09 June 2016

ຄວາມແຕກຕ່າງຂອງ iOS ກັບ Android - ລະບົບໃດດີກວ່າກັນ ?



ເມື່ອເວົ້າເຖິງເລື່ອງໂທລະສັບມືຖື ມັກຈະໄດ້ຍິນຄໍາຖາມທີ່ວ່າ " ໃຊ້ໂທລະສັບລຸ່ນໃດດີ - iOS ຫຼື Android ?" ເຊິ່ງຕອນນີ້ກໍ່ຈະມີຢູ່ 2 ລະບົບຫຼັກໆ ຄື : ລະບົບ iOS ແລະ ລະບົບ Android ເຊິ່ງເປັນລະບົບປະຕິບັດການທີ່ກໍາລັງນິຍົມກັນຫຼາຍທີ່ສຸດເລີຍ !
ແລ້ວຖາມວ່າລະບົບໃດດີກວ່າກັນ ? 

ຖືວ່າເປັນຄໍາຖາມທີ່ຕອບຍາກເລີຍແຫຼະ ເພາະທັງ 2 ລະບົບກໍ່ຈະມີດີໃນແຕ່ລະແບບຂອງມັນ
ສະນັ້ນ, ເຮົາຈະມາເບິ່ງຈຸດເດັ່ນຂອງ ລະບົບປະຕິບັດການ iOS ແລະ Android ວ່າລະບົບໃດທີ່ຈະເໝາະກັບການໃຊ້ງານຂອງເຮົາເພື່ອໃຫ້ງ່າຍຂຶ້ນໃນການຕັດສິນໃຈເລືອກຊື້ໂທລະສັບຄູ່ໃຈ...


"ຖ້າເຮົາເວົ້າໃນແງ່ຂອງຄວາມນິຍົມ ລະບົບປະຕິບັດການ Android ແມ່ນນໍາໜ້າກ່ອນເລັກນ້ອຍ ສາເຫດອາດມາຈາກຄວາມຫຼາກຫຼາຍຂອງແບຣນ ແລະ ໂອກາດດີໆສໍາລັບນັກພັດທະນາ Android Application"

ປຽບທຽບການໃຊ້ງານລະຫວ່າງ ລະບົບປະຕິບັດການ iOS ແລະ Android


  • ລະບົບປະຕິບັດການ iOS : ແມ່ນຈະເນັ້ນຄວາມລຽບງ່າຍເປັນຫຼັກ, ເຊິ່ງເປັນລະບົບປະຕິບັດການທີ່ຖືກພັດທະນາໂດຍ ບໍລິສັດ Apple ທີ່ໄດ້ໃຊ້ໃນຜະລິດຕະພັນຂອງ Apple ຢ່າງເຊັ່ນ : iPod, iPad ແລະ iPhone ນັ້ນເອງ.


ຈຸດເດັ່ນ : 
ຫຼູຫຼາ !!!  ພ້ອມກັບລະບົບທີ່ສະຖຽນ ທີ່ໄດ້ເນັ້ນເອົາຄວາມລຽບງ່າຍເປັນຫຼັກ, ເຊິ່ງ iOS ຈະມີຄວາມໂດດເດັ່ນທາງດ້ານຄວາມບັນເທີງ ທີ່ມີ ແອັບຯ ແລະ ເກມ ໃຫ້ເລືອກໃຊ້ຢ່າງຫຼາກຫຼາຍ ແລະ ມີຄຸນນະພາບ, ອີກຢ່າງຍັງມີແອັບຯທີ່ສາມາດຊ່ວຍວຽກດ້ານເອກະສານ, ວຽກຕັດຕໍ່ວີດີໂອ ລວມເຖິງການແຕ່ງຮູບພາບຕ່າງໆອີກດ້ວຍ


ຂໍ້ດີ :
-  ການເປີດໃຊ້ງານ ແອັບຯ ວ່ອງໄວທັນໃຈ
-  ປະຫຍັດພະລັງງານ ເຖິງແມ່ນວ່າເຮົາຈະເປິດໃຊ້ ແອັບຯຕ່າງໆຄ້າງໄວ້ ກໍ່ຈະບໍ່ເຮັດໃຫ້ລະບົບຊ້າລົງເລີຍ
-  ສາມາດບັນຊີຜູ້ໃຊ້ພຽງບັນຊີດຽວກໍ່ສາມາດໃຊ້ບໍລິການໄດ້ເກືອບທັງໝົດ
-  ມີຄວາມປອດໄພສູງຈາກໄພຄຸກຄາມ
  •  ລະບົບປະຕິບັດການ Android : ເປັນລະບົບປະຕິບັດການທີ່ຖືກພັດທະນາໂດຍ ບໍລິສັດ Google ເຊິ່ງເປັນລະບົບປະຕິບັດການແບບ OpenSource ທີ່ເປັນບໍລິການແບບເປີດ ຫຼື ແບບຟຣີນັ້ນເອງ, ດັ່ງນັ້ນຜູ້ຜະລິດໂທລະສັບ ແລະ Tablet ຈຶ່ງນິຍົມເອົາ ລະບົບປະຕິບັດການ Android ໄປໃຊ້ເປັນ OS ຂອງຜະລິດຕະພັນທີ່ຫຼາກຫຼາຍ ຢ່າງເຊັ່ນ : HTC, Samsung ເປັນຕົ້ນ.


ຈຸດເດັ່ນ :
ເປັນລະບົບທີ່ມີຄວາມຫຼາກຫຼາຍ ສາມາດປ່ຽນ Theme, ປັບແຕ່ງໜ້າຕາຂອງເຄື່ອງໄດ້ຢ່າງຕາມໃຈຕ້ອງການ,  ມີແອັບຯ ໃຫ້ເລືອກໃຊ້ງານຫຼາຍ ແລະ ຍັງສາມາດເຊື່ອມຕໍ່ການບໍລິການຕ່າງໆຂອງ Google ຢ່າງເຊັ່ນ : Gmail, Google Maps, Google Drive ແລະ Google Search Engine ໄດ້ຢ່າງສະດວກສະບາຍ

ຂໍ້ດີ : 
-  "Multitask" ສາມາດໃຊ້ງານແອັບຯຫຼາຍໆແອັບຯພ້ອມກັນ ໃນເວລາດຽວກັນ
-  ໃຊ້ງານງ່າຍ, ສາມາດ Import ເພັງ ຮູບພາບໂດຍໃຊ້ງານຄືກັບ USB Storage ທີ່ເຮົາສາມາດສຽບ USB ແລ້ວລາກຂໍ້ມູນເຂົ້າ-ອອກໄດ້
-  ຕິດຕັ້ງແອັບຯໄດ້ຢ່າງອິດສະຫຼະ ແລະ ມີຄວາມເປັນອິດສະຫຼະດ້ານແອັບຯ ທີ່ສາມາດລັກເອົາແອັບຯທີ່ເສຍເງິນມາໃຊ້ໄດ້


---------------------------
ຈາກທີ່ກ່າວມາ ຖືວ່າຄວາມສາມາດຂອງທັງ 2 ລະບົບນີ້ແມ່ນມັນກໍ່ບໍ່ໄດ້ແຕກຕ່າງກັນຫຼາຍປານໃດ, ແຕ່ທີ່ຍົກມານີ້ເປັນຈຸດເດັ່ນທີ່ມີໃນລະບົບ ແລະ ເປັນສິ່ງທີ່ຜູ້ໃຊ້ທົ່ວໄປຈະໄດ້ສະສໍາຜັດກັບມັນ

ສະນັ້ນ, ຖ້າຫາກເຮົາຈະເລືອກຊື້ ຫຼື ເລືອກໃຊ້ລະບົບປະຕິການໃດດີ ແມ່ນຂຶ້ນກັບຈຸດປະສົງ ແລະ ຄວາມຕ້ອງການຂອງຜູ້ກ່ຽວເອງ ວ່າເຮົາມັກແບບໃດ ໃນການທີ່ເຮົາຈະເລືອກໂທລະສັບມືຖືເຄື່ອງໃດເຄື່ອງໜຶ່ງມາຄອບຄອງ ເພື່ອທີ່ຈະມາຕອບໂຈດຂອງເຮົາໄດ້ຢ່າງແທ້ຈິງ ແລະ ໃຊ້ງານໄປດົນໆ
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ

05 June 2016

ວິທີປິດ Video Autoplay ໃນ Facebook



              ສໍາລັບ ຜູ້ທີ່ຫຼິ້ນ Facebook ຫຼາຍໆຄົນອາດຈະປະສົບບັນຫາ Video Autoplay ຫຼື ການຫຼິ້ນວີດິໂອອັດຕະໂນມັດຂອງ Facebook ແລ້ວ, ເຊິ່ງເມື່ອເຮົາເລື່ອນ Feed ລົງມາເຫັນຄຣິບວີດິໂອ ມັນກໍ່ຈະຫຼິ້ນເອງອັດຕະໂນມັດ ເຊິ່ງເຮັດໃຫ້ເປືອງ 3G ເປືອງ 4G ບໍ່ແມ່ນໜ້ອຍ ແລະ ທີ່ໂຫດຮ້າຍໄປກວ່ານັ້ນໄດ້ຍິນຂ່າວວ່າ Facebook ຫຼິ້ນ Video Autoplay ແບບມີສຽງພ້ອມເລີຍ !!! (ຖ້າຫຼົງໄປກົດຕິດຕາມເພສ 18+ ຍິ່ງອັນຕະລາຍຂຶ້ນໄປອີກ ຫະຫະ)
-------------------------

"ເຮົາມາເບິ່ງວິທີການປິດ Video Autoplay ໃນ Facebook ໄປພ້ອມໆກັນເລີຍ"

  • ສໍາລັບການຕັ້ງຄ່າໃນຄອມພິວເຕີ

Step 1 : ເຂົ້າໄປທີ່ໜ້າ Timeline ຂອງເຮົາເລີຍ ຄລິກເລືອກທີ່ປຸ່ມສາມຈຸດ ແລ້ວເລືອກ Timeline Settings



---------------


Step 2 : ຄລິກເຂົ້າໄປທີ່ເມນູ Videos ທີ່ຢູ່ດ້ານຊ້າຍ


--------------

Step 3 : ໄປທີ່ເມນູ Auto-Play Videos ໃຫ້ຄລິກເລືອກເປັນ "Off" ພຽງເທົ່ານີ້ກໍ່ສໍາເລັດແລ້ວເດີ້ !!!

-----------------
++++++

  • ສໍາລັບການຕັ້ງຄ່າໃນໂທລະສັບ
Step 1 : ໄປທີ່ເມນູ Settings ຂອງ Facebook ເຮົາ


---------------

Step 2 : ເລືອກເມນູ Account Settings

--------------------

Step 3 : ເລືອກເມນູ Videos and Photos


------------

Step 4 : ເລືອກເມນູ Autoplay


---------------

Step 5 : ເລືອກ Never Autoplay Videos ເພຶ່ອບໍ່ໃຫ້ວິດີໂອຫຼິ້ນເອງແບບອັດຕະໂນມັດ


ເພີ່ມເຕີມ :  ເຊິ່ງແຕ່ລະອັນມີລາຍລະອຽດດັ່ງນີ້ :
- On Mobile Data and Wi-Fi Connections : ເປັນການເປີດ Videos Autoplay ຕະຫຼອດເລີຍ
- On Wi-Fi Connections Only : ເປັນການເປີດ Videos Autoplay ສະເພາະເມື່ອເຮົາເຊື່ອມຕໍ່ Wi-Fi ເທົ່ານັ້ນ
- Nerver Autoplay Videos : ເປັນການປິດ Videos Autoplay ເລີຍ

--------------------------
 ++++++++
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ