Showing posts with label TIPS & TRICKS. Show all posts
Showing posts with label TIPS & TRICKS. Show all posts
16 June 2021
14 May 2017
WannaCry ໄວຣັສ ຮຽກຄ່າໄຖ່ ສຸດໂຫດ
-----------
ກ່ອນອື່ນເລີຍພວກເຮົາມາທໍາຄວາມຮູ້ຈັກກັບ WannaCry ກັນກ່ອນເລີຍເນາະ
ວ່າມັນແມ່ນຫຍັງ, ແລ້ວມັນມາຈາກໃສ, ອັນຕະລາຍຕໍ່ພວກເຮົາແນວໃດ ແລະ ມັນຕ້ອງການຫຍັງຈາກສັງຄົມ ?
----------------
WannaCry
WannaCry ,WannaCrypt, WannaCryptor, Wcrypt ແມ່ນໄວຣັສຮຽກຄ່າໄຖ່
ທີ່ກໍາລັງແພ່ຢ່າງຫຼວງຫຼາຍເຊິ່ງເກີດຂຶ້ນທົ່ວໂລກ ແລະ ຍັງໄດ້ເຮັດໃຫ້ຫຼາຍພາກສ່ວນເກີດຄວາມເສຍຫາຍ ບໍ່ວ່າຈະເປັນໜ່ວຍງານພາກລັດ, ເອກະຊົນ, ໂຮງໝໍ ແລະ ລວມໄປເຖິງຄົນທົ່ວໄປທີ່ໃຊ້ຄອມພິວເຕີກໍ່ໄດ້ຮັບຄວາມເສຍຫາຍໄປຕາມໆກັນ
ສຳລັບ WannaCry ໂຕນີ້ ມັນຈະມີຜົນກັບຜູ້ທີ່ໃຊ້ລະບົບປະຕິບັດການວິນໂດເທົ່ານັ້ນ
( ອ່າວ !!! ລອດໄປ ເພາະຕູໃຊ້ລະບົບປະຕິບັດການ Mac OS ຫະຫະ ), WannaCry ໂຕນີ້ມັນຈະລັກເຂົ້າຄອມພິວເຕີຂອງເຮົາຜ່ານຊ່ອງທາງທີ່ສໍາຄັນຫຼາຍ ມັນເລີຍສາມາດແກ້ສິດຕົວເອງໃຫ້ມີອໍານາດຄືກັບ Admin ໄດ້ ແລະ ນັ້ນໝາຍຄວາມວ່າມັນສາມາດເຮັດໄດ້ທຸກຢ່າງກັບຄອມພິວເຕີຂອງເຮົາ ເຊັ່ນວ່າ : ມັນຈະໄປ Lock ໄຟລ໌ຂໍ້ມູນຂອງເຮົາ ແລ້ວເຂົ້າລະຫັດໄຟລ໌ຂອງເຮົາໄວ້ເພື່ອຮຽກຄ່າໄຖ່, ແຕ່ເທົ່ານັ້ນຍັງບໍ່ພໍ ຄອມພິວເຕີຂອງເຮົາກໍ່ຈະກາຍເປັນຕົວແພ່ເຊື້ອ
ເພື່ອກະຈາຍໄວຣັສໂຕນີ້ໄປສູ່ຄອມພິວເຕີເຄື່ອງອື່ນໆໃນເຄື່ອຂ່າຍຂອງເຮົາ
ເພື່ອກະຈາຍໄວຣັສໂຕນີ້ໄປສູ່ຄອມພິວເຕີເຄື່ອງອື່ນໆໃນເຄື່ອຂ່າຍຂອງເຮົາ
-------------
ໂດຍປົກກະຕິແລ້ວ ການປ້ອງກັນຕົວຈາກໄວຣັສຮຽກຄ່າໄຖ່ ກໍ່ຄື : ຢ່າເປີດໂປຼແກຼມທີ່ບໍ່ຮູ້ຈັກ,
ບໍ່ເຂົ້າເວັບ໌ມົ່ວໆ ແລະ ບໍ່ຕ້ອງໂຫລດໄຟລ໌ທີ່ແນວມາກັບ Email ແປກໆ
( mail ໃນທີ່ນີ້ໝາຍເຖິງ mail ທີ່ບໍ່ແມ່ນຄົນຮູ້ຈັກ )
ຖ້າທຽບກັບຊີວິດຈິງ ກໍ່ຄືຢ່າໄວ້ໃຈຄົນແປກໜ້ານັ້ນແຫລະ
ແຕ່ວ່າ
ໄວຣັສຮຽກຄ່າໄຖ່ WannaCry ໂຫດກວ່ານັ້ນຫຼາຍກໍ່ຄື ເຮົາບໍ່ຈໍາເປັນຕ້ອງເປີດ Email ຫຼື ດາວໂຫລດໄຟລ໌
ຕ່າງໆ ກໍ່ສາມາດຖືກ WannaCry ເຂົ້າໂຈມຕີໄດ້ຄືກັນ ພຽງແຕ່ເຮົາເຊື່ອມຕໍ່ອິນເຕີເນັດໄວ້ ແມ່ນເຮົາຖືກໂຈມຕີແນ່ນອນ, ເຖິງແມ່ນວ່າເຮົາຈະຕິດຕັ້ງ Antivirus ໄວ້ກໍ່ບໍ່ສາມາດປ້ອງກັນໄດ້
"ອ່າວ ຊວຍແລ້ວ !!! ມີ Antivirus ກໍ່ຊ່ວຍຫຍັງບໍ່ໄດ້"
ແລ້ວມັນເປັນແນວໃດກັນແທ້ ?
-----
ດຽວເຮົາມາທໍາຄວາມເຂົ້າໃຈໜ້ອຍໜຶ່ງເນາະ ໂດຍທົ່ວໄປແລ້ວເວລາທີ່ Computer ຕິດຕໍ່ສື່ສານກັນ
ມັນຈະຕິດຕໍ່ໄດ້ຫຼາຍແບບ ຫຼາຍຊ່ອງທາງ ເຊິ່ງໜຶ່ງໃນນັ້ນກໍ່ຄື Protocal ທີ່ຊື່ວ່າ : SMB( Service Message Block )
ເຊິ່ງໜ້າທີ່ຫຼັກຂອງມັນກໍ່ຄື ການແຊ໌ໄຟລ໌, ການແຊ໌ຂໍ້ມູນ ລວມເຖິງການແຊ໌ໍພວກ Printer ຫຼືວ່າ ພວກອຸປະກອນອື່ນໆທີ່ຢູ່ໃນເຄືອຂ່າຍ ປະມານວ່າສາມາດສົ່ງໄຟລ໌ຜ່ານລະບົບ LAN ຫຼືວ່າສາມາດສັ່ງ Print ງານໃນເຄື່ອຂ່າຍນັ້ນແຫລະ.
--------------
SMB( Service Message Block )
SMB ເຊິ່ງໄດ້ພັດທະນາມາຫຼາຍເວີຊັ່ນ ເຊັ່ນ: SMB V1, SMB V2 ແລະ SMB V3 ເຊິ່ງປັດຈຸບັນແມ່ນໄດ້ປ່ຽນມາໃຊ້
SMB V2 ແລະ SMB V3 ເປັນສ່ວນຫຼາຍ ສ່ວນ SMB V1 ແມ່ນບໍ່ຄ່ອຍຈະໄດ້ໃຊ້ແລ້ວ
ເອະ !!! ແລ້ວ WannaCry ມັນມາກ່ຽວຫຍັງກັບ SMB
ແລ້ວ WannaCry ເຂົ້າເຄື່ອງຂອງເຮົາໄດ້ແນວໃດ ໂດຍທີ່ເຮົາບໍ່ໄດ້ Download ຫຍັງເລີຍ ?
ຫຼັກການປະມານວ່າ ມັນໃຊ້ຊ່ອງໂຫວ່ການເຊື່ອມຕໍ່ຂອງ SMB V1 ນິ້ແຫຼະ ເປັນຊ່ອງທາງໃນການເຂົ້າໂຈມຕີ Computer ຂອງເຮົາ ໂດຍທີ່ເຮົາບໍ່ຕ້ອງຄລິກເຂົ້າ File ແລະ ດາວໂຫຼດ File ຫັຍງເລີຍ ( ພຽງແຕ່ເຊື່ອມຕໍ່ອິນເຕີເນັດໄວ້ ກໍ່ອາດຖືກມັນເຂົ້າໂຈມຕີໄດ້ )
ເພາະສະນັ້ນ, SMB V1 ຈິ່ງບໍ່ເໝາະສົມທີ່ຈະໃຊ້ງານມັນໃນຍຸກນີ້ ເຮົາຄວນປິດມັນຊະ !!!

ເພາະສະນັ້ນ, SMB V1 ຈິ່ງບໍ່ເໝາະສົມທີ່ຈະໃຊ້ງານມັນໃນຍຸກນີ້ ເຮົາຄວນປິດມັນຊະ !!!

"ວິທີປ້ອງກັນຕົນເອງຈາກໄວຣັສ WannaCry"
ວິທີ ທີ່ 1 : ອັບເດດ Window ຊະ! ແລ້ວຈະສະບາຍໃຈ
- ສໍາລັບ Window Vista, 7, 8
ເຂົ້າທີ່ Start > cmd > ແລ້ວຄລິກຂວາເລືອກ Run as administrator
ຈາກນັ້ນ ຈະມີໜ້າຕ່າງສີດໍານີ້ຂຶ້ນມາ
ຕໍ່ໄປແມ່ນໃຫ້ Copy ຄໍາສັ່ງລຸ່ມນີ້ໃສ່
sc.exe config lanmanworkstation depend= bowser/mrxsmb20/nsi
ຈາກນັ້ນກົດ Enter ຈະເຫັນວ່າສໍາເລັດ - ແລ້ວ Copy ເອົາລິ້ງລຸ່ມນີ້ເຮັດແບບເກົ່າອີກຄັ້ງ
sc.exe config mrxsmb10 start= disabled
ແລ້ວກົດ Enter ກໍ່ເປັນອັນສໍາເລັດ
- ສໍາລັບ Window 8.1, 10
ເຂົ້າທີ່ Start > ແລ້ວພິມ Turn Windows Feature on or off
ຈາກນັ້ນ ກົດເປີດ Turn Windows feature On or Off ກໍ່ຈະມີໜ້າຕ່າງຂຶ້ນມາ
ແລ້ວກົດເອົາເຄື່ອງໝາຍຕິກຖືກອອກຈາກ SMB 1.0/CIFS File Sharing Support ແລ້ວກົດ OK
ເພີ່ມເຕີມ :
ຖ້າເຮົາຢາກຈະເປີດ SMB V1 ເພື່ອໃຊ້ງານຄືນໃໝ່ແມ່ນເຮັດຕາມນີ້
ຖ້າເຮົາຢາກຈະເປີດ SMB V1 ເພື່ອໃຊ້ງານຄືນໃໝ່ແມ່ນເຮັດຕາມນີ້
- ສໍາລັບ Window Vista, 7, 8 : ແມ່ນໃຫ້ເຮັດຄືກັບຕອນປິດ ພຽງແຕ່ Copy ຄໍາສັ່ງພວກນີ້ໃສ່ແທນ sc.exe config lanmanworkstation depend= bowser/mrxsmb10/mrxsmb20/nsi ແລ້ວກົດ Enter ຈາກນັ້ນ ໃຫ້ Copy ຄໍາສັ່ງທີ່ສອງ sc.exe config mrxsmb10 start= auto ຈາກນັ້ນກົດ Enter ແລ້ວໃຫ້ Restart ເຄື່ອງໃໝ່ກໍ່ເປັນອັນສໍາເລັດ
- ສໍາລັບ Window 8.1, 10 : ເຂົ້າ Turn Windows feature On or Off ແລ້ວກົດເຄື່ອງໝາຍຕິກຖືກທີ່ SMB 1.0/CIFS File Sharing Support ແລ້ວກົດ Enter ແລະ Restart ເຄື່ອງໃໝ່ກໍ່ເປັນອັນສໍາເລັດ
--------------------------------------------
ເອກະສານອ້າງອີງ :
29 March 2017
ແອັບຯ Facebook ອັບເດດໃໝ່ ທີ່ໄດ້ເພີ່ມ Effect ກ້ອງຖ່າຍຮູບ, Share Story ແລະ Direct ຄອມເມັ້ນສົ່ງຂໍ້ຄວາມສຸດເຈ໋ງ
ກ່ອນໜ້ານີ້ Facebook ໄດ່ປ່ອຍຄຸນສົມບັດ Story ສຸດເຈ໋ງໃນແອັບຯຂອງ Facebook ໃຫ້ກັບຜູ້ທີ່ໃຊ້ງານທົ່ວໂລກ,
"Facebook Story"
ເຊິ່ງຄຸນສົມບັດຂອງ
Facebook Story ອາດຈະບໍ່ແມ່ນເລື່ອງທີ່ແປກສຳລັບແອັບຯໃນໂລກຂອງ Social
Network, ເຊິ່ງວ່າຈະມີແອັບຯ Instagram, Snapchat
ທີ່ໄດ້ມີຄຸນສົມບັດດັ່ງກ່າວມາແຕ່ດົນແລ້ວ
_____________
ລ່າສຸດ ແອັບຯ Facebook ອັບເດດໃໝ່ ທີ່ໄດ້ເພີ່ມ Effect ກ້ອງຖ່າຍຮູບ, Share Story ແລະ Direct ຄອມເມັ້ນສົ່ງຂໍ້ຄວາມສຸດເຈ໋ງ ທີ່ເລີ່ມປ່ອຍໃຫ້ໃຊ້ງານຜ່ານແອັບຯ Facebook ແລ້ວ
ສ່ວນທີ່ເພີ່ມເຂົ້າມາຂອງແອັບຯ Facebook ຈະມີຢູ່ 3 ສ່ວນຫຼັກທີ່ເພີ່ມເຂົ້າມາ ເຊັ່ນ :....................
ຈະເປັນຮູບກ້ອງຖ່າຍຮູບ ເມື່ອກົດເຂົ້າໄປແລ້ວເຮົາຈະສາມາດຖ່າຍຮູບ ຫຼື ອັດວີດີໂອສັ້ນໆ ພ້ອມກັບຕົກແຕ່ງ Effect ຕ່າງໆ ໄດ້ຕາມຕ້ອງການ
____________
ເປັນສ່ວນທີ່ສະແດງການ Share ເລື່ອງເລົ່າຕ່າງໆ (Story) ຈາກຄົນອື່ນ ຫຼື ເລື່ອງເລົ່າ
ຂອງເຮົາເອງ, ເມື່ອເຮົາ Share ຮູບພາບ ຫຼື ວີດີີໂອຜ່ານ Story ຄົນອື່ນຈະສາມາດເຂົ້າມາເບິ່ງ ແລະ Direct ຄອມເມັ້ນໄດ້ພາຍໃນ 24 ຊົ່ວໂມງ ຫຼັງຈາກນັ້ນ Story ດັ່ງກ່າວກໍ່ຈະຖືກຊ່ອນໄວ້ໃນໃນ Timeline

____________
ເປັນການ Share ຮູບພາບ ຫຼື ວີດີໂອໂດຍກົງໃຫ້ກັບບຸກຄົນທີ່ເຮົາຕ້ອງການໃຫ້ເບິ່ງ Story ຂອງເຮົາພາຍໃນ 24 ຊົ່ວໂມງ ແລະ ຍັງເປັນບ່ອນທີ່ແຈ້ງເຕືອນໃນກໍລະນີທີ່ມີຄົນມາຄອມເມັ້ນ ຫຼື ສົ່ງຂໍ້ຄວາມມາ, ໂດຍສິດການເຂົ້າເບິ່ງຄອມເມັ້ນສະແດງຄວາມເຫັນແມ່ນຂຶ້ນກັບເຈົ້າຂອງ Story ວ່າຈະກຳນົດໃຫ້ໃຜສາມາດເຫັນຄອມເມັ້ນນັ້ນໄດ້ແດ່

____________
( ກ່ອນທີ່ເຮົາຈະ Share Story ເຮົາຍັງສາມາດກຳນົດໄດ້ອີກວ່າເຮົາຕ້ອງການໃຫ້ໃຜເຫັນ Story ເຮົາແດ່ )

ແອັບຯ Facebook Messenger ສາມາດກົດປຸ່ມ Dislike ( ບໍ່ມັກ ) ໄດ້ແລ້ວ
ຫຼັງຈາກທີ່ຫຼາຍໆຄົນໄດ້ໃຊ້ ແອັບຯ Messenger ຂອງ Facebook ເຊິ່ງເປັນແອັບຯທີ່ດີຫຼາຍ, ໃຊ້ງານງ່າຍ ສະດວກສະບາຍໃນການຕິດຕໍ່ສື່ສານກັນ
ເຊິ່ງລ່າສຸດ ແອັບຯ Messenger ໄດ້ປ່ອຍການອັບເດດໃຫ້ເຮົາສາມາດກົດ Dislike ໄດ້ແລ້ວໃນແອັບຯ Messenger
___________________
ທຸກຄົນສາມາດທົດລອງໃຊ້ໄດ້ເລີຍ ພຽງແຕ່ເຮົາ "ກົດຄ້າງ" ທີ່ຂໍ້ຄວາມຂອງຄົນທີ່ເຮົາກຳລັງສົນທະນາ ເຮົາກໍ່ສາມາດເລືອກກົດປຸ່ມຕ່າງໆໄດ້ຕາມໃຈ
12 January 2017
ວິທີຫຍໍ້ຊື່ URL ໃຫ້ສັ້ນລົງ ໃນແບບຂອງ Google
ເມື່ອເວົ້າເຖິງການຫຍໍ້ຊື່ URL ຂອງເວັບໄຊ໌ທີ່ມີ url ຍາວໆ ສັ້ນລົງໄດ້ນັ້ນມັນສຸດເຈ໋ງທີ່ສຸດ ເພື່ອຄວາມສະດວກໃນການແຊຣ໌ເວັບໄຊ໌ຜ່ານທາງ Social Media ຕ່າງໆ ເຊັ່ນ : Instagram ແລະ Twitter ທີ່ໄດ້ມີການຈໍາກັດຕົວອັກສອນໃນການໂພສ
------------
" ວິທີການຫຍໍ້ຊື່ URL ໃຫ້ສັ້ນລົງດ້ວຍວິທີງ່າຍໆ "
Google ໄດ້ປ່ອຍເຄື່ອງມື "Google url Shortener" ເຊິ່ງເປັນເຄື່ອງມືໃນການຫຍໍ້ URL ໃຫ້ສັ້ນລົງເພື່ອງ່າຍຕໍ່ການນໍາໄປແຊຣ໌ຕໍ່
ຕາມລິ້ງນີ້ເລີຍ : " www.goo.gl "
-----------
ຂັ້ນຕອນຕໍ່ມາເຮົາກໍ່ພຽງແຕ່ເຂົ້າ Copy URL ຈາກເວັບໄຊ໌ຂອງເຮົາ
ລິ້ງຕົວຢ່າງ : http://dekitproject.blogspot.com/2017/04/autodraw-ai_68.html
----------------
----------------
--------
ກົດທີ່ປຸ່ມ SHORTEN URL
--------------
ກົດທີ່ປຸ່ມ SHORTEN URL
--------------
---------------
ເມື່ອເຮົາກົດ Shorten url ລະບົບກໍ່ຈະຫຍໍ້ url ທີ່ຍາວໃຫ້ສັ້ນລົງໃນພິບຕາ
---------
ເມື່ອເຮົາກົດ Shorten url ລະບົບກໍ່ຈະຫຍໍ້ url ທີ່ຍາວໃຫ້ສັ້ນລົງໃນພິບຕາ
---------
-----------
ຈາກນັ້ນ ໃຫ້ເຮົາ Copy Short URL ສັ້ນໆໄປໃຊ້ງານໄດ້ເລີຍ
ຈາກນັ້ນ ໃຫ້ເຮົາ Copy Short URL ສັ້ນໆໄປໃຊ້ງານໄດ້ເລີຍ
ລິ້ງທີ່ຫຍໍ້ໃຫ້ສັ້ນລົງ : https://goo.gl/D8IKhF
-------
-------
ລິ້ງທີ່ເຮົາຕ້ອງການຫຍໍ້ : http://dekitproject.blogspot.com/2017/04/autodraw-ai_68.html
ລິ້ງທີ່ຫຍໍ້ສໍາເລັດແລ້ວ : https://goo.gl/D8IKhF
-------
" ສັງເກດເຫັນວ່າລິ້ງ url ມັນຈະປ່ຽນໄປ, ແຕ່ວ່າລິ້ງທັງສອງແມ່ນຈະເຂົ້າສູ່ໜ້າເວັບໄຊ໌ອັນດຽວກັນ "
ເພີ່ມຕື່ມ :
ຖ້າຫາກວ່າເຮົາ Sign in ໂດຍໃຊ້ Google Account ແລ້ວກໍ່ຈະສະແດງລິ້ງ URL ຕ່າງໆທີ່ເຮົາໄດ້ຫຍໍ້ໄວ້ນັ້ນຂຶ້ນມາໃນລາຍການຂອງເຮົາ
-------------
02 January 2017
ວິທີຕັ້ງຄ່າ ກົດ Follow (ຕິດຕາມ) ໃນ Facebook ບໍ່ໃຫ້ໝູ່ເພຶ່ອນເຫັນວ່າເຮົາຫື່ນ
ສໍາລັບຄົນທີ່ຫຼິ້ນ Facebook ອາດຈະເຄີຍພົບບັນຫາທີ່ວ່າເວລາເຮົາກົດ Add ຫຼຶວ່າ ກົດ Follow ສາວງາມ, ດາລາ, ນາງແບບ, ເນັດໄອດໍ່, ເພສ 18+ ແລະ ອື່ນໆນາໆ ມັກຈະເຫັນໝູ່ເພື່ອນເຮົາມາເຢິ້ຍຕະຫຼອດ (ເລີຍຄິດໃນໃຈ...ເອະ!! ມັນຄືຮູ້ວ່າເຮົາກົດຕິດຕາມສາວ xxx ) ຫະຫະ
--------------
"ວິທີການຕັ້ງຄ່າ ກົດ Following ບໍ່ໃຫ້ໝູ່ເພືອນຮູ້ວ່າເຮົາຫື່ນ"
- ການຕັ້ງຄ່າສໍາລັບໃນຄອມພິວເຕີ
Step 1 : ເຂົ້າໄປທີ່ Timeline ຂອງເຮົາ ແລ້ວເລືອກເພື່ອນ "Friends"
Step 2 : ເຂົ້າໄປທີ່ການຕັ້ງຄ່າຄວາມເປັນສ່ວນຕົວ "Edit Privacy"
Step 3 : ໄປທີ່ເມນູ Following ແລ້ວເລືອກສະເພາະຂ້ອຍ "Only me"

Step 4 : ຈາກນັ້ນກົດ Done! ພຽງເທົ່ານີ້ກໍ່ເປັນອັນສໍາເລັດແລ້ວ

---------------
Step 2 : ເຂົ້າໄປທີ່ການຕັ້ງຄ່າຄວາມເປັນສ່ວນຕົວ "Edit Privacy"
--------------
Step 3 : ໄປທີ່ເມນູ Following ແລ້ວເລືອກສະເພາະຂ້ອຍ "Only me"

--------------
Step 4 : ຈາກນັ້ນກົດ Done! ພຽງເທົ່ານີ້ກໍ່ເປັນອັນສໍາເລັດແລ້ວ

-------------------
++++++++
- ການຕັ້ງຄ່າສໍາລັບໃນໂທລະສັບ
13 December 2016
ວິທີ Download Clip Video ຈາກ Facebook
ຫຼາຍຄົນອາດຈະເຄີຍພົບບັນຫາ ເບິ່ງ Video ໃນ Facebook ແລ້ວຢາກໂຫລດມາເກັບໄວ້ເບິ່ງ ແຕ່ມັນບໍ່ມີປຸ່ມໃຫ້ດາວໂຫລດ, ເຊິ່ງເຮົາມີວິທີງ່າຍໆ ( ສະເພາະໃນ Computer ) ທີ່ເຮົາສາມາດໂຫລດວີດີໂອນັ້ນໄວ້ເບິ່ງເອງ
ຂັ້ນຕອນ 1 :
ເປີດ Web Browser ຂຶ້ນມາ ແລ້ວກໍ່ເຂົ້າ Facebook ປົກກະຕິ > ຈາກນັ້ນ ເຂົ້າ Video ທີ່ເຮົາຕ້ອງການຈະໂຫລດ
ຂັ້ນຕອນ 2 :
ລຶບ WWW ທີ່ຢູ່ຊ່ອງ URL ອອກ, ແລ້ວພິມອັກສອນ m ໃສ່ແທນ ຈາກນັ້ນໃຫ້ກົດ Enter ໄດ້ເລີຍ (ດັ່ງຮູບ)
ເມື່ອເຮົາ ກົດ Enter ໜ້າເວັບກໍ່ຈະສະແດງໜ້າວີດີໂອຂອງເຮົາຄືເກົ່າ
ແຕ່ວ່າ, ເຮົາຈະສາມາດ Download Video ໄດ້ແລ້ວເມື່ອເຮົາປະຕິບັດຕາມຂັ້ນຕອນຕໍ່ໄປ
ກົດ Play ວີດີໂອ >> ຄລິກຂວາທີ່ບໍລິເວນວີດີໂອ ກໍ່ຈະມີເມນູອອກມາໃຫ້ເຮົາເລືອກ ( ຕ້ອງກົດ Play ກ່ອນ ) ຈາກນັ້ນ ໃຫ້ເຮົາເລືອກ Save Video As...
ຫຼັງຈາກທີ່ໄດ້ກົດ Save Video As... ກໍ່ຈະປາກົດໜ້າຕ່າງອອກມາໃຫ້ເຮົາເລືອກບ່ອນເກັບ Video (ດັ່ງຮູບ)
ຈາກນັ້ນ ໃຫ້ເລືອກບ່ອນທີ່ເຮົາຕ້ອງ Save Video >> ກົດ Save ແລ້ວລໍຖ້າໃຫ້ມັນດາວໂຫລດສໍາເລັດ ກໍ່ເປັນອັນສໍາເລັດແລ້ວ, ພຽງເທົ່ານີ້ ເຮົາກໍ່ຈະສາມາດ Save ວີດີໂອໄວ້ເບິ່ງຍາມເຫງົາແລ້ວ
#Download #Clip #Video #Facebook #dekitproject
11 October 2016
Tips ! ຕັ້ງ Shutdown Computer ແບບເທ່ໆ ຜ່ານ Command Prompt
ວິທີຕັ້ງ Shutdown Computer ໃຫ້ປິດເຄື່ອງເອງດ້ວຍວິທີງ່າຍໆ ເທ່ໆໃນແບບຂອງເດັກຄອມ
ຂັ້ນຕອນເລີ່ມຕົ້ນ : ກົດປຸ່ມ Windows + R ທີ່ Keyboard ແລ້ວກົດ OK
ກໍ່ຈະເຂົ້າໄປທີ່ໜ້າຕ່າງຂອງ Command Prompt ແລ້ວເຮົາພິມຄຳສັ່ງ shutdown -s -f -t 500
Shutdown ປິດເຄື່ອງ// -s ຄຳສັ່ງປິດ Computer// -f ຄຳສັ່ງປິດໂປຼແກຼມທີ່ເປີດໃຊ້ງານຢູ່ ( ເພາະຖ້າບໍ່ໃສ່ -f ຈະເຮັດໃຫ້ໂປຼແກຼມທີ່ເປີດຢູ່ເຕືອນຂຶ້ນມາ ແລະ ເຮັດໃຫ້ Computer ບໍ່ປິດເຄື່ອງ )// -t ຄຳສັ່ງຕັ້ງເວລາ ທີ່ເຮົາຕ້ອງການໃຫ້ປິດເຄື່ອງ ໂດຍມີຫົວໜ່ວຍເປັນ (ວິນາທີ)// 500 ຄືເວລາທີ່ຕັ້ງໃຫ້ປິດເຄື່ອງ ເຊິ່ງໝາຍຄວາມວ່າ 500 ວິນາທີ ຫຼື 8 ນາທີນັ້ນເອງ (ຄູນເອົາ)
ເມື່ອເຮົາ ພິມຄຳສັ່ງ shutdown -s -t -f 500 ລົງໄປແລ້ວ ສະແດງວ່າອີກ 500 ວິນາທີ Computer ຂອງເຮົາກໍ່ຈະປິດເຄື່ອງແບບອັດຕະໂນມັດ
ຫຼັງຈາກທີ່ເຮົາກົດ Enter, ລະບົບກໍ່ຈະແຈ້ງເຕື່ອນຂຶ້ນມາວ່າ "Windows will shutdown in 8 minutes" ເຊິ່ງໝາຍຄວາມວ່າ Computer ຂອງເຮົາຈະປິດເຄື່ອງແບບອັດຕະໂນມັດ ໃນ 8 ນາທີ.
ອ້າວວ... ແລ້ວຖ້າກໍລະນີຂ້ອຍປ່ຽນໃຈບໍ່ຢາກໃຫ້ຄອມປິດເອງ ຫຼືວ່າ ຢາກຍົກເລີກ. ຈະເຮັດແນວໃດ ?
ງ່າຍໆ ...! ຖ້າເຮົາຕ້ອງການຍົກເລີກຄຳສັ່ງ Shutdown ກໍ່ໃຫ້ພິມ shutdown -a ລົງໄປ
ຈາກນັ້ນ ກົດ Enter
// -a ຄຳສັ່ງຢຸດ Shutdown
ເມື່ອກົດ Enter ແລ້ວຈະມີແຈ້ງເຕືອນຂຶ້ນມາວ່າ " Logoff is Cancelled "
ພຽງເທົ່ານີ້ ເຮົາກໍ່ສາມາດຍົກເລີກການປິດເຄື່ອງແບບອັດຕະໂນມັດໄດ້ແລ້ວ
Subscribe to:
Posts (Atom)









































