14 May 2017

WannaCry ໄວຣັສ ຮຽກຄ່າໄຖ່ ສຸດໂຫດ

ຖ້າເວົ້າເຖິງເລື່ອງປີສາດຄອມພິວເຕີ (Virus) ໃນຊ່ວງນີ້ກໍ່ຖືວ່າ WannaCry ແມ່ນກໍາລັງມາແຮງຫຼາຍ

-----------

ກ່ອນອື່ນເລີຍພວກເຮົາມາທໍາຄວາມຮູ້ຈັກກັບ WannaCry ກັນກ່ອນເລີຍເນາະ 
ວ່າມັນແມ່ນຫຍັງ, ແລ້ວມັນມາຈາກໃສ, ອັນຕະລາຍຕໍ່ພວກເຮົາແນວໃດ ແລະ ມັນຕ້ອງການຫຍັງຈາກສັງຄົມ ?



----------------

WannaCry
WannaCry ,WannaCrypt, WannaCryptor, Wcrypt ແມ່ນໄວຣັສຮຽກຄ່າໄຖ່
ທີ່ກໍາລັງແພ່ຢ່າງຫຼວງຫຼາຍເຊິ່ງເກີດຂຶ້ນທົ່ວໂລກ ແລະ ຍັງໄດ້ເຮັດໃຫ້ຫຼາຍພາກສ່ວນເກີດຄວາມເສຍຫາຍ ບໍ່ວ່າຈະເປັນໜ່ວຍງານພາກລັດ, ເອກະຊົນ, ໂຮງໝໍ ແລະ ລວມໄປເຖິງຄົນທົ່ວໄປທີ່ໃຊ້ຄອມພິວເຕີກໍ່ໄດ້ຮັບຄວາມເສຍຫາຍໄປຕາມໆກັນ
------------------

ສຳລັບ WannaCry ໂຕນີ້ ມັນຈະມີຜົນກັບຜູ້ທີ່ໃຊ້ລະບົບປະຕິບັດການວິນໂດເທົ່ານັ້ນ
 ( ອ່າວ !!! ລອດໄປ ເພາະຕູໃຊ້ລະບົບປະຕິບັດການ Mac OS ຫະຫະ ), WannaCry ໂຕນີ້ມັນຈະລັກເຂົ້າຄອມພິວເຕີຂອງເຮົາຜ່ານຊ່ອງທາງທີ່ສໍາຄັນຫຼາຍ ມັນເລີຍສາມາດແກ້ສິດຕົວເອງໃຫ້ມີອໍານາດຄືກັບ Admin ໄດ້ ແລະ ນັ້ນໝາຍຄວາມວ່າມັນສາມາດເຮັດໄດ້ທຸກຢ່າງກັບຄອມພິວເຕີຂອງເຮົາ ເຊັ່ນວ່າ : ມັນຈະໄປ Lock ໄຟລ໌ຂໍ້ມູນຂອງເຮົາ ແລ້ວເຂົ້າລະຫັດໄຟລ໌ຂອງເຮົາໄວ້ເພື່ອຮຽກຄ່າໄຖ່, ແຕ່ເທົ່ານັ້ນຍັງບໍ່ພໍ ຄອມພິວເຕີຂອງເຮົາກໍ່ຈະກາຍເປັນຕົວແພ່ເຊື້ອ
 ເພື່ອກະຈາຍໄວຣັສໂຕນີ້ໄປສູ່ຄອມພິວເຕີເຄື່ອງອື່ນໆໃນເຄື່ອຂ່າຍຂອງເຮົາ



-------------

ໂດຍປົກກະຕິແລ້ວ ການປ້ອງກັນຕົວຈາກໄວຣັສຮຽກຄ່າໄຖ່ ກໍ່ຄື : ຢ່າເປີດໂປຼແກຼມທີ່ບໍ່ຮູ້ຈັກ, 
ບໍ່ເຂົ້າເວັບ໌ມົ່ວໆ ແລະ ບໍ່ຕ້ອງໂຫລດໄຟລ໌ທີ່ແນວມາກັບ Email ແປກໆ
 ( mail ໃນທີ່ນີ້ໝາຍເຖິງ mail ທີ່ບໍ່ແມ່ນຄົນຮູ້ຈັກ ) 
ຖ້າທຽບກັບຊີວິດຈິງ ກໍ່ຄືຢ່າໄວ້ໃຈຄົນແປກໜ້ານັ້ນແຫລະ 

ແຕ່ວ່າ

ໄວຣັສຮຽກຄ່າໄຖ່ WannaCry ໂຫດກວ່ານັ້ນຫຼາຍກໍ່ຄື ເຮົາບໍ່ຈໍາເປັນຕ້ອງເປີດ Email ຫຼື  ດາວໂຫລດໄຟລ໌
ຕ່າງໆ ກໍ່ສາມາດຖືກ WannaCry ເຂົ້າໂຈມຕີໄດ້ຄືກັນ ພຽງແຕ່ເຮົາເຊື່ອມຕໍ່ອິນເຕີເນັດໄວ້ ແມ່ນເຮົາຖືກໂຈມຕີແນ່ນອນ, ເຖິງແມ່ນວ່າເຮົາຈະຕິດຕັ້ງ Antivirus ໄວ້ກໍ່ບໍ່ສາມາດປ້ອງກັນໄດ້ 
"ອ່າວ ຊວຍແລ້ວ !!! ມີ Antivirus ກໍ່ຊ່ວຍຫຍັງບໍ່ໄດ້" 

ແລ້ວມັນເປັນແນວໃດກັນແທ້ ?

-----

ດຽວເຮົາມາທໍາຄວາມເຂົ້າໃຈໜ້ອຍໜຶ່ງເນາະ ໂດຍທົ່ວໄປແລ້ວເວລາທີ່ Computer  ຕິດຕໍ່ສື່ສານກັນ
ມັນຈະຕິດຕໍ່ໄດ້ຫຼາຍແບບ ຫຼາຍຊ່ອງທາງ ເຊິ່ງໜຶ່ງໃນນັ້ນກໍ່ຄື Protocal ທີ່ຊື່ວ່າ : SMB( Service Message Block )
ເຊິ່ງໜ້າທີ່ຫຼັກຂອງມັນກໍ່ຄື ການແຊ໌ໄຟລ໌, ການແຊ໌ຂໍ້ມູນ ລວມເຖິງການແຊ໌ໍພວກ Printer ຫຼືວ່າ ພວກອຸປະກອນອື່ນໆທີ່ຢູ່ໃນເຄືອຂ່າຍ ປະມານວ່າສາມາດສົ່ງໄຟລ໌ຜ່ານລະບົບ LAN ຫຼືວ່າສາມາດສັ່ງ Print ງານໃນເຄື່ອຂ່າຍນັ້ນແຫລະ.
--------------

SMB( Service Message Block ) 

SMB ເຊິ່ງໄດ້ພັດທະນາມາຫຼາຍເວີຊັ່ນ ເຊັ່ນ: SMB V1, SMB V2 ແລະ SMB V3 ເຊິ່ງປັດຈຸບັນແມ່ນໄດ້ປ່ຽນມາໃຊ້
SMB V2 ແລະ SMB V3 ເປັນສ່ວນຫຼາຍ ສ່ວນ SMB V1 ແມ່ນບໍ່ຄ່ອຍຈະໄດ້ໃຊ້ແລ້ວ

ເອະ !!! ແລ້ວ WannaCry ມັນມາກ່ຽວຫຍັງກັບ SMB 
ແລ້ວ WannaCry ເຂົ້າເຄື່ອງຂອງເຮົາໄດ້ແນວໃດ ໂດຍທີ່ເຮົາບໍ່ໄດ້ Download ຫຍັງເລີຍ ?

ຫຼັກການປະມານວ່າ ມັນໃຊ້ຊ່ອງໂຫວ່ການເຊື່ອມຕໍ່ຂອງ SMB V1 ນິ້ແຫຼະ ເປັນຊ່ອງທາງໃນການເຂົ້າໂຈມຕີ Computer ຂອງເຮົາ ໂດຍທີ່ເຮົາບໍ່ຕ້ອງຄລິກເຂົ້າ File ແລະ ດາວໂຫຼດ File ຫັຍງເລີຍ ( ພຽງແຕ່ເຊື່ອມຕໍ່ອິນເຕີເນັດໄວ້ ກໍ່ອາດຖືກມັນເຂົ້າໂຈມຕີໄດ້  )
ເພາະສະນັ້ນ,  SMB V1 ຈິ່ງບໍ່ເໝາະສົມທີ່ຈະໃຊ້ງານມັນໃນຍຸກນີ້ ເຮົາຄວນປິດມັນຊະ !!!

"ວິທີປ້ອງກັນຕົນເອງຈາກໄວຣັສ WannaCry"

ວິທີ ທີ່ 1 : ອັບເດດ Window ຊະ! ແລ້ວຈະສະບາຍໃຈ 





ວິທີ ທີ່ 2 :  ປິດ SMB V1 ໄປເລີຍ ເພາະມັນເປັນລະບົບແຊໄຟລ໌ທີ່ເກົ່າຫຼາຍ ທີ່ຖືກສ້າງມາໄດ້ປະມານ 30 ກວ່າປີມາແລ້ວ ສະນັ້ນ, ການທີ່ເຮົາຈະປິດ SMB V1 ມັນອາດຈະບໍ່ມີຜົນກະທົບຫຍັງຫຼາຍ ເພາະວ່າໂປຼແກຼມໃນປັດຈຸບັນໄດ້ປ່ຽນເປັນ SMB V2, V3 ໝົດແລ້ວ

  • ສໍາລັບ Window Vista, 7, 8
ເຂົ້າທີ່ Start > cmd > ແລ້ວຄລິກຂວາເລືອກ Run as administrator



ຈາກນັ້ນ ຈະມີໜ້າຕ່າງສີດໍານີ້ຂຶ້ນມາ


ຕໍ່ໄປແມ່ນໃຫ້ Copy ຄໍາສັ່ງລຸ່ມນີ້ໃສ່ 

sc.exe config lanmanworkstation depend= bowser/mrxsmb20/nsi  

ຈາກນັ້ນກົດ Enter ຈະເຫັນວ່າສໍາເລັດ - ແລ້ວ Copy ເອົາລິ້ງລຸ່ມນີ້ເຮັດແບບເກົ່າອີກຄັ້ງ

sc.exe config mrxsmb10 start= disabled

ແລ້ວກົດ Enter ກໍ່ເປັນອັນສໍາເລັດ

  • ສໍາລັບ Window 8.1, 10
 ເຂົ້າທີ່ Start > ແລ້ວພິມ Turn Windows Feature on or off 


ຈາກນັ້ນ ກົດເປີດ  Turn Windows feature On or Off   ກໍ່ຈະມີໜ້າຕ່າງຂຶ້ນມາ

ແລ້ວກົດເອົາເຄື່ອງໝາຍຕິກຖືກອອກຈາກ  SMB 1.0/CIFS File Sharing Support  ແລ້ວກົດ OK



ຫຼັງຈາກນັ້ນ ມັນຈະໃຫ້ເຮົາ Restart ເຄື່ອງແລ້ວເປີດໃໝ່ກໍ່ຖືວ່າເປັນອັນສໍາເລັດ


ເພີ່ມເຕີມ :
ຖ້າເຮົາຢາກຈະເປີດ SMB V1 ເພື່ອໃຊ້ງານຄືນໃໝ່ແມ່ນເຮັດຕາມນີ້
  • ສໍາລັບ Window Vista, 7, 8 : ແມ່ນໃຫ້ເຮັດຄືກັບຕອນປິດ ພຽງແຕ່ Copy ຄໍາສັ່ງພວກນີ້ໃສ່ແທນ  sc.exe config lanmanworkstation depend= bowser/mrxsmb10/mrxsmb20/nsi ແລ້ວກົດ Enter ຈາກນັ້ນ ໃຫ້ Copy ຄໍາສັ່ງທີ່ສອງ sc.exe config mrxsmb10 start= auto  ຈາກນັ້ນກົດ Enter ແລ້ວໃຫ້ Restart ເຄື່ອງໃໝ່ກໍ່ເປັນອັນສໍາເລັດ
  • ສໍາລັບ Window 8.1, 10 :  ເຂົ້າ Turn Windows feature On or Off   ແລ້ວກົດເຄື່ອງໝາຍຕິກຖືກທີ່  SMB 1.0/CIFS File Sharing Support  ແລ້ວກົດ Enter ແລະ Restart ເຄື່ອງໃໝ່ກໍ່ເປັນອັນສໍາເລັດ

--------------------------------------------

ເອກະສານອ້າງອີງ :

11 April 2017

AutoDraw ສຸດເຈ໋ງ ໃຊ້ລະບົບ AI ເຂົ້າຊ່ວຍໃນການແຕ້ມຮູບ


Google ໄດ້ປ່ອຍ AutoDraw ໃຫ້ທົດລອງແຕ້ມຮູບ ເຊິ່ງເປັນເຄື່ອງມືເວັບໄຊ໌
ທີ່ຈະຊ່ວຍໃຫ້ທຸກຄົນເປັນນັກແຕ້ມຮູບໄດ້ໃນເວລາໃນໄວຫຼາຍ ! ພຽງແຕ່ແຕ້ມຮູບພາບແບບກາກໆ ລົງໄປໃຫ້ພໍເຫັນວ່າເປັນຮູບຮ່າງ ແລ້ວລະບົບກໍ່ຈະສະແດງຮູບພາບທີ່ອາດຈະແມ່ນຮູບທີ່ເຮົາແຕ້ມ (ເປັນຮູບພາບງາມໆທີ່ມີຢູ່ໃນລະບົບແລ້ວ) ຂຶ້ນມາໃຫ້
ເຊິ່ງສາມາດໃຊ້ງານໄດ້ໃນມືຖື, Tablet ແລະ Computer ອີກດ້ວຍ




ເຊິ່ງ AutoDraw ໃຊ້ເຕັກໂນໂລຊີດຽວກັນກັບ
ແຕ່ວ່າ AutoDraw ເປັນເຄື່ອງມືທີ່ສ້າງສັນຫຼາຍຂຶ້ນໂດຍເຮັດໃຫ້ຜູ້ໃຊ້ງານສາມາດ
ເຮັດສິ່ງຕ່າງໆໄດ້ຫຼາຍກວ່າການຫຼີ້ນເກມ ເຊັ່ນ: ສາມາດໃຊ້ເປັນເຄື່ອງມືໃນການເຮັດ Poster, Card, ຮູບພາບລະບາຍສີ ແລະ ອື່ນໆອີກ
 -----------------



ເຮົາມາເລີ່ມແຕ້ມກັນເລີຍ
www.autodraw.com


ກົດ Start Drawing



ຈະເຫັນເປັນໜ້າຕ່າງຂາວໆຂຶ້ນມາ ຖ້າຫາກໃຜທີ່ເຄີຍ

ໃຊ້ຈຳພວກໂປຼແກຼມອອກແບບຕ່າງໆກໍ່ຈະຄຸ້ນໆກັບໜ້າຕ່າງແບບນີ້ແລ້ວ

ເພາະວ່າຈະຄ້າຍໆກັນ ມັນຈະມີພື້ນທີ່ໃນການແຕ້ມ ແລະ ເຄື່ອງມືຕ່າງໆທີ່ໃຊ້ໃນການແຕ້ມ

---------------------------------------

"ກົດເລືອກເຄື່ອງມື AutoDraw ແລ້ວເລີ່ມແຕ້ມຮູບທີ່ເຮົາຕ້ອງການ "


  • ທົດລອງແຕ້ມຮູບຄອມພິວເຕີ


ເມື່ອເຮົາແຕ້ມ PC Computer ແບບກາກໆລົງໄປ ໂປຼແກຼມກໍ່ຈະສະແດງຮູບພາບ Tab icon ທີ່ຄ້າຍຄືຮູບທີ່ເຮົາແຕ້ມສະແດງຂຶ້ນມາໃຫ້ເຮົາເລືອກໄດ້ຕາມໃຈແລ້ວກົດເລືອກເອົາຮູບທີ່ເຮົາຕ້ອງການ



----------


  • ທົດລອງແຕ້ມຮູບລົດ


ເລືອກ icon ຮູບລົດ



----------

  • ທົດລອງແຕ້ມຮູບໂທລະສັບ


ເລືອກ icon ຮູບໂທລະສັບ



----------

  • ທົດລອງແຕ້ມຮູບເຮືອນ


ເລືອກ icon ຮູບເຮືອນ




---------


ຫຼັງຈາກທີ່ເຮົາແຕ້ມສຳເລັດ ເຮົາຍັງສາມາດ Download ຮູບພາບທີ່ເຮົາແຕ້ມອອກມາໃຊ້ງານໄດ້ອີກ



----------

ມາລອງຫຼິ້ນນຳກັນເລີຍ
www.autodraw.com

29 March 2017

ແອັບຯ Facebook ອັບເດດໃໝ່ ທີ່ໄດ້ເພີ່ມ Effect ກ້ອງຖ່າຍຮູບ, Share Story ແລະ Direct ຄອມເມັ້ນສົ່ງຂໍ້ຄວາມສຸດເຈ໋ງ



ກ່ອນໜ້ານີ້ Facebook ໄດ່ປ່ອຍຄຸນສົມບັດ Story ສຸດເຈ໋ງໃນແອັບຯຂອງ Facebook ໃຫ້ກັບຜູ້ທີ່ໃຊ້ງານທົ່ວໂລກ, 


"Facebook Story"

ເຊິ່ງຄຸນສົມບັດຂອງ Facebook Story ອາດຈະບໍ່ແມ່ນເລື່ອງທີ່ແປກສຳລັບແອັບຯໃນໂລກຂອງ Social Network, ເຊິ່ງວ່າຈະມີແອັບຯ Instagram, Snapchat ທີ່ໄດ້ມີຄຸນສົມບັດດັ່ງກ່າວມາແຕ່ດົນແລ້ວ
_____________
ລ່າສຸດ ແອັບຯ Facebook ອັບເດດໃໝ່ ທີ່ໄດ້ເພີ່ມ Effect ກ້ອງຖ່າຍຮູບ, Share Story ແລະ Direct ຄອມເມັ້ນສົ່ງຂໍ້ຄວາມສຸດເຈ໋ງ ທີ່ເລີ່ມປ່ອຍໃຫ້ໃຊ້ງານຜ່ານແອັບຯ Facebook ແລ້ວ


ສ່ວນທີ່ເພີ່ມເຂົ້າມາຂອງແອັບຯ Facebook ຈະມີຢູ່ 3 ສ່ວນຫຼັກທີ່ເພີ່ມເຂົ້າມາ ເຊັ່ນ :
....................
 CAMERA    
  

 ຈະເປັນຮູບກ້ອງຖ່າຍຮູບ ເມື່ອກົດເຂົ້າໄປແລ້ວເຮົາຈະສາມາດຖ່າຍຮູບ ຫຼື ອັດວີດີໂອສັ້ນໆ ພ້ອມກັບຕົກແຕ່ງ Effect ຕ່າງໆ ໄດ້ຕາມຕ້ອງການ
 
 

____________
STORY
 

ເປັນສ່ວນທີ່ສະແດງການ Share ເລື່ອງເລົ່າຕ່າງໆ (Story) ຈາກຄົນອື່ນ ຫຼື ເລື່ອງເລົ່າ
ຂອງເຮົາເອງ, ເມື່ອເຮົາ Share ຮູບພາບ ຫຼື ວີດີີໂອຜ່ານ Story ຄົນອື່ນຈະສາມາດເຂົ້າມາເບິ່ງ  ແລະ Direct ຄອມເມັ້ນໄດ້ພາຍໃນ 24 ຊົ່ວໂມງ ຫຼັງຈາກນັ້ນ Story ດັ່ງກ່າວກໍ່ຈະຖືກຊ່ອນໄວ້ໃນໃນ Timeline



____________

DIRECT
 

ເປັນການ Share ຮູບພາບ ຫຼື ວີດີໂອໂດຍກົງໃຫ້ກັບບຸກຄົນທີ່ເຮົາຕ້ອງການໃຫ້ເບິ່ງ Story ຂອງເຮົາພາຍໃນ 24 ຊົ່ວໂມງ ແລະ ຍັງເປັນບ່ອນທີ່ແຈ້ງເຕືອນໃນກໍລະນີທີ່ມີຄົນມາຄອມເມັ້ນ ຫຼື ສົ່ງຂໍ້ຄວາມມາ, ໂດຍສິດການເຂົ້າເບິ່ງຄອມເມັ້ນສະແດງຄວາມເຫັນແມ່ນຂຶ້ນກັບເຈົ້າຂອງ Story ວ່າຈະກຳນົດໃຫ້ໃຜສາມາດເຫັນຄອມເມັ້ນນັ້ນໄດ້ແດ່



____________

( ກ່ອນທີ່ເຮົາຈະ Share Story ເຮົາຍັງສາມາດກຳນົດໄດ້ອີກວ່າເຮົາຕ້ອງການໃຫ້ໃຜເຫັນ Story ເຮົາແດ່ )