23 May 2017

Apple ປ່ອຍວີດີໂອ ເພື່ອລໍ້ລົມ ສາວົກ Android ໃຫ້ປ່ຽນໃຈມາໃຊ້ iPhone





Apple ລຸຍຕະຫຼາດເຕັມທີ່ ສໍາລັບການລໍ້ລົມຜູ້ໃຊ້ Android ໃຫ້ປ່ຽນມາໃຊ້ iPhone, ລ່າສຸດ Apple ໄດ້ເປີດໂຕ
ເວັບໄຊ໌ໃໝ່ຊື່ວ່າ "Switch" ( https://www.apple.com/switch/ ) ທີ່ໄດ້ເນັ້ນການລໍ້ລົມຜູ້ໃຊ້ Android ໃຫ້ປ່ຽນມາໃຊ້ iPhone ແລະ ຍັງໄດ້ປ່ອຍວີດີໂອໂຄສະນາສັ້ນໆ ທີ່ໄດ້ອະທິບາຍຄວາມລຽບງ່າຍ ພ້ອມທັງສະແດງຂໍ້ດີຂອງ iPhone ອີກດ້ວຍ


ເຮົາມາເບິ່ງວິດີໂອຂອງ Apple ທີ່ຫວັງຈະລໍ້ລົມ ຜູ້ໃຊ້ Android ໃຫ້ປ່ຽນມາໃຊ້ iPhone ກັນເລີຍ !!!



-----

Music ( ເພັງ )
ຊ່ວຍໃຫ້ເຮົາຍ້າຍເພັງໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ




-------------------


Photo ( ຮູບພາບ )
ໃນການຍ້າຍຮູບພາບກໍ່ຈະເຮັດໄດ້ງ່າຍ ແລະ ສະດວກວ່ອງໄວຫຼາຍ



-----------------


Jump (ກະໂດດ)
ເມື່ອປ່ຽນມາໃຊ້ iPhone ການຢາກຍ້າຍຂໍ້ມູນຕ່າງ ເຊັ່ນ​ : ຮູບພາບ, ວີດິໂອຕ່າງໆ ກໍ່ສາມາດເຮັດໄດ້ງ່າຍໆເລີຍ


------------------

Fast ( ຄວາມໄວ )
ເຊິ່ງເລື່ອງຂອງຄວາມໄວ ແມ່ນບໍ່ຕ້ອງເປັນຫ່ວງ ເພາະຖ້າປ່ຽນມາໃຊ້ iPhone ກໍ່ຈະເຮັດໃຫ້ເຮົາແລ່ນໄວ ( ປະມວນຜົນໄວ )

-----------------


Privacy ( ຄວາມເປັນສ່ວນຕົວ )
ເມື່ອປ່ຽນມາໃຊ້ iPhone ເຮົາບໍ່ຕ້ອງຢ້ານວ່າໃຜຈະມາຫຍຸ້ງກັບເລື່ອງສ່ວນຕົວຂອງເຮົາ


----------------


ເຊິ່ງວີດີໂອທັງໝົດນີ້ ເປັນສ່ວນໜຶ່ງໃນການໂຄສະນາ ເພື່ອລໍ້ລົມໃຫ້ຜູ້ໃຊ້ Android ຫັນປ່ຽນມາໃຊ້ iPhone

ແລ້ວເຈົ້າຈະໄດ້ຮູ້ວ່າ iPhone ກັບ Android ອັນໃດທີ່ຈະຕອບໂຈດການໃຊ້ຊີວິດຂອງເຈົ້າ ?


ຂອບໃຈຂໍ້ມູນ :

#iPhone #MovetoiOS  #iOS  #Mac  #dekitproject
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

14 May 2017

WannaCry ໄວຣັສ ຮຽກຄ່າໄຖ່ ສຸດໂຫດ


ຖ້າເວົ້າເຖິງເລື່ອງປີສາດຄອມພິວເຕີ (Virus) ໃນຊ່ວງນີ້ກໍ່ຖືວ່າ WannaCry ແມ່ນກໍາລັງມາແຮງຫຼາຍ

-----------

ກ່ອນອື່ນເລີຍພວກເຮົາມາທໍາຄວາມຮູ້ຈັກກັບ WannaCry ກັນກ່ອນເລີຍເນາະ 
ວ່າມັນແມ່ນຫຍັງ, ແລ້ວມັນມາຈາກໃສ, ອັນຕະລາຍຕໍ່ພວກເຮົາແນວໃດ ແລະ ມັນຕ້ອງການຫຍັງຈາກສັງຄົມ ?



----------------

WannaCry
WannaCry ,WannaCrypt, WannaCryptor, Wcrypt ແມ່ນໄວຣັສຮຽກຄ່າໄຖ່
ທີ່ກໍາລັງແພ່ຢ່າງຫຼວງຫຼາຍເຊິ່ງເກີດຂຶ້ນທົ່ວໂລກ ແລະ ຍັງໄດ້ເຮັດໃຫ້ຫຼາຍພາກສ່ວນເກີດຄວາມເສຍຫາຍ ບໍ່ວ່າຈະເປັນໜ່ວຍງານພາກລັດ, ເອກະຊົນ, ໂຮງໝໍ ແລະ ລວມໄປເຖິງຄົນທົ່ວໄປທີ່ໃຊ້ຄອມພິວເຕີກໍ່ໄດ້ຮັບຄວາມເສຍຫາຍໄປຕາມໆກັນ
------------------

ສຳລັບ WannaCry ໂຕນີ້ ມັນຈະມີຜົນກັບຜູ້ທີ່ໃຊ້ລະບົບປະຕິບັດການວິນໂດເທົ່ານັ້ນ
 ( ອ່າວ !!! ລອດໄປ ເພາະຕູໃຊ້ລະບົບປະຕິບັດການ Mac OS ຫະຫະ ), WannaCry ໂຕນີ້ມັນຈະລັກເຂົ້າຄອມພິວເຕີຂອງເຮົາຜ່ານຊ່ອງທາງທີ່ສໍາຄັນຫຼາຍ ມັນເລີຍສາມາດແກ້ສິດຕົວເອງໃຫ້ມີອໍານາດຄືກັບ Admin ໄດ້ ແລະ ນັ້ນໝາຍຄວາມວ່າມັນສາມາດເຮັດໄດ້ທຸກຢ່າງກັບຄອມພິວເຕີຂອງເຮົາ ເຊັ່ນວ່າ : ມັນຈະໄປ Lock ໄຟລ໌ຂໍ້ມູນຂອງເຮົາ ແລ້ວເຂົ້າລະຫັດໄຟລ໌ຂອງເຮົາໄວ້ເພື່ອຮຽກຄ່າໄຖ່, ແຕ່ເທົ່ານັ້ນຍັງບໍ່ພໍ ຄອມພິວເຕີຂອງເຮົາກໍ່ຈະກາຍເປັນຕົວແພ່ເຊື້ອ
 ເພື່ອກະຈາຍໄວຣັສໂຕນີ້ໄປສູ່ຄອມພິວເຕີເຄື່ອງອື່ນໆໃນເຄື່ອຂ່າຍຂອງເຮົາ



-------------

ໂດຍປົກກະຕິແລ້ວ ການປ້ອງກັນຕົວຈາກໄວຣັສຮຽກຄ່າໄຖ່ ກໍ່ຄື : ຢ່າເປີດໂປຼແກຼມທີ່ບໍ່ຮູ້ຈັກ, 
ບໍ່ເຂົ້າເວັບ໌ມົ່ວໆ ແລະ ບໍ່ຕ້ອງໂຫລດໄຟລ໌ທີ່ແນວມາກັບ Email ແປກໆ
 ( mail ໃນທີ່ນີ້ໝາຍເຖິງ mail ທີ່ບໍ່ແມ່ນຄົນຮູ້ຈັກ ) 
ຖ້າທຽບກັບຊີວິດຈິງ ກໍ່ຄືຢ່າໄວ້ໃຈຄົນແປກໜ້ານັ້ນແຫລະ 

ແຕ່ວ່າ

ໄວຣັສຮຽກຄ່າໄຖ່ WannaCry ໂຫດກວ່ານັ້ນຫຼາຍກໍ່ຄື ເຮົາບໍ່ຈໍາເປັນຕ້ອງເປີດ Email ຫຼື  ດາວໂຫລດໄຟລ໌
ຕ່າງໆ ກໍ່ສາມາດຖືກ WannaCry ເຂົ້າໂຈມຕີໄດ້ຄືກັນ ພຽງແຕ່ເຮົາເຊື່ອມຕໍ່ອິນເຕີເນັດໄວ້ ແມ່ນເຮົາຖືກໂຈມຕີແນ່ນອນ, ເຖິງແມ່ນວ່າເຮົາຈະຕິດຕັ້ງ Antivirus ໄວ້ກໍ່ບໍ່ສາມາດປ້ອງກັນໄດ້ 
"ອ່າວ ຊວຍແລ້ວ !!! ມີ Antivirus ກໍ່ຊ່ວຍຫຍັງບໍ່ໄດ້" 

ແລ້ວມັນເປັນແນວໃດກັນແທ້ ?

-----

ດຽວເຮົາມາທໍາຄວາມເຂົ້າໃຈໜ້ອຍໜຶ່ງເນາະ ໂດຍທົ່ວໄປແລ້ວເວລາທີ່ Computer  ຕິດຕໍ່ສື່ສານກັນ
ມັນຈະຕິດຕໍ່ໄດ້ຫຼາຍແບບ ຫຼາຍຊ່ອງທາງ ເຊິ່ງໜຶ່ງໃນນັ້ນກໍ່ຄື Protocal ທີ່ຊື່ວ່າ : SMB( Service Message Block )
ເຊິ່ງໜ້າທີ່ຫຼັກຂອງມັນກໍ່ຄື ການແຊ໌ໄຟລ໌, ການແຊ໌ຂໍ້ມູນ ລວມເຖິງການແຊ໌ໍພວກ Printer ຫຼືວ່າ ພວກອຸປະກອນອື່ນໆທີ່ຢູ່ໃນເຄືອຂ່າຍ ປະມານວ່າສາມາດສົ່ງໄຟລ໌ຜ່ານລະບົບ LAN ຫຼືວ່າສາມາດສັ່ງ Print ງານໃນເຄື່ອຂ່າຍນັ້ນແຫລະ.
--------------

SMB( Service Message Block ) 

SMB ເຊິ່ງໄດ້ພັດທະນາມາຫຼາຍເວີຊັ່ນ ເຊັ່ນ: SMB V1, SMB V2 ແລະ SMB V3 ເຊິ່ງປັດຈຸບັນແມ່ນໄດ້ປ່ຽນມາໃຊ້
SMB V2 ແລະ SMB V3 ເປັນສ່ວນຫຼາຍ ສ່ວນ SMB V1 ແມ່ນບໍ່ຄ່ອຍຈະໄດ້ໃຊ້ແລ້ວ

ເອະ !!! ແລ້ວ WannaCry ມັນມາກ່ຽວຫຍັງກັບ SMB 
ແລ້ວ WannaCry ເຂົ້າເຄື່ອງຂອງເຮົາໄດ້ແນວໃດ ໂດຍທີ່ເຮົາບໍ່ໄດ້ Download ຫຍັງເລີຍ ?

ຫຼັກການປະມານວ່າ ມັນໃຊ້ຊ່ອງໂຫວ່ການເຊື່ອມຕໍ່ຂອງ SMB V1 ນິ້ແຫຼະ ເປັນຊ່ອງທາງໃນການເຂົ້າໂຈມຕີ Computer ຂອງເຮົາ ໂດຍທີ່ເຮົາບໍ່ຕ້ອງຄລິກເຂົ້າ File ແລະ ດາວໂຫຼດ File ຫັຍງເລີຍ ( ພຽງແຕ່ເຊື່ອມຕໍ່ອິນເຕີເນັດໄວ້ ກໍ່ອາດຖືກມັນເຂົ້າໂຈມຕີໄດ້  )
ເພາະສະນັ້ນ,  SMB V1 ຈິ່ງບໍ່ເໝາະສົມທີ່ຈະໃຊ້ງານມັນໃນຍຸກນີ້ ເຮົາຄວນປິດມັນຊະ !!!

"ວິທີປ້ອງກັນຕົນເອງຈາກໄວຣັສ WannaCry"

ວິທີ ທີ່ 1 : ອັບເດດ Window ຊະ! ແລ້ວຈະສະບາຍໃຈ 





ວິທີ ທີ່ 2 :  ປິດ SMB V1 ໄປເລີຍ ເພາະມັນເປັນລະບົບແຊໄຟລ໌ທີ່ເກົ່າຫຼາຍ ທີ່ຖືກສ້າງມາໄດ້ປະມານ 30 ກວ່າປີມາແລ້ວ ສະນັ້ນ, ການທີ່ເຮົາຈະປິດ SMB V1 ມັນອາດຈະບໍ່ມີຜົນກະທົບຫຍັງຫຼາຍ ເພາະວ່າໂປຼແກຼມໃນປັດຈຸບັນໄດ້ປ່ຽນເປັນ SMB V2, V3 ໝົດແລ້ວ

  • ສໍາລັບ Window Vista, 7, 8
ເຂົ້າທີ່ Start > cmd > ແລ້ວຄລິກຂວາເລືອກ Run as administrator



ຈາກນັ້ນ ຈະມີໜ້າຕ່າງສີດໍານີ້ຂຶ້ນມາ


ຕໍ່ໄປແມ່ນໃຫ້ Copy ຄໍາສັ່ງລຸ່ມນີ້ໃສ່ 

sc.exe config lanmanworkstation depend= bowser/mrxsmb20/nsi  

ຈາກນັ້ນກົດ Enter ຈະເຫັນວ່າສໍາເລັດ - ແລ້ວ Copy ເອົາລິ້ງລຸ່ມນີ້ເຮັດແບບເກົ່າອີກຄັ້ງ

sc.exe config mrxsmb10 start= disabled

ແລ້ວກົດ Enter ກໍ່ເປັນອັນສໍາເລັດ

  • ສໍາລັບ Window 8.1, 10
 ເຂົ້າທີ່ Start > ແລ້ວພິມ Turn Windows Feature on or off 


ຈາກນັ້ນ ກົດເປີດ  Turn Windows feature On or Off   ກໍ່ຈະມີໜ້າຕ່າງຂຶ້ນມາ

ແລ້ວກົດເອົາເຄື່ອງໝາຍຕິກຖືກອອກຈາກ  SMB 1.0/CIFS File Sharing Support  ແລ້ວກົດ OK



ຫຼັງຈາກນັ້ນ ມັນຈະໃຫ້ເຮົາ Restart ເຄື່ອງແລ້ວເປີດໃໝ່ກໍ່ຖືວ່າເປັນອັນສໍາເລັດ


ເພີ່ມເຕີມ :
ຖ້າເຮົາຢາກຈະເປີດ SMB V1 ເພື່ອໃຊ້ງານຄືນໃໝ່ແມ່ນເຮັດຕາມນີ້
  • ສໍາລັບ Window Vista, 7, 8 : ແມ່ນໃຫ້ເຮັດຄືກັບຕອນປິດ ພຽງແຕ່ Copy ຄໍາສັ່ງພວກນີ້ໃສ່ແທນ  sc.exe config lanmanworkstation depend= bowser/mrxsmb10/mrxsmb20/nsi ແລ້ວກົດ Enter ຈາກນັ້ນ ໃຫ້ Copy ຄໍາສັ່ງທີ່ສອງ sc.exe config mrxsmb10 start= auto  ຈາກນັ້ນກົດ Enter ແລ້ວໃຫ້ Restart ເຄື່ອງໃໝ່ກໍ່ເປັນອັນສໍາເລັດ
  • ສໍາລັບ Window 8.1, 10 :  ເຂົ້າ Turn Windows feature On or Off   ແລ້ວກົດເຄື່ອງໝາຍຕິກຖືກທີ່  SMB 1.0/CIFS File Sharing Support  ແລ້ວກົດ Enter ແລະ Restart ເຄື່ອງໃໝ່ກໍ່ເປັນອັນສໍາເລັດ

--------------------------------------------

ເອກະສານອ້າງອີງ :
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ