12 January 2017

ວິທີຫຍໍ້ຊື່ URL ໃຫ້ສັ້ນລົງ ໃນແບບຂອງ Google


ເມື່ອເວົ້າເຖິງການຫຍໍ້ຊື່ URL ຂອງເວັບໄຊ໌ທີ່ມີ url ຍາວໆ ສັ້ນລົງໄດ້ນັ້ນມັນສຸດເຈ໋ງທີ່ສຸດ ເພື່ອຄວາມສະດວກໃນການແຊຣ໌ເວັບໄຊ໌ຜ່ານທາງ Social Media ຕ່າງໆ ເຊັ່ນ : Instagram ແລະ Twitter ທີ່ໄດ້ມີການຈໍາກັດຕົວອັກສອນໃນການໂພສ
------------

" ວິທີການຫຍໍ້ຊື່ URL ໃຫ້ສັ້ນລົງດ້ວຍວິທີງ່າຍໆ "


Google ໄດ້ປ່ອຍເຄື່ອງມື "Google url Shortener"  ເຊິ່ງເປັນເຄື່ອງມືໃນການຫຍໍ້ URL ໃຫ້ສັ້ນລົງເພື່ອງ່າຍຕໍ່ການນໍາໄປແຊຣ໌ຕໍ່

ຕາມລິ້ງນີ້ເລີຍ : " www.goo.gl "

-----------

ຂັ້ນຕອນຕໍ່ມາເຮົາກໍ່ພຽງແຕ່ເຂົ້າ Copy URL ຈາກເວັບໄຊ໌ຂອງເຮົາ
ລິ້ງຕົວຢ່າງ : http://dekitproject.blogspot.com/2017/04/autodraw-ai_68.html
----------------


----------
ຈາກນັ້ນ ໃຫ້ເຮົານໍາ URL ມາວາງທີ່ເວັບຂອງ  www.goo.gl
------------------------

--------
ກົດທີ່ປຸ່ມ SHORTEN URL
--------------

---------------

ເມື່ອເຮົາກົດ Shorten url ລະບົບກໍ່ຈະຫຍໍ້ url ທີ່ຍາວໃຫ້ສັ້ນລົງໃນພິບຕາ

---------


-----------
ຈາກນັ້ນ ໃຫ້ເຮົາ Copy Short URL ສັ້ນໆໄປໃຊ້ງານໄດ້ເລີຍ
ລິ້ງທີ່ຫຍໍ້ໃຫ້ສັ້ນລົງ : https://goo.gl/D8IKhF
-------


ລິ້ງທີ່ເຮົາຕ້ອງການຫຍໍ້ : http://dekitproject.blogspot.com/2017/04/autodraw-ai_68.html

ລິ້ງທີ່ຫຍໍ້ສໍາເລັດແລ້ວ : https://goo.gl/D8IKhF
-------

" ສັງເກດເຫັນວ່າລິ້ງ url ມັນຈະປ່ຽນໄປ,  ແຕ່ວ່າລິ້ງທັງສອງແມ່ນຈະເຂົ້າສູ່ໜ້າເວັບໄຊ໌ອັນດຽວກັນ "



ເພີ່ມຕື່ມ : 
ຖ້າຫາກວ່າເຮົາ Sign in ໂດຍໃຊ້ Google Account ແລ້ວກໍ່ຈະສະແດງລິ້ງ URL ຕ່າງໆທີ່ເຮົາໄດ້ຫຍໍ້ໄວ້ນັ້ນຂຶ້ນມາໃນລາຍການຂອງເຮົາ
-------------
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ