03 November 2016

ການບໍລິຫານເວລາ | T!ME MANAGEMENT


                                     ( ເທັກນິກການບໍລິຫານເວລາໃນການເຮັດວຽກ — Time Management )


ເມື່ອເຮົາເວົ້າເຖິງ “ການບໍລິຫານເວລາ” ຂ້ອຍເອງເຊື່ອວ່າທຸກຄົນກໍ່ຕ້ອງໃຫ້ຄວາມສໍາຄັນກັບມັນຢ່າງແນ່ນອນ ເພາະວ່າ “ການບໍລິຫານເວລາ” ແມ່ນມີຄວາມສໍາຄັນຫຼາຍບໍ່ວ່າຈະເປັນການໃຊ້ເວລາໃນການເຮັດວຽກ ຫຼື ການໃຊ້ຊີວິດ.
ເຊິ່ງໃນເມື່ອກ່ອນ ຂ້ອຍເອງກໍ່ເປັນຜູ້ໜຶ່ງທີ່ໃຊ້ເວລາໄປກັບສິ່ງທີ່ບໍ່ຈໍາເປັນ ແລະ ບໍ່ເປັນປະໂຫຍດພໍສົມຄວນ

 

ຈົນເຮັດໃຫ້ຂ້ອຍໄດ້ກັບມາຖາມໂຕຂ້ອຍເອງວ່າ ການໃຊ້ເວລາໃຫ້ເປັນປະໂຫຍດນັ້ນມັນແມ່ນແນວໃດກັນແທ້ ?


ຈາກນັ້ນ ຂ້ອຍກໍ່ໄດ້ Search ໄປຖາມລຸງ Google ຂອງຂ້ອຍ ແລະ ຍັງໄດ້ VDO Call ໄປຖາມສະຫາຍທູບ (You Tube) ກ່ຽວກັບການບໍລິຫານເວລາທີ່ມີປະສິດທິພາບນັ້ນຕ້ອງເຮັດແນວໃດ (ແນ່ນອນວ່າແຫຼ່ງຂໍ້ມູນນັ້ນມີຫຼາຍໂພດ ຈົນບໍ່ຮູ້ຊິເບິ່ງໂຕໃດ) ແລະແລ້ວມື້ໜຶ່ງຂ້ອຍກໍ່ໂຊກດີທີ່ໄດ້ຮັບຄໍາແນະນໍາຈາກຫົວໜ້າຄົນໜຶ່ງ (ບໍ່ຂໍລະບຸຊື່) ກ່ຽວກັບການໃຊ້ເວລາ ຫຼື ການບໍລິຫານເວລາແນວໃຫ້ເກີດປະໂຫຍດທີ່ສຸດ ແລະ ມີປະສິດທິພາບທີ່ສຸດ ເຊິ່ງວ່າເພິ່ນກໍ່ໄດ້ອະທິບາຍກ່ຽວກັບຄວາມສໍາຄັນຂອງການບໍລິຫານເວລາໃຫ້ກັບຂ້ອຍ ແລະ ຍັງໄດ້ຍົກຕົວຢ່າງຈາກສິ່ງໃກ້ໆຕົວຂ້ອຍທີ່ເຮັດໃຫ້ຂ້ອຍເຂົ້າໃຈໄດ້ງ່າຍຂຶ້ນ (ງານນີ້ຕ້ອງຂໍຂອບໃຈມາຍັງທ່ານຜູ້ນັ້ນ ເອ່ໆເນີ້… ) ທີ່ເຮັດໃຫ້ຂ້ອຍໄດ້ຮູ້ຄວາມໝາຍ ແລະ ຄວາມສໍາຄັນຂອງເວລາ (TIME) ຫຼາຍຂຶ້ນ, ແຕ່ກໍ່ບໍ່ແມ່ນວ່າຂ້ອຍຈະບໍລິຫານເວລາໄດ້ຂັ້ນເທບແລ້ວ ເພາະໃນບາງຄັ້ງຂ້ອຍກໍ່ຍັງໄດ້ເຜີໃຈໄປກັບສິ່ງທີ່ບໍ່ຈໍາເປັນພໍສົມຄວນ ຫຸຫຸ

ສະນັ້ນ, ຂ້ອຍກໍ່ຈະຂໍເອົາໂອກາດນີ້, ມື້ນີ້, ຊົ່ວໂມງນີ້, ນາທີນີ້ ແລະ ວິນາທີນີ້ ມາແຊ໌ປະສົບການເລັກນ້ອຍກ່ຽວກັບການບໍລິການເວລາໃນການເຮັດວຽກ
ມະ ! ເຮົາມາເລີ່ມກັນເລີຍເນາະ

ການບໍລິຫານເວລາທີ່ດີໃນການເຮັດວຽກຕ້ອງເຮັດແນວໃດ ?



ຢ່າງທີ່ພວກເຮົາຮູ້ໆກັນຢູ່ວ່າໃນມື້ໜຶ່ງທຸກຄົນນັ້ນມີເວລາເທົ່າກັນ ຄື 24ຊົ່ວໂມງ ເທົ່ານັ້ນ ບໍ່ວ່າຈະເປັນ ເດັກນ້ອຍ, ນັກຮຽນ, ນັກສຶກສາ, ຄູອາຈານ, ທະຫານ, ຕໍາຫຼວດ, ທ່ານໝໍ ລວມໄປເຖິງເຈົ້າຂອງທຸລະກິດ, ພະນັກງານລັດ, ພະນັກງານເອກະຊົນ… (ທີ່ລະບຸມາທັງໝົດນີ້ ເພື່ອ!!! ຫະຫະ )… ລ້ວນແລ້ວແຕ່ມີເວລາ 24ຊົ່ວໂມງ ເທົ່າກັນໝົດ ພຽງແຕ່ວ່າແຕ່ລະຄົນຈະສາມາດໃຊ້ເວລາ 24ຊົ່ວໂມງ ນັ້ນໃຫ້ເກີດປະໂຫຍດໃຫ້ກັບເຮົາ, ກັບຄອບຄົວ ແລະ ອົງກອນຫຼາຍໜ້ອຍສໍ່າໃດ.

ເວລາ (TIME) ກໍ່ຄືກັບຊີວິດ ຖ້າໃຊ້ຊີວິດໄປວັນໆກໍ່ເທົ່າກັບວ່າເຮົາເສຍເວລາຖິ້ມໄປລ້າໆ, ແຕ່ຖ້າເຮົາໃຊ້ເວລາທີ່ມີຄຸນຄ່າ ກໍ່ເທົ່າກັບວ່າເຮົາໃຊ້ຊີວິດຢ່າງມີຄວາມໝາຍນັ້ນເອງ.


ເຊິ່ງການບໍລິຫານເວລາກໍ່ຄືກັບ “ການວາງແຜນ” ເພາະວ່າການວາງແຜນເປັນຫຼັກການສໍາຄັນຂອງການເຮັດວຽກ ຈຶ່ງເຮັດໃຫ້ຕ້ອງມີການກໍານົດເປົ້າໝາຍ ຄືການກໍານົດວ່າແຕ່ລະມື້ເຮົາຈະເຮັດຫຍັງ ຈາກປະສົບການທີ່ເຄີຍເຮັດມາແມ່ນຂ້ອຍຈະເຮັດເປັນ To Do List 1, 2, 3 ,4 ……ຕາມລໍາດັບເລີຍ ວ່າມື້ນີ້ມີຫຍັງແດ່ທີ່ຂ້ອຍຈະຕ້ອງເຮັດ ແລະ ຕ້ອງເຮັດໃຫ້ສໍາເລັດພາຍໃນມື້ດຽວ.




ອ່າວ… ແລ້ວຖ້າຫາກມື້ນັ້ນມີວຽກຫຼາຍ ທີ່ຈະຕ້ອງເຮັດເດ ເຈົ້າຊິເຮັດແລ້ວໝົດທຸກອັນບໍ ?

+ ອ່າາາາ…(ຢຸດຫາຍໃຈ 2 ວິ)



ມັນກໍ່ແມ່ນຫັ່ນແຫລະເນາະ ວ່າເຮົາຈະເຮັດມັນແລ້ວໝົດທຸກອັນບໍ ຖ້າວ່າວຽກຫຼາຍເກີ້ນນນ…
ແຕ່ຈົງໃຫ້ເຂົ້າໃຈວ່າວຽກແຕ່ລະວຽກນັ້ນມັນອາດຈະບໍ່ສໍາຄັນໄປໝົດທຸກອັນ ບາງອັນອາດຈະບໍ່ຈໍາເປັນຕ້ອງສໍາເລັດໃນມື້ນັ້ນກໍ່ໄດ້ ສະນັ້ນເຮົາຈະຕ້ອງມາເລືອກເຮົາອັນທີ່ມັນສໍາຄັນກ່ອນ ບໍ່ແມ່ນເລືອກເຮັດຕາມ To do List ທີ່ເຮົາລຽງ 1, 2, 3 ລົງມາ
ເອະ…!!! ແຕ່ຖ້າວຽກທຸກອັນມັນສໍາຄັນໝົດເດ ເຮົາຈະເລືອກເຮົາອັນໃດກ່ອນລະ ?

ໂອເຄ ເຮົາຈະມາຮຽນຮູ້ວິທີການເລືອກວ່າອັນໃດສໍາຄັນທີ່ຄວນຈະຈັບມາເຮັດກ່ອນ

ທ່ານ ເລົ່າອູ ຊູຊານ( ເທບແຫ່ງນັກຣົບ ) ໄດ້ກໍານົດເຖິງວິທີການເລືອກ ວ່າວຽກອັນໃດຄວນຈະເຮັດກ່ອນ ແລະ ອັນໃດຄວນຈະເຮັດຫຼັງມີດັ່ງນີ້ :

ເຊິ່ງເຮົາຈະແບ່ງວຽກທີ່ເຮົາຈະຕ້ອງເຮັດ ອອກເປັນ 4 ແບບ ( ດັ່ງຮູບ )
ໂດຍເຮົາໃຊ້ຫຼັກການໃນການແບ່ງອອກເປັນສອງດ້ານ ຄືແກນ X ກັບແກນ Y
ແກນ X ແບ່ງເປັນສອງຝັ່ງຈະໄດ້“ສໍາຄັນ” ແລະ “ບໍ່ສໍາຄັນ”
ແກນ Y ແບ່ງເປັນສອງຝັ່ງຈະໄດ້ “ດ່ວນ ” ແລະ ”ບໍ່ດ່ວນ”
ເຊິ່ງເອົາມາລວມກັນກໍ່ຈະໄດ້ເປັນການເຄື່ອງໝາຍ ບວກ(+) ດັ່ງຮູບ :
 ເຮົາຈະສັງເກດເຫັນວ່າຈະເປັນວຽກຢຸ່ 4 ແບບຄື :
1. ສໍາຄັນ - ດ່ວນ
2. ສໍາຄັນ -ບໍ່ດ່ວນ
3. ບໍ່ສໍາຄັນ -ດ່ວນ
4. ບໍ່ສໍາຄັນ -ບໍ່ດ່ວນ


ເຊິ່ງການຈັດການກັບວຽກແຕ່ລະອັນແມ່ນຈະແຕກຕ່າງກັນອອກໄປ ເມື່ອເຮົາຮູ້ແລ້ວວ່າມັນແບ່ງປະເພດຂອງວຽກອອກເປັນ 4 ແບບ ແລ້ວເຮົາກໍ່ມາເບິ່ງຄວາມໝາຍຂອງແຕ່ລະອັນເລີຍ :

- ແບບທີ 1 ( Do it NOW )
ສໍາຄັນແລະກໍ່ດ່ວນອີກ : ແມ່ນເຮັດມັນໂລດ (Do it Now) ມັນເປັນວຽກທີ່ບໍ່ມີທາງເລືອກເຮົາຕ້ອງຈັດການວຽກປະເພດນີ້ກ່ອນເລີຍວິທີເຮົາກັບໄປກວດເບິ່ງວຽກທີ່ມັນສໍາຄັນ ແລະ ດ່ວນອີກມາວາງໄວ້ຫ້ອງນີ້ແລ້ວລົງມືເຮັດມັນເປັນອັນທີ 1 ເລີຍ

- ແບບທີ 2 ( Decide )
ສໍາຄັນແຕ່ວ່າບໍ່ດ່ວນ : ເຊິ່ງມັນສໍາຄັນແຕ່ບໍ່ຈໍາເປັນຕ້ອງເຮັດຕອນນີ້ກໍ່ໄດ້ ເຊິ່ງວິທີຈັດການງານປະເພດນີແມ່ນເຮົາຕ້ອງວາງແຜນໃຫ້ດີ (Decide) ວ່າເຮົາຈະເຮັດມັນມື້ໃດທີ່ມັນຄວນຈະເຮັດຫຼັງຈາກທີ່ເຮັດແບບທີ່ 1 ສໍາເລັດແລ້ວ

- ແບບທີ 3 ( Delegate )
ບໍ່ສໍາຄັນແຕ່ວ່າດ່ວນ : ເຊິ່ງວຽກກຸ່ມນີ້ແມ່ນເຮົາຈະເຫັນໄດ້ຫຼາຍເລີຍແຫລະ ມັນບໍ່ສໍາຄັນແຕ່ຕ້ອງເຮັດໃຫ້ແລ້ວມື້ນີ້ ຮ່າຮ່າ, ເຊິ່ງວິທີແກ້ບັນຫາວຽກທີ່ບໍ່ສໍາຄັນແຕ່ດ່ວນ ກໍ່ຄື ເຮົາອາດຈະໄດ້ຊອກຄົນມາຊ່ວຍເຮັດວຽກໂຕນີ້ແທນເຮົາ (Delegate) ໄປກ່ອນ ເພາະວ່າເຮົາມີວຽກທີ່ສໍາຄັນແລະດ່ວນຢູ່ແລ້ວ

- ແບບທີ 4 ( Delete )
ສໍາຄັນກໍ່ບໍ່ສໍາຄັນ ດ່ວນກໍ່ບໍ່ດ່ວນ : ເຊິ່ງວຽກນີ້ມັນບໍ່ຈະເປັນເລີຍທີ່ເຮົາຈະເອົາມາເຮັດ ເພາະວ່າທັນບໍ່ໄດ້ສໍາຄັນຫຍັງເລີຍ ວິທີຈັດການກັບວຽກແບບນີ້ກໍ່ຄືຫາວິທີ Delete ມັນ ຫຼື ຈະຫາວິທີແນວໃດກໍ່ໄດ້ທີ່ບໍ່ເຮັດມີຜົນກະທົບກັບເຮົາ ແລະ ຄົນອ້ອມຂ້າງເມື່ອເຮົາຮູ້ແລ້ວວ່າວຽກໃດມັນສໍາຄັນ, ມັນດ່ວນແນວໃດເຮົາກໍ່ມາເລີ່ມຈັດວຽກທີ່ເຮົາເຮັດເປັນ To Do List ໄວ້ນັ້ນມາວາງໃສ່ແຕ່ລະຫ້ອງເລີຍກັນ…


“…ການທີ່ເຮົາຮູ້ຈັກການໃຊ້ເວລານັ້ນ - ມັນຄືການບໍລິຫານເວລາທີ່ສະຫຼາດທີ່ສຸດ...”


ສຸດທ້າຍນີ້ຕ້ອງຂໍຂອບໃຈທຸຄົນເນາະ ທີ່ຍອມເສຍເວລາອັນມີຄຸນຄ່າຂອງທ່ານ ເພື່ອເຂົ້າມາອ່ານບົດຄວາມນີ້ຈົນຈົບ.ຖ້າຫາກໃຊ້ຄໍາເວົ້າຜິດ ຫຼື ຂຽນບໍ່ຖຶກໄວຍາກອນ ຂ້ອຍກໍ່ຂໍໂທດຂໍອະໄພມານະທີ່ນີ້ດ້ວຍ.

| ຂໍ້ມູນເພີ່ມເຕີມກ່ຽວກັບການບໍລິຫານເວລາແມ່ນໃນ Google ເລີຍເນາະ
ເດັກໄອທີໂປຼເຈັກ໌ ⦿ IT/Graphix Design & Media 💻

" ເດັກໄອທີ " ມີຄວາມຮັກມັກໃນເລື່ອງໄອທີ, ຄອມພິວເຕີ, ມັກການອອກແບບ, ມັກທີ່ຈະຊອກຫາຄວາມຮູ້ໃໝ່ໆເພື່ອພັດທະນາຕົນເອງ ແລະ ແບ່ງປັນຄວາມຮູ້ທີ່ຕົນມີໃຫ້ຄົນທີ່ສົນໃຈ ຜ່ານ Web Blog ພາຍໃຕ້  " dekitproject.blogspot.com "   ໃນນາມ " ເດັກໄອທີ ໂປຼເຈັກ໌ " ທີ່ເຮັດວຽກປະຈໍາ ແລະ ຮັບວຽກ Freelance ເພື່ອລ້ຽງຊີບ