອອກໄດ້

• DVD+R
ເປັນແຜ່ນທີ່ສາມາດບັນທຶກຂໍ້ມູນໄດ້ຫຼາຍກວ່າ 1 ຄັ້ງ (ການບັນທຶກແຕ່ລະຄັ້ງເອີ້ນວ່າ Session) ແຕ່ຈະບໍ່ສາມາດລົບຂໍ້ມູນອອກໄດ້

• DVD-RW
ເປັນແຜ່ນທີ່ສາມາດບັນທຶກຂໍ້ມູນໄດ້ຫຼາຍກວ່າ 1 ຄັ້ງ  ແລະ ສາມາດລົບຂໍ້ມູນອອກໄດ້ ພ້ອມທັງສາມາດບັນທຶກຂໍ້ມູນ ແລະ ລົບຂໍ້ມູນໄດ້ຫຼາຍຄັ້ງ

• DVD+RW
ເປັນແຜ່ນທີ່ສາມາດບັນທຶກຂໍ້ມູນໄດ້ຫຼາຍກວ່າ 1 ຄັ້ງ  ແລະ ສາມາດລົບຂໍ້ມູນອອກໄດ້ ພ້ອມທັງສາມາດບັນທຶກຂໍ້ມູນ ແລະ ລົບຂໍ້ມູນໄດ້ຫຼາຍຄັ້ງ

• DVD-RAM 
ເປັນແຜ່ນທີ່ສາມາດບັນທຶກຂໍ້ມູນໄດ້ຫຼາຍກວ່າ 1 ຄັ້ງ  ແລະ ສາມາດລົບຂໍ້ມູນອອກໄດ້ ພ້ອມທັງສາມາດບັນທຶກຂໍ້ມູນ ແລະ ລົບຂໍ້ມູນໄດ້ຫຼາຍຄັ້ງ

----------

ຂັ້ນຕອນເລີ່ມຕົ້ນ
ໃສ່ແຜ່ນ CD / DVD ລົງໄປ ເຮົາກໍ່ Click ຂວາທີ່ DVD Drive ແລ້ວເລືອກ Open

ກໍ່ຈະປາກົດໜ້ານີ້ຂຶ້ນມາ, ແລ້ວຕັ້ງຊຶ່ຕາມໃຈເລີຍ  ທີ່ຊ່ອງ Disc title 
ຕົວຢ່າງ : ໃສ່ຊຶ່ dekitproject

• Like a USB flash drive   ສາມາດບັນທຶກ, ແກ້ໄຂ ແລະ ລົບຂໍ້ມູນອອກໄດ້ຄືກັບ USB flash drive ເລີຍ
• With a CD/DVD player   ສາມາດບັນທຶກຂໍ້ມູນ, ແຕ່ຈະບໍ່ສາມາດແກ້ໄຂ ຫຼື ລົບຂໍ້ມູນອອກ ຫຼັງຈາກທີ່ອັດລົງຜແຜ່ນແລ້ວ

ສະນັ້ນ, ເມື່ອເຮົາຕ້ອງການເຮັດໃຫ້ສາມາດເພິ່ມຂໍ້ມູນ, ແກ້ໄຂຂໍ້ມູນ ແລະ ລົບຂໍ້ມູນ ໃຫ້ເລືອກເອົາ  
 • Like a USB flash drive (ຕ້ອງເປັນແຜ່ນ CD/DVD ປະເພດທີ່ສາມາດບັນທຶກ, ແກ້ໄຂ ແລະ ລົບຂໍ້ມູນໄດ້)

ຈາກນັ້ນ ກົດ Next

ລໍຖ້າປະມານ 10 ວິນາທີ

ຈາກນັ້ນເຮົາຈະໄດ້ DVD RW Drive ທີ່ສາມາດເພີ່ມ, ແກ້ໄຂ ແລະ ລົບຂໍ້ມູນໄດ້ຢ່າງທີ່ເຮົາຕ້ອງການ
 ໂດຍທີ່ເຮົາບໍ່ຈໍາເປັນຕ້ອງໂຫລດໂປຼແກຼມໃຫ້ຫຍຸ້ງຍາກ
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

09 June 2016

ຄວາມແຕກຕ່າງຂອງ iOS ກັບ Android - ລະບົບໃດດີກວ່າກັນ ?

ເມື່ອເວົ້າເຖິງເລື່ອງໂທລະສັບມືຖື ມັກຈະໄດ້ຍິນຄໍາຖາມທີ່ວ່າ " ໃຊ້ໂທລະສັບລຸ່ນໃດດີ - iOS ຫຼື Android ?" ເຊິ່ງຕອນນີ້ກໍ່ຈະມີຢູ່ 2 ລະບົບຫຼັກໆ ຄື : ລະບົບ iOS ແລະ ລະບົບ Android ເຊິ່ງເປັນລະບົບປະຕິບັດການທີ່ກໍາລັງນິຍົມກັນຫຼາຍທີ່ສຸດເລີຍ !
ແລ້ວຖາມວ່າລະບົບໃດດີກວ່າກັນ ? 

ຖືວ່າເປັນຄໍາຖາມທີ່ຕອບຍາກເລີຍແຫຼະ ເພາະທັງ 2 ລະບົບກໍ່ຈະມີດີໃນແຕ່ລະແບບຂອງມັນ
ສະນັ້ນ, ເຮົາຈະມາເບິ່ງຈຸດເດັ່ນຂອງ ລະບົບປະຕິບັດການ iOS ແລະ Android ວ່າລະບົບໃດທີ່ຈະເໝາະກັບການໃຊ້ງານຂອງເຮົາເພື່ອໃຫ້ງ່າຍຂຶ້ນໃນການຕັດສິນໃຈເລືອກຊື້ໂທລະສັບຄູ່ໃຈ...

"ຖ້າເຮົາເວົ້າໃນແງ່ຂອງຄວາມນິຍົມ ລະບົບປະຕິບັດການ Android ແມ່ນນໍາໜ້າກ່ອນເລັກນ້ອຍ ສາເຫດອາດມາຈາກຄວາມຫຼາກຫຼາຍຂອງແບຣນ ແລະ ໂອກາດດີໆສໍາລັບນັກພັດທະນາ Android Application"

ປຽບທຽບການໃຊ້ງານລະຫວ່າງ ລະບົບປະຕິບັດການ iOS ແລະ Android

  • ລະບົບປະຕິບັດການ iOS : ແມ່ນຈະເນັ້ນຄວາມລຽບງ່າຍເປັນຫຼັກ, ເຊິ່ງເປັນລະບົບປະຕິບັດການທີ່ຖືກພັດທະນາໂດຍ ບໍລິສັດ Apple ທີ່ໄດ້ໃຊ້ໃນຜະລິດຕະພັນຂອງ Apple ຢ່າງເຊັ່ນ : iPod, iPad ແລະ iPhone ນັ້ນເອງ.

ຈຸດເດັ່ນ : 
ຫຼູຫຼາ !!!  ພ້ອມກັບລະບົບທີ່ສະຖຽນ ທີ່ໄດ້ເນັ້ນເອົາຄວາມລຽບງ່າຍເປັນຫຼັກ, ເຊິ່ງ iOS ຈະມີຄວາມໂດດເດັ່ນທາງດ້ານຄວາມບັນເທີງ ທີ່ມີ ແອັບຯ ແລະ ເກມ ໃຫ້ເລືອກໃຊ້ຢ່າງຫຼາກຫຼາຍ ແລະ ມີຄຸນນະພາບ, ອີກຢ່າງຍັງມີແອັບຯທີ່ສາມາດຊ່ວຍວຽກດ້ານເອກະສານ, ວຽກຕັດຕໍ່ວີດີໂອ ລວມເຖິງການແຕ່ງຮູບພາບຕ່າງໆອີກດ້ວຍ

ຂໍ້ດີ :
-  ການເປີດໃຊ້ງານ ແອັບຯ ວ່ອງໄວທັນໃຈ
-  ປະຫຍັດພະລັງງານ ເຖິງແມ່ນວ່າເຮົາຈະເປິດໃຊ້ ແອັບຯຕ່າງໆຄ້າງໄວ້ ກໍ່ຈະບໍ່ເຮັດໃຫ້ລະບົບຊ້າລົງເລີຍ
-  ສາມາດບັນຊີຜູ້ໃຊ້ພຽງບັນຊີດຽວກໍ່ສາມາດໃຊ້ບໍລິການໄດ້ເກືອບທັງໝົດ
-  ມີຄວາມປອດໄພສູງຈາກໄພຄຸກຄາມ
  •  ລະບົບປະຕິບັດການ Android : ເປັນລະບົບປະຕິບັດການທີ່ຖືກພັດທະນາໂດຍ ບໍລິສັດ Google ເຊິ່ງເປັນລະບົບປະຕິບັດການແບບ OpenSource ທີ່ເປັນບໍລິການແບບເປີດ ຫຼື ແບບຟຣີນັ້ນເອງ, ດັ່ງນັ້ນຜູ້ຜະລິດໂທລະສັບ ແລະ Tablet ຈຶ່ງນິຍົມເອົາ ລະບົບປະຕິບັດການ Android ໄປໃຊ້ເປັນ OS ຂອງຜະລິດຕະພັນທີ່ຫຼາກຫຼາຍ ຢ່າງເຊັ່ນ : HTC, Samsung ເປັນຕົ້ນ.

ຈຸດເດັ່ນ :
ເປັນລະບົບທີ່ມີຄວາມຫຼາກຫຼາຍ ສາມາດປ່ຽນ Theme, ປັບແຕ່ງໜ້າຕາຂອງເຄື່ອງໄດ້ຢ່າງຕາມໃຈຕ້ອງການ,  ມີແອັບຯ ໃຫ້ເລືອກໃຊ້ງານຫຼາຍ ແລະ ຍັງສາມາດເຊື່ອມຕໍ່ການບໍລິການຕ່າງໆຂອງ Google ຢ່າງເຊັ່ນ : Gmail, Google Maps, Google Drive ແລະ Google Search Engine ໄດ້ຢ່າງສະດວກສະບາຍ

ຂໍ້ດີ : 
-  "Multitask" ສາມາດໃຊ້ງານແອັບຯຫຼາຍໆແອັບຯພ້ອມກັນ ໃນເວລາດຽວກັນ
-  ໃຊ້ງານງ່າຍ, ສາມາດ Import ເພັງ ຮູບພາບໂດຍໃຊ້ງານຄືກັບ USB Storage ທີ່ເຮົາສາມາດສຽບ USB ແລ້ວລາກຂໍ້ມູນເຂົ້າ-ອອກໄດ້
-  ຕິດຕັ້ງແອັບຯໄດ້ຢ່າງອິດສະຫຼະ ແລະ ມີຄວາມເປັນອິດສະຫຼະດ້ານແອັບຯ ທີ່ສາມາດລັກເອົາແອັບຯທີ່ເສຍເງິນມາໃຊ້ໄດ້

---------------------------
ຈາກທີ່ກ່າວມາ ຖືວ່າຄວາມສາມາດຂອງທັງ 2 ລະບົບນີ້ແມ່ນມັນກໍ່ບໍ່ໄດ້ແຕກຕ່າງກັນຫຼາຍປານໃດ, ແຕ່ທີ່ຍົກມານີ້ເປັນຈຸດເດັ່ນທີ່ມີໃນລະບົບ ແລະ ເປັນສິ່ງທີ່ຜູ້ໃຊ້ທົ່ວໄປຈະໄດ້ສະສໍາຜັດກັບມັນ

ສະນັ້ນ, ຖ້າຫາກເຮົາຈະເລືອກຊື້ ຫຼື ເລືອກໃຊ້ລະບົບປະຕິການໃດດີ ແມ່ນຂຶ້ນກັບຈຸດປະສົງ ແລະ ຄວາມຕ້ອງການຂອງຜູ້ກ່ຽວເອງ ວ່າເຮົາມັກແບບໃດ ໃນການທີ່ເຮົາຈະເລືອກໂທລະສັບມືຖືເຄື່ອງໃດເຄື່ອງໜຶ່ງມາຄອບຄອງ ເພື່ອທີ່ຈະມາຕອບໂຈດຂອງເຮົາໄດ້ຢ່າງແທ້ຈິງ ແລະ ໃຊ້ງານໄປດົນໆ
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

05 June 2016

ວິທີປິດ Video Autoplay ໃນ Facebook

              ສໍາລັບ ຜູ້ທີ່ຫຼິ້ນ Facebook ຫຼາຍໆຄົນອາດຈະປະສົບບັນຫາ Video Autoplay ຫຼື ການຫຼິ້ນວີດິໂອອັດຕະໂນມັດຂອງ Facebook ແລ້ວ, ເຊິ່ງເມື່ອເຮົາເລື່ອນ Feed ລົງມາເຫັນຄຣິບວີດິໂອ ມັນກໍ່ຈະຫຼິ້ນເອງອັດຕະໂນມັດ ເຊິ່ງເຮັດໃຫ້ເປືອງ 3G ເປືອງ 4G ບໍ່ແມ່ນໜ້ອຍ ແລະ ທີ່ໂຫດຮ້າຍໄປກວ່ານັ້ນໄດ້ຍິນຂ່າວວ່າ Facebook ຫຼິ້ນ Video Autoplay ແບບມີສຽງພ້ອມເລີຍ !!! (ຖ້າຫຼົງໄປກົດຕິດຕາມເພສ 18+ ຍິ່ງອັນຕະລາຍຂຶ້ນໄປອີກ ຫະຫະ)
-------------------------

"ເຮົາມາເບິ່ງວິທີການປິດ Video Autoplay ໃນ Facebook ໄປພ້ອມໆກັນເລີຍ"

  • ສໍາລັບການຕັ້ງຄ່າໃນຄອມພິວເຕີ

Step 1 : ເຂົ້າໄປທີ່ໜ້າ Timeline ຂອງເຮົາເລີຍ ຄລິກເລືອກທີ່ປຸ່ມສາມຈຸດ ແລ້ວເລືອກ Timeline Settings

---------------

Step 2 : ຄລິກເຂົ້າໄປທີ່ເມນູ Videos ທີ່ຢູ່ດ້ານຊ້າຍ

--------------

Step 3 : ໄປທີ່ເມນູ Auto-Play Videos ໃຫ້ຄລິກເລືອກເປັນ "Off" ພຽງເທົ່ານີ້ກໍ່ສໍາເລັດແລ້ວເດີ້ !!!

-----------------
++++++

  • ສໍາລັບການຕັ້ງຄ່າໃນໂທລະສັບ
Step 1 : ໄປທີ່ເມນູ Settings ຂອງ Facebook ເຮົາ

---------------

Step 2 : ເລືອກເມນູ Account Settings

--------------------

Step 3 : ເລືອກເມນູ Videos and Photos

------------

Step 4 : ເລືອກເມນູ Autoplay

---------------

Step 5 : ເລືອກ Never Autoplay Videos ເພຶ່ອບໍ່ໃຫ້ວິດີໂອຫຼິ້ນເອງແບບອັດຕະໂນມັດ

ເພີ່ມເຕີມ :  ເຊິ່ງແຕ່ລະອັນມີລາຍລະອຽດດັ່ງນີ້ :
- On Mobile Data and Wi-Fi Connections : ເປັນການເປີດ Videos Autoplay ຕະຫຼອດເລີຍ
- On Wi-Fi Connections Only : ເປັນການເປີດ Videos Autoplay ສະເພາະເມື່ອເຮົາເຊື່ອມຕໍ່ Wi-Fi ເທົ່ານັ້ນ
- Nerver Autoplay Videos : ເປັນການປິດ Videos Autoplay ເລີຍ

--------------------------
 ++++++++