21 September 2017

Apple ໄດ້ປ່ອຍ iOS 11 ໃຫ້ອັບເດດແລ້ວ ພ້ອມກັບລູກຫຼີ້ນທີ່ເຈ໋ງໆ ມີຫຍັງແດ່ ? ແລະ ອຸປະກອນໃດແດ່ທີ່ຮອງຮັບ iOS 11 ?




Apple ໄດ້ປ່ອຍ iOS 11 ໃຫ້ອັບເດດຢ່າງເປັນທາງການ ທີ່ມາພ້ອມກັບລູກຫຼີ້ນໃໝ່ໆ ເຈ໋ງໆ ດັ່ງຕໍ່ໄປນີ້ :

ການອອກແບບໃໝ່ ( Design Change )

ທີ່ເຮົາອາດຈະເຄີຍເຫັນຄ່າວໆກ່ອນໜ້ານີ້ແລ້ວ ໃນການປັບປ່ຽນໜ້າຕາຂອງ iOS 11 ທີ່ໄດ້ປ່ອຍໃຫ້ທົດລອງໃຊ້ ໃນເວີຊັ່ນທົດລອງ ແລະ ມື້ນີ້ເຮົາມາເບິ່ງໃນເວີຊັ່ນເຕັມ ວ່າມີຫຍັງປ່ຽນແປງແດ່

1. Control Center


ນັບໄດ້ວ່າເປັນການປ່ຽນແປງທີ່ເຈ໋ງຫຼາຍ ທີ່ເຮັດໃຫ້ເຮົາສາມາດຕັ້ງຄ່າ ຫຼື ຈັດການປຸ່ມຄວບຄຸມຕ່າງໆເຮັດໃຫ້ເຮົາໃຊ້ງານໄດ້ງ່າຍຂຶ້ນ ແລະ ສະດວກຫຼາຍຂຶ້ນ ຢ່າງເຊັ່ນ : 

ປຸ່ມເປີດ-ປິດ Cellular ( ແຕ່ກ່ອນຕ້ອງເຂົ້າຕັ້ງຄ່າທຸກຄັ້ງເພື່ອເປີດ-ປິດ )
ປຸ່ມ Guided Access
ປຸ່ມ ຫ້າມລົບກວນໃນຂະນະຂັບລົດ 
ປຸ່ມປັບແສງ-ສຽງ 
ແລະ ທີ່ເຈ໋ງໄປກວ່ານັ້ນ ໄດ້ເພີ່ມປຸ່ມບັນທຶກວີດີໂອໜ້າຈໍໄດ້ອີກ ຫຸຫຸ  (ເຊິ່ງໃນເວີຊັ່ນກ່ອນຈະຕ້ອງໄດ້ລົງ Software ເພື່ອບັນທຶກວີດີໂອໜ້າຈໍ ) ແລະ ລວມທັງປຸ່ມຄວບຄຸມຕ່າງໆ  ໂດຍທີ່ເຮົາບໍ່ຈໍາເປັນຕ້ອງເຂົ້າການຕັ້ງຄ່າທຸກຄັ້ງ


ເຊິ່ງເຮົາສາມາດຈັດການກັບປຸ່ມຄວບຄຸມຕ່າງໆໄດ້ອີກ ໂດຍເຂົ້າໄປທີ່ 

Settings > Control Center > Customize Controls    



// ເຮົາສາມາດ ເພີ່ມ-ລົບປຸ່ມຄວບຄຸມຕ່າງໆໄດ້ຕາມຕ້ອງການ





2. Notification ( ໜ້າຈໍ Lock Screen )


ໄດ້ມີການລວມໜ້າຈໍ Lock Screen ກັບລະບົບແຈ້ງເຕືອນ Notification ໄວ້ນໍາກັນ ( ເຊິ່ງເວີຊັ່ນກ່ອນແມ່ນຈະມີການແຍກອອກຈາກກັນ ) ເຊິ່ງເຮົາສາມາດເຂົ້າເຖິງ ລະບົບແຈ້ງເຕືອນ Notification  ໄດ້ຈາກການກົດສະໄລ້ລົງ ແລະ ເຂົ້າເຖິງ Widget ຕ່າງໆ ໂດຍການປັດໄປທາງດ້ານຂວາ ແລະ ປັດໄປດ້ານຊ້າຍເພື່ອນເຂົ້າກ້ອງຖ່າຍຮູບໄດ້ປົກກະຕິ



3. ໜ້າຈໍ Passcode ແລະ Keypad ແບບໃໝ່


ໜ້າຈໍສໍາລັບໃສ່ລະຫັດຜ່ານ Passcode ກໍ່ໄດ້ມີການປັບປ່ຽນໃຫ້ເປັນປຸ່ມກົດແບບວົງມົນສີເທົາ ( ໃນແບບກ່ອນແມ່ນຈະເປັນວົງມົນແບບມີຂອບ ) ແລະ ລວມໄປເຖິງປຸ່ມກົດໂທອອກກໍ່ໄດ້ປ່ຽນຄືກັບ Passcode




4. ຮູບແບບ Icon ໃໝ່


ໄດ້ມີການປ່ຽນຮູບແບບ Icon ຂອງແອັບຯພື້ນຖານທີ່ຕິດມາກັບເຄື່ອງບາງແອັບຯ ເຊັ່ນ : Camera, App Store, Calculator ແລະ Contact ເປັນຕົ້ນ




5. Dock ໃນໜ້າ Home


ຈະສາມາດສັງເກດເຫັນວ່າ iOS 11 ຈະຕັດຊື່ແອັບຯ ທີ່ຢູ່ໃນ Dock ອອກ




6. ປັບປ່ຽນ Font ແລະ ປັບປຸງໜ້າ Setting ໃໝ່

ໄດ້ມີການປັບປ່ຽນ Font ໃຫ້ໜາຂຶ້ນເລັກນ້ອຍ ເພື່ອຄວາມເຂັ້ມຂອງຕົວອັກສອນ ເຊິ່ງເຮົາສາມາດສັງເກດໄດ້ຈາກຊື່ແອັບຯ ແລະ ໜ້າການຕັ້ງຄ່າ Setting ທີ່ໄດ້ມີການເພີ່ມຫົວຂໍ້ໜາໆດ້ານເທິງ ນອກນັ້ນ, ຍັງໄດ້ຈັດເມນູ ແລະ ລູກຫຼີ້ນໃຫ້ຢູ່ເປັນກຸ່ມດຽວກັນ ເພື່ອຄວາມເປັນລະບຽບຫຼາຍຂຶ້ນ




7. ການໃຊ້ງານ Smooth ຂຶ້ນ

ໃນການໃຊ້ງານຕ່າງໆ ໄດ້ມີການປັບຄວາມ Smooth (ເລື່ອນໄຫຼ - ໄຫຼເລື່ອນ ຫະຫະ)  ຢ່າງເຊັ່ນ : ເວລາເປີດໃຊ້ງານແອັບຕ່າງໆ, ການສະຫຼັບໜ້າຈໍໄປມາ ລວມເຖິງການປົດລ໋ອກໜ້າຈໍ

ວີດີໂອ : ການໃຊ້ງານ Smooth ຂຶ້ນ




8. Screen Video Recording


ເຊິ່ງເປັນອີກລູກຫຼີ້ນໜຶ່ງທີ່ໜ້າສົນໃຈຫຼາຍ ທີ່ເຮັດໃຫ້ເຮົາສາມາດບັນທຶກວີດີໂອໜ້າຈໍໂທລະສັບ, ບໍ່ວ່າຈະບັນທຶກຕອນຫຼີ້ນເກມກໍ່ສາມາດບັນທຶກໄດ້ງ່າຍໆເລີຍ ( ໃນເວີຊັ່ນກ່ອນໆແມ່ນຕ້ອງໄດ້ຕິດຕັ້ງ Software ເພີ່ມ ຈິ່ງຈະສາມາດບັນທຶກໄດ້)



9. ໜ້າແອັບຯ Calculator ປັບໜ້າຕາໃໝ່


ໄດ້ມີການປັບປ່ຽນ Icon ໃໝ່ ທີ່ເປັນປຸ່ມແບບວົງມົນ




10. ເພີ່ມແອັບຯຈັດການໄຟລ໌  Files ໃໝ່ເຂົ້າມາ


Apple ໄດ້ເພີ່ມແອັບຯ Files ເຂົ້າມາແທນແອັບຯ iCloud Drive ເພື່ອເຮັດໃຫ້ການໃຊ້ງານສະດວກຂຶ້ນ ແລະ ເພື່ອຈັດລະບຽບຂໍ້ມູນໃຫ້ເປັນລະບຽບຂຶ້ນ, ລວມເຖິງການຈັດການໄຟລ໌, ການສ້າງ Folder ແລະ ທີ່ເຈ໋ງໄປກວ່ານັ້ນຄື ຮອງຮັບການລາກວາງ Drag & Drop ໄດ້ອີກ ( ໃຊ້ກັບເຄື່ອງ iPad ) ແລະ ຍັງສາມາດໃຊ້ງານຮ່ວມກັບ iCloud Drive (ເຊິ່ງແອັບຯ Files ຈະໃຊ້ງານຄ້າຍໆກັບແອັບຯ Finder ໃນເຄື່ອງ Mac ) 




11. ເປີດໃຊ້ງານຟັງຊັ່ນ Type to Siri ເພື່ອພິມຂໍ້ຄວາມສົນທະນາກັບ Siri

Siri ໃນ iOS 11 ໄດ້ເພີ່ມຟັງຊັ່ນ Type to Siri ເຂົ້າມາ ເມື່ອເຮົາເປີດໃຊ້ງານແລ້ວ ຈະຊ່ວຍໃຫ້ເຮົາສາມາດພິມບົດສົນທະນາ ແລະ ສັ່ງໃຫ້ Siri ເຮັດບາງຢ່າງໃນແບບທີ່ເປັນຂໍ້ຄວາມໄດ້

ໂດຍສາມາດເຂົ້າໄປຕັ້ງຄ່າໄດ້ທີ່ 

Settings >General > Accessibility > Siri > Type to Siri





12. Photos

ລະບົບຈື່ຈໍາໃບໜ້າ (Facial Recognition)  ທີ່ສາມາດກວດສອບໃບໜ້າຂອງເຮົາໃນຮູບພາບໄດ້ ແລະ ແຍກຮູບຂອງຄົນໃນຮູບພາບເກັບໄວ້ເປັນແຕ່ລະຮູບ

ວີດີໂອ : Photo




13. Emergency SOS




 iOS 11 ໄດ້ເພີ່ມຟີດເຈີ Emergency SOS ເຂົ້າມາໃໝ່ເພື່ອເປັນຕົວເລືອກໃນການໂທອອກສຸກເສີນ  ເມື່ອເຮົາເປີດໃຊ້ງານ Auto Call ແລ້ວ ເຮົາສາມາດກົດປຸ່ມລ໋ອກໜ້າຈໍດ້ານຂ້າງ ຈໍານວນ 5 ຄັ້ງ ເພື່ອໂທອອກຫາເບີສຸກເສີນທີ່ເຮົາກໍານົດໄວ້ ແລະ ກົດປຸ່ມລ໋ອກໜ້າຈໍດ້ານຂ້າງອີກ 5 ຄັ້ງເພື່ອປິດໃຊ້ງານ

ສາມາດເຂົ້າຕັ້ງຄ່າທີ່

Settings > Emergency SOS > Auto Call > ปรับเป็น On





14.  ແອັບຯ Camera ສາມາດສະແກນ QR Code ໄດ້

ແອັບຯ Camera ສາມາດສະແກນ QR Code ໄດ້ເລີຍ ໂດຍບໍ່ຕ້ອງລົງແອັບຯເພີ່ມເລີຍ ( ເຊິ່ງເປັນຟັງຊັ່ນທີ່ເຈ໋ງຫຼາຍ ) ແລະ ຍັງສາມາດເຂົ້າເຖິງລິ້ງທີ່ເຮົາສະແກນໄດ້ເລີຍ





15. ເມນູ Shut Down 

ເປັນເມນູທີ່ສ້າງຂຶ້ນມາເພື່ອໃຊ້ໃນກໍລະນີ ປຸ່ມ Power ບໍ່ເປັນ ( ມັນອາດຈະຈໍາໃນເປັນບາງເຮົາຕ້ອງໄດ້ໃຊ້ )
ສາມາດເປີດໃຊ້ງານທີ່

Settings > General > Shut Down






16. ການຖ່າຍພາບໜ້າຈໍ Screenshot


ເມື່ອເຮົາຖ່າຍພາບໜ້າຈໍ Screenshot ແລ້ວລະບົບຈະສະແດງຮູບພາບຂະໜາດນ້ອຍຢູ່ດ້ານລຸ່ມ - ຊ້າຍຂອງໜ້າຈໍ ແລະ ເມື່ອເຮົາກົດລົງທີ່ຮູບພາບ ເຮົາກໍ່ຈະສາມາດແກ້ໄຂຮູບພາບກ່ອນ ແລ້ວກໍ່ສາມາດບັນທຶກໄວ້






17. ແອັບຯ Photo ສາມາດເປີດໄຟລ໌ Gif  ໄດ້ແລ້ວ

iOS 11 ສາມາດເປີດໄຟລ໌ທີ່ເປັນ Gif ໄດ້ປົກກະຕິ ເຊິ່ງຖ້າທຽບໃສ່ເວີຊັ່ນກ່ອນນີ້ແມ່ນບໍ່ສາມາດເປີດໄຟລ໌ທີ່ເປັນ Gif ໄດ້


ຈາກທີ່ໄດ້ລອງ Updated ແລ້ວເຫັນວ່າມີລູກຫຼີ້ນເພີ່ມຂຶ້ນຫຼາຍ, ແນະນໍາໃຫ້ອັບເດດເລີຍ

----------------------


ວິທີການອັບເດດ

ວິທີການອັບເດດດ້ວຍຕົນເອງກໍ່ງ່າຍໆເລີຍ 

Settings > General > Software Update 

// ກ່ອນທີ່ຈະອັບເດດ ຢ່າລືມເຊື່ອມຕໍ່ Wifi ເພື່ອອັບເດດ ແລະ ກວດສອບອຸປະກອນທ່ານວ່າຮອງຮັບ iOS 11 ຫຼື ບໍ


-----------------------------------------------------------




ອຸປະກອນທີ່ຮອງຮັບ iOS 11



ຂອບໃຈຂໍ້ມູນທີ່ : MacRumors , Apple

#iOS   #iPhone  @iPad   #Mac  #Apple  #dekit_project
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

12 June 2017

ໂປຼແກຼມ SPSS ສຸດຍອດໂປຼແກຼມວິເຄາະຂໍ້ມູນ ( Version 21 )




ໂປຼແກຼມສໍາເລັດຮູບທາງສະຖິຕິ ( Statistical package ) ທີ່ເປັນໂປຼແກຼມໃຊ້ສໍາລັບການວິເຄາະຂໍ້ມູນທາງສະຖິຕິໂດຍກົງ ເຊິ່ງ SPSS ກໍ່ໂປຼແກຼມສໍາເລັດຮູບທີ່ນິຍົມກັນໃຊ້ຫຼາຍໃນການວິເຄາະຂໍ້ມູນຕ່າງໆ.

ໂປຼແກຼມ SPSS ແມ່ນຫຍັງ ?

        ໂປຼແກຼມ SPSS ( Statistical Package for the Social Science ) ເຊິ່ງເປັນໂປຼແກຼມທີ່ມີປະສິດທິພາບສູງ ໃນດ້ານຂອງການວິເຄາະຂໍ້ມູນທາງສະຖິຕິ ແລະ ການຈັດການຂໍ້ມູນຕ່າງໆ ເຊິ່ງຜູ້ໃຊ້ສາມາດວິເຄາະຂໍ້ມູນໂດຍການໃຊ້ສະຖິຕິຕ່າງໆ ແລະ ສະແດງຜົນການວິເຄາະຂໍ້ມູນອອກມາໃນຮູບແບບຂອງຕາຕະລາງ ແລະ ຮູບແບບອື່ນໆອີກຫຼາກຫຼາຍໄດ້ທັງຮູບແບບ 2 ມິຕິ / 3 ມິຕິ.



           ການໃຊ້ງານໂປຼແກຼມບໍ່ຊັບຊ້ອນປານໃດ ເໝາະສໍາລັບຜູ້ໃຊ້ທີ່ຕ້ອງການປະມວນຜົນຂໍ້ມູນທີ່ຖືກຕ້ອງ ແລະ ວ່ອງໄວ, ແຕ່ກໍ່ຍັງມີກຸ່ມຄົນຈໍານວນຫຼາຍທີ່ຍັງມີຄວາມຄິດທີ່ວ່າ "ການວິເຄາະຂໍ້ມູນດ້ວຍໂປຼແກຼມ SPSS ເປັນເລື່ອງທີ່ຍາກ (ຂ້ອຍກໍ່ວ່າຍາກ ຫະຫະ) ແລະ ຍັງຕ້ອງໄດ້ໃຊ້ຄວາມຮູ້ທາງດ້ານສະຖິຕິເປັນສ່ວນໃຫຍ່ " . ແຕ່ ເນື່ອງຈາກການໃຊ້ງານໂປຼແກຼມ SPSS ບໍ່ຈໍາເປັນຕ້ອງມີຄວາມມຮູ້ພື້ນຖານທາງສະຖິຕິ ແຕ່ຂໍໃຫ້ມີຄວາມຮູ້ພື້ນຖານກ່ຽວກັບການນໍາສະເໜີຂໍ້ມູນດ້ວຍສະຖິຕິໃນເບື່ອງຕົ້ນ ເຊັ່ນວ່າ : ຄວາມຖີ່ (Frequency), ເປີເຊັນ (Percentage), ຄ່າສະເລ່ຍ (Mean) ແລະ ຄ່າຜັນປ່ຽນມາດຕະຖານ (Standard Deviation) ເປັນຕົ້ນ.  //ເດະ ! ກໍ່ຍັງຍາກຄືເກົ່າ ຫະຫະ

" ສໍາລັບວິທີການໃຊ້ງານ ແມ່ນໄປຮຽນຮູ້ເອົາເອງເນາະ ຂ້ອຍກະບໍ່ຮູ້ໃຊ້ຄືກັນ 😜 "



ມ໋ະ... ເຮົາມາໂຫລດໂປຼແກຼມ SPSS ໂດຍການກົດປຸ່ມ DOWNLOAD ເລີຍ
  

ຫຼັງຈາກທີ່ໄດ້ດາວໂຫລດໂປຼແກຼມສໍາເລັດ ເຮົາມາເບິ່ງຂັ້ນຕອນການຕິດຕັ້ງງ່າຍໆກັນເລີຍຍຍ !!!

" ວິທີ ຕິດຕັ້ງໂປຼແກຼມ  SPSS "


ໝາຍເຫດ : ສໍາລັບການແຕກໄຟລ໌ໂປຼແກຼມ ຈໍາຕ້ອງໄດ້ໃສ່ລະຫັດ dekitproject ເພື່ອການແຕກໄຟລ໌
  • Step 1 : ກົດຕິດຕັ້ງໂປຼແກຼມທີ່ດາວໂຫລດໄວ້ນັ້ນ ຈາກນັ້ນກົດ Next
 
-------------------
  • Step 2 : ກົດເລືອກ Single user license (I purchased a single copy of the product.) ຈາກນັ້ນກົດ Next
 

-------------------
  • Step 3 : ເລືອກ  I accept the terms in the license agreement >> Next

-------------------

  • Step 4 : ຈາກນັ້ນໃຫ້ເຮົາໃສ່ຊື່ຜູ້ໃຊ້ ແລະ ອົງກອນຂອງເຮົາ (ໃສ່ໄດ້ຕາມຕ້ອງການ)

 

-------------------
  • Step 5 : ກົດ Next ເລີຍ

-------------------
  • Step 6 :  ( ແນະນໍາໃຫ້ ກົດ Next ໄປເລິຍ )


-------------------
  • Step 7 : ເລີ່ມການຕິດຕັ້ງ ກົດ Install


-------------------

  • Step 8 : ກໍາລັງຕິດຕັ້ງ


-------------------

  • Step 9 : ກົດ OK ໄປເລີຍ



-------------------

  • Step 10 : ກົດເລືອກ License my Product NOW >> Next

-------------------
Step 11 : ຂັ້ນຕອນນີ້ ແມ່ນໃຫ້ເປີດໄຟລ໌ Crack* ທີ່ດາວໂຫລດໄວ້ນັ້ນ ແລ້ວ Copy ລະຫັດເລີຍ 
ປລ. Crack ມັນຈະຕ້ອງໄດ້ໃສ່ລະຫັດ dekitproject ເພື່ອເປີດເດີ້

-------------------
  • Step 12 : ຈາກນັ້ນ Paste ໃສ່ຊ່ອງ Enter Code ແລ້ວກົດ Next ໄປເລີຍ



-------------------
  • Step 13 : ຫຼັງຈາກນັ້ນກໍ່ຈະສະແດງ Successful processed all codes >> ແລ້ວກົດ Next


-------------------
  • Step 14 : ພຽງເທົ່ານີ້ກໍ່ເປັນອັນສໍາເລັດ

ຂັ້ນຕອນຕໍ່ໄປກໍ່ຈະເປັນເລື່ອງຂອງການເປີດໃຊ້ງານ



ເຮົາກໍ່ຈະໄດ້ໜ້າຕາໂປຼແກຼມທີ່ງົດງາມແບບນີ້


ດັ່ງທີ່ໄດ້ກ່າວໄວ້ວ່າ ວິທີການໃຊ້ງານແມ່ນໄປຮຽນຮູ້ເອົາເອງເນາະ ເພາະຂ້ອຍກໍ່ຍັງບໍ່ເຄີຍໃຊ້ເທື່ອ ຮ່າຮ່າ ( ຍີ້ມ ອ່ອນໆ )


#SPSS  #Statistics #IBM #dekitproject #ເດັກໄອທີໂປຼເຈັກ໌

ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

06 June 2017

ແຈ້ງເຕືອນ ຖ້າບໍ່ຈຳເປັນຢ່າຟ້າວ Update ເປັນ iOS 11 (Beta) ໃນຕອນນີ້



 
 ------------
ເມື່ອບໍ່ດົນມານີ້ ທາງ Apple ໄດ້ປ່ອຍ iOS 11 (Beta) ໃຫ້ທົດລອງນຳໃຊ້ແລ້ວ ແລະ ແນ່ນອນວ່າ  iOS 11(Beta) ເຊິ່ງເປັນເວີຊັ່ນໃໝ່ທີ່ໃຜໆຕ່າງກໍ່ຢາກທົດລອງນຳໃຊ້, ແຕ່ກໍ່ໄດ້ມີຂ່າວອອກມາຈາກສື່ຂ່າວຕ່າງປະເທດທີ່ໄດ້ພົບບັນຫາຂອງການໃຊ້ງານ iOS 11 (Beta)ນີ້ ຈຶ່ງໄດ້ອອກມາແນະນຳວ່າ ບໍ່ຄວນທີ່ຈະອັບເດດເປັນ iOS 11 (Beta) ໃນຕອນນີ້, ເຊິ່ງວ່າ iOS 11 (Beta) ເປັນ iOS ທີ່ໄດ້ມີການອັບເດດຄຸນລັກສະນະໃໝ່ໆ ຈາກ iOS 10 


ຢ່່າງທີ່ເຮົາໄດ້ຮູ້ກັນຢູ່ວ່າ Apple ໄດ້ປ່ອຍ iOS 11 (Beta) ມາໃຫ້ນັກພັດທະນາ ( Developer ) ຫຼື ຜູ້ທີ່ຕ້ອງການຂໍ້ມູນກ່ຽວກັບ iOS 11 ໄດ້ທົດລອງໃຊ້ງານກ່ອນ


ບັນຫາທີ່ເກີດຂຶ້ນກັບ iOS 11 (Beta)

ແນ່ນອນວ່າເວີຊັ່ນ Beta ກໍ່ຕ້ອງມີ Bug ແລະ ມີບັນຫາໃນການໃຊ້ງານນຳ, ເຊິ່ງທາງ Apple ເອງກໍ່ບໍ່ໄດ້ແນະນຳໃຫ້ຜູ້ໃຊ້ທົ່ວໄປ ອັບເດດເປັນ iOS 11 (Beta) ໃນຕອນນີ້ອັນເນື່ອງມາຈາກຍັງເປັນເວີຊັ່ນທົດລອງ (Beta) ທີ່ຍັງບໍ່ໄດ້ປ່ອຍໃຫ້ໃຊ້ງານກັນແບບສົມບູນ


ທີມງານນັກພັດທະນາ ໄດ້ອອກມາເຕືອນວ່າ ນອກຈາກບັນຫາໃນການໃຊ້ງານຂອງ iOS 11 (Beta) ທີ່ມີ Bug ແລ້ວ ສິ່ງທີ່ພົບບັນຫາອີກແບບໜຶ່ງຄື ເຄື່ອງທີ່ອັບເດດເປັນ iOS 11 (Beta) ເຄື່ອງຈະຮ້ອນໄວກວ່າປົກກະຕິ  ເຊິ່ງມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບ ແບັດເຕີລີ່ ເພາະຖ້າເຄື່ອງຮ້ອນມັນກໍ່ຈະສົ່ງຜົນໃຫ້ແບັດເຕີລີ່ເຊື່ອມໄວ



ສຸດທ້າຍນີ້ຢາກຂໍແນະນຳວ່າ ຖ້າຍັງບໍ່ຟ້າວໃຊ້ງານ iOS 11 ແມ່ນຢ່າຟ້າວອັບເດດເທື່ອເນາະ,ເພາະບັນຫາທີ່ຕາມມາອາດຈະມີຜົນເສຍຕາມມາບໍ່ຫຼາຍກໍ່ໜ້ອຍຫັ່ນລະ.ສະນັ້ນ ໃຫ້ອົດໃຈລໍຖ້າໃຫ້ມັນສົມບູນແລ້ວຄ່ອຍອັບເດດເນາະ Apple ນ່າຈະປ່ອຍໃຫ້ອັບເດດໃນໄວໆນີ້


ຂອບໃຈຂໍ້ມູນ :  


#iOS11 #Beta
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

23 May 2017

Apple ປ່ອຍວີດີໂອ ເພື່ອລໍ້ລົມ ສາວົກ Android ໃຫ້ປ່ຽນໃຈມາໃຊ້ iPhone





Apple ລຸຍຕະຫຼາດເຕັມທີ່ ສໍາລັບການລໍ້ລົມຜູ້ໃຊ້ Android ໃຫ້ປ່ຽນມາໃຊ້ iPhone, ລ່າສຸດ Apple ໄດ້ເປີດໂຕ
ເວັບໄຊ໌ໃໝ່ຊື່ວ່າ "Switch" ( https://www.apple.com/switch/ ) ທີ່ໄດ້ເນັ້ນການລໍ້ລົມຜູ້ໃຊ້ Android ໃຫ້ປ່ຽນມາໃຊ້ iPhone ແລະ ຍັງໄດ້ປ່ອຍວີດີໂອໂຄສະນາສັ້ນໆ ທີ່ໄດ້ອະທິບາຍຄວາມລຽບງ່າຍ ພ້ອມທັງສະແດງຂໍ້ດີຂອງ iPhone ອີກດ້ວຍ


ເຮົາມາເບິ່ງວິດີໂອຂອງ Apple ທີ່ຫວັງຈະລໍ້ລົມ ຜູ້ໃຊ້ Android ໃຫ້ປ່ຽນມາໃຊ້ iPhone ກັນເລີຍ !!!



-----

Music ( ເພັງ )
ຊ່ວຍໃຫ້ເຮົາຍ້າຍເພັງໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ




-------------------


Photo ( ຮູບພາບ )
ໃນການຍ້າຍຮູບພາບກໍ່ຈະເຮັດໄດ້ງ່າຍ ແລະ ສະດວກວ່ອງໄວຫຼາຍ



-----------------


Jump (ກະໂດດ)
ເມື່ອປ່ຽນມາໃຊ້ iPhone ການຢາກຍ້າຍຂໍ້ມູນຕ່າງ ເຊັ່ນ​ : ຮູບພາບ, ວີດິໂອຕ່າງໆ ກໍ່ສາມາດເຮັດໄດ້ງ່າຍໆເລີຍ


------------------

Fast ( ຄວາມໄວ )
ເຊິ່ງເລື່ອງຂອງຄວາມໄວ ແມ່ນບໍ່ຕ້ອງເປັນຫ່ວງ ເພາະຖ້າປ່ຽນມາໃຊ້ iPhone ກໍ່ຈະເຮັດໃຫ້ເຮົາແລ່ນໄວ ( ປະມວນຜົນໄວ )

-----------------


Privacy ( ຄວາມເປັນສ່ວນຕົວ )
ເມື່ອປ່ຽນມາໃຊ້ iPhone ເຮົາບໍ່ຕ້ອງຢ້ານວ່າໃຜຈະມາຫຍຸ້ງກັບເລື່ອງສ່ວນຕົວຂອງເຮົາ


----------------


ເຊິ່ງວີດີໂອທັງໝົດນີ້ ເປັນສ່ວນໜຶ່ງໃນການໂຄສະນາ ເພື່ອລໍ້ລົມໃຫ້ຜູ້ໃຊ້ Android ຫັນປ່ຽນມາໃຊ້ iPhone

ແລ້ວເຈົ້າຈະໄດ້ຮູ້ວ່າ iPhone ກັບ Android ອັນໃດທີ່ຈະຕອບໂຈດການໃຊ້ຊີວິດຂອງເຈົ້າ ?


ຂອບໃຈຂໍ້ມູນ :

#iPhone #MovetoiOS  #iOS  #Mac  #dekitproject
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

14 May 2017

WannaCry ໄວຣັສ ຮຽກຄ່າໄຖ່ ສຸດໂຫດ


ຖ້າເວົ້າເຖິງເລື່ອງປີສາດຄອມພິວເຕີ (Virus) ໃນຊ່ວງນີ້ກໍ່ຖືວ່າ WannaCry ແມ່ນກໍາລັງມາແຮງຫຼາຍ

-----------

ກ່ອນອື່ນເລີຍພວກເຮົາມາທໍາຄວາມຮູ້ຈັກກັບ WannaCry ກັນກ່ອນເລີຍເນາະ 
ວ່າມັນແມ່ນຫຍັງ, ແລ້ວມັນມາຈາກໃສ, ອັນຕະລາຍຕໍ່ພວກເຮົາແນວໃດ ແລະ ມັນຕ້ອງການຫຍັງຈາກສັງຄົມ ?



----------------

WannaCry
WannaCry ,WannaCrypt, WannaCryptor, Wcrypt ແມ່ນໄວຣັສຮຽກຄ່າໄຖ່
ທີ່ກໍາລັງແພ່ຢ່າງຫຼວງຫຼາຍເຊິ່ງເກີດຂຶ້ນທົ່ວໂລກ ແລະ ຍັງໄດ້ເຮັດໃຫ້ຫຼາຍພາກສ່ວນເກີດຄວາມເສຍຫາຍ ບໍ່ວ່າຈະເປັນໜ່ວຍງານພາກລັດ, ເອກະຊົນ, ໂຮງໝໍ ແລະ ລວມໄປເຖິງຄົນທົ່ວໄປທີ່ໃຊ້ຄອມພິວເຕີກໍ່ໄດ້ຮັບຄວາມເສຍຫາຍໄປຕາມໆກັນ
------------------

ສຳລັບ WannaCry ໂຕນີ້ ມັນຈະມີຜົນກັບຜູ້ທີ່ໃຊ້ລະບົບປະຕິບັດການວິນໂດເທົ່ານັ້ນ
 ( ອ່າວ !!! ລອດໄປ ເພາະຕູໃຊ້ລະບົບປະຕິບັດການ Mac OS ຫະຫະ ), WannaCry ໂຕນີ້ມັນຈະລັກເຂົ້າຄອມພິວເຕີຂອງເຮົາຜ່ານຊ່ອງທາງທີ່ສໍາຄັນຫຼາຍ ມັນເລີຍສາມາດແກ້ສິດຕົວເອງໃຫ້ມີອໍານາດຄືກັບ Admin ໄດ້ ແລະ ນັ້ນໝາຍຄວາມວ່າມັນສາມາດເຮັດໄດ້ທຸກຢ່າງກັບຄອມພິວເຕີຂອງເຮົາ ເຊັ່ນວ່າ : ມັນຈະໄປ Lock ໄຟລ໌ຂໍ້ມູນຂອງເຮົາ ແລ້ວເຂົ້າລະຫັດໄຟລ໌ຂອງເຮົາໄວ້ເພື່ອຮຽກຄ່າໄຖ່, ແຕ່ເທົ່ານັ້ນຍັງບໍ່ພໍ ຄອມພິວເຕີຂອງເຮົາກໍ່ຈະກາຍເປັນຕົວແພ່ເຊື້ອ
 ເພື່ອກະຈາຍໄວຣັສໂຕນີ້ໄປສູ່ຄອມພິວເຕີເຄື່ອງອື່ນໆໃນເຄື່ອຂ່າຍຂອງເຮົາ



-------------

ໂດຍປົກກະຕິແລ້ວ ການປ້ອງກັນຕົວຈາກໄວຣັສຮຽກຄ່າໄຖ່ ກໍ່ຄື : ຢ່າເປີດໂປຼແກຼມທີ່ບໍ່ຮູ້ຈັກ, 
ບໍ່ເຂົ້າເວັບ໌ມົ່ວໆ ແລະ ບໍ່ຕ້ອງໂຫລດໄຟລ໌ທີ່ແນວມາກັບ Email ແປກໆ
 ( mail ໃນທີ່ນີ້ໝາຍເຖິງ mail ທີ່ບໍ່ແມ່ນຄົນຮູ້ຈັກ ) 
ຖ້າທຽບກັບຊີວິດຈິງ ກໍ່ຄືຢ່າໄວ້ໃຈຄົນແປກໜ້ານັ້ນແຫລະ 

ແຕ່ວ່າ

ໄວຣັສຮຽກຄ່າໄຖ່ WannaCry ໂຫດກວ່ານັ້ນຫຼາຍກໍ່ຄື ເຮົາບໍ່ຈໍາເປັນຕ້ອງເປີດ Email ຫຼື  ດາວໂຫລດໄຟລ໌
ຕ່າງໆ ກໍ່ສາມາດຖືກ WannaCry ເຂົ້າໂຈມຕີໄດ້ຄືກັນ ພຽງແຕ່ເຮົາເຊື່ອມຕໍ່ອິນເຕີເນັດໄວ້ ແມ່ນເຮົາຖືກໂຈມຕີແນ່ນອນ, ເຖິງແມ່ນວ່າເຮົາຈະຕິດຕັ້ງ Antivirus ໄວ້ກໍ່ບໍ່ສາມາດປ້ອງກັນໄດ້ 
"ອ່າວ ຊວຍແລ້ວ !!! ມີ Antivirus ກໍ່ຊ່ວຍຫຍັງບໍ່ໄດ້" 

ແລ້ວມັນເປັນແນວໃດກັນແທ້ ?

-----

ດຽວເຮົາມາທໍາຄວາມເຂົ້າໃຈໜ້ອຍໜຶ່ງເນາະ ໂດຍທົ່ວໄປແລ້ວເວລາທີ່ Computer  ຕິດຕໍ່ສື່ສານກັນ
ມັນຈະຕິດຕໍ່ໄດ້ຫຼາຍແບບ ຫຼາຍຊ່ອງທາງ ເຊິ່ງໜຶ່ງໃນນັ້ນກໍ່ຄື Protocal ທີ່ຊື່ວ່າ : SMB( Service Message Block )
ເຊິ່ງໜ້າທີ່ຫຼັກຂອງມັນກໍ່ຄື ການແຊ໌ໄຟລ໌, ການແຊ໌ຂໍ້ມູນ ລວມເຖິງການແຊ໌ໍພວກ Printer ຫຼືວ່າ ພວກອຸປະກອນອື່ນໆທີ່ຢູ່ໃນເຄືອຂ່າຍ ປະມານວ່າສາມາດສົ່ງໄຟລ໌ຜ່ານລະບົບ LAN ຫຼືວ່າສາມາດສັ່ງ Print ງານໃນເຄື່ອຂ່າຍນັ້ນແຫລະ.
--------------

SMB( Service Message Block ) 

SMB ເຊິ່ງໄດ້ພັດທະນາມາຫຼາຍເວີຊັ່ນ ເຊັ່ນ: SMB V1, SMB V2 ແລະ SMB V3 ເຊິ່ງປັດຈຸບັນແມ່ນໄດ້ປ່ຽນມາໃຊ້
SMB V2 ແລະ SMB V3 ເປັນສ່ວນຫຼາຍ ສ່ວນ SMB V1 ແມ່ນບໍ່ຄ່ອຍຈະໄດ້ໃຊ້ແລ້ວ

ເອະ !!! ແລ້ວ WannaCry ມັນມາກ່ຽວຫຍັງກັບ SMB 
ແລ້ວ WannaCry ເຂົ້າເຄື່ອງຂອງເຮົາໄດ້ແນວໃດ ໂດຍທີ່ເຮົາບໍ່ໄດ້ Download ຫຍັງເລີຍ ?

ຫຼັກການປະມານວ່າ ມັນໃຊ້ຊ່ອງໂຫວ່ການເຊື່ອມຕໍ່ຂອງ SMB V1 ນິ້ແຫຼະ ເປັນຊ່ອງທາງໃນການເຂົ້າໂຈມຕີ Computer ຂອງເຮົາ ໂດຍທີ່ເຮົາບໍ່ຕ້ອງຄລິກເຂົ້າ File ແລະ ດາວໂຫຼດ File ຫັຍງເລີຍ ( ພຽງແຕ່ເຊື່ອມຕໍ່ອິນເຕີເນັດໄວ້ ກໍ່ອາດຖືກມັນເຂົ້າໂຈມຕີໄດ້  )
ເພາະສະນັ້ນ,  SMB V1 ຈິ່ງບໍ່ເໝາະສົມທີ່ຈະໃຊ້ງານມັນໃນຍຸກນີ້ ເຮົາຄວນປິດມັນຊະ !!!

"ວິທີປ້ອງກັນຕົນເອງຈາກໄວຣັສ WannaCry"

ວິທີ ທີ່ 1 : ອັບເດດ Window ຊະ! ແລ້ວຈະສະບາຍໃຈ 





ວິທີ ທີ່ 2 :  ປິດ SMB V1 ໄປເລີຍ ເພາະມັນເປັນລະບົບແຊໄຟລ໌ທີ່ເກົ່າຫຼາຍ ທີ່ຖືກສ້າງມາໄດ້ປະມານ 30 ກວ່າປີມາແລ້ວ ສະນັ້ນ, ການທີ່ເຮົາຈະປິດ SMB V1 ມັນອາດຈະບໍ່ມີຜົນກະທົບຫຍັງຫຼາຍ ເພາະວ່າໂປຼແກຼມໃນປັດຈຸບັນໄດ້ປ່ຽນເປັນ SMB V2, V3 ໝົດແລ້ວ

  • ສໍາລັບ Window Vista, 7, 8
ເຂົ້າທີ່ Start > cmd > ແລ້ວຄລິກຂວາເລືອກ Run as administrator



ຈາກນັ້ນ ຈະມີໜ້າຕ່າງສີດໍານີ້ຂຶ້ນມາ


ຕໍ່ໄປແມ່ນໃຫ້ Copy ຄໍາສັ່ງລຸ່ມນີ້ໃສ່ 

sc.exe config lanmanworkstation depend= bowser/mrxsmb20/nsi  

ຈາກນັ້ນກົດ Enter ຈະເຫັນວ່າສໍາເລັດ - ແລ້ວ Copy ເອົາລິ້ງລຸ່ມນີ້ເຮັດແບບເກົ່າອີກຄັ້ງ

sc.exe config mrxsmb10 start= disabled

ແລ້ວກົດ Enter ກໍ່ເປັນອັນສໍາເລັດ

  • ສໍາລັບ Window 8.1, 10
 ເຂົ້າທີ່ Start > ແລ້ວພິມ Turn Windows Feature on or off 


ຈາກນັ້ນ ກົດເປີດ  Turn Windows feature On or Off   ກໍ່ຈະມີໜ້າຕ່າງຂຶ້ນມາ

ແລ້ວກົດເອົາເຄື່ອງໝາຍຕິກຖືກອອກຈາກ  SMB 1.0/CIFS File Sharing Support  ແລ້ວກົດ OK



ຫຼັງຈາກນັ້ນ ມັນຈະໃຫ້ເຮົາ Restart ເຄື່ອງແລ້ວເປີດໃໝ່ກໍ່ຖືວ່າເປັນອັນສໍາເລັດ


ເພີ່ມເຕີມ :
ຖ້າເຮົາຢາກຈະເປີດ SMB V1 ເພື່ອໃຊ້ງານຄືນໃໝ່ແມ່ນເຮັດຕາມນີ້
  • ສໍາລັບ Window Vista, 7, 8 : ແມ່ນໃຫ້ເຮັດຄືກັບຕອນປິດ ພຽງແຕ່ Copy ຄໍາສັ່ງພວກນີ້ໃສ່ແທນ  sc.exe config lanmanworkstation depend= bowser/mrxsmb10/mrxsmb20/nsi ແລ້ວກົດ Enter ຈາກນັ້ນ ໃຫ້ Copy ຄໍາສັ່ງທີ່ສອງ sc.exe config mrxsmb10 start= auto  ຈາກນັ້ນກົດ Enter ແລ້ວໃຫ້ Restart ເຄື່ອງໃໝ່ກໍ່ເປັນອັນສໍາເລັດ
  • ສໍາລັບ Window 8.1, 10 :  ເຂົ້າ Turn Windows feature On or Off   ແລ້ວກົດເຄື່ອງໝາຍຕິກຖືກທີ່  SMB 1.0/CIFS File Sharing Support  ແລ້ວກົດ Enter ແລະ Restart ເຄື່ອງໃໝ່ກໍ່ເປັນອັນສໍາເລັດ

--------------------------------------------

ເອກະສານອ້າງອີງ :
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ