
“FaceApp” ເປັນແອັບຯສໍາລັບຄົນທີ່ບໍ່ຄ່ອຍມັກຍິ້ມໂດຍສະເພາະເລີຍ, “FaceApp” ສາມາດປ່ຽນໜ້າເຊັງໆ ໃຫ້ເປັນໜ້າຍິ້ມແຍ້ມ ຫຼື ໜ້າເດັກນ້ອຍ, ໜ້າຕອນເຖັ້າ, ໜ້າມີໜວດ ແລະ ອີກຫຼາຍໆໜ້າໃຫ້ເຮົາໄດ້ເລືອກໃຊ້ກັນຢ່າງເມົາມັນ *_^

ຫຼັງຈາກທີ່ເຮົາດາວໂຫຼດແອັບຯມາແລ້ວ ກໍ່ໃຫ້ເປີດແອັບຯຂຶ້ນມາ ເຊິ່ງໃນສ່ວນຂອງແອັບມັນຈະໃຫ້ເຮົາເລືອກຮູບ ເຊິ່ງສາມາດຖ່າຍເຊວຟີ່ເອົາໜ້າເຮົາໄດ້ເລີຍ ຫຼື ຈະເລືອກເອົາຮູບທີ່ເຮົາເຄີຍຖ່າຍໄວ້ກ່ອນໜ້າກໍ່ໄດ້ (ແນະນໍາວ່າຮູບທີ່ຈະໃຊ້ແຕ່ງ ຄວນເປັນຮູບໜ້າຊື່ເດີ້…)

2. ເມື່ອໄດ້ຮູບທີ່ຕ້ອງການແລ້ວ ແອັບຯຈະໃຊ້ເວລາປະມວນຜົນປະມານ 2ວິ ຈາກນັ້ນຈະສະແດງຮູບທີ່ເຮົາເລືອກພ້ອມກັບສະແດງອິໂມຈິ 😁 🤓😎🧔🏼 ໃຫ້ເຮົາເລືອກໃຊ້ໄດ້ເລີຍ, ເມື່ອເຮົາກົດທີ່ອິໂມຈິ ໃດ ຮູບຂອງເຮົາກໍ່ຈະປ່ຽນໄປຕາມອິໂມຈິທີ່ເຮົາເລືອກ.
ຕົວຢ່າງ : ເຮົາກົດທີ່ 😄(Smile) ຮູບຂອງເຮົາກໍ່ຈະຍິ້ມຄືກັບອິໂມຈິແບບອັດຕະໂນມັດເລີຍ

ນອກຈາກອິໂມຈິໃນແບບອື່ນແລ້ວ ຍັງມີອິໂມຈິທີ່ເຮັດໃຫ້ໜ້າເຖົ້າ, ໜ້າເດັກນ້ອຍ, ປ່ຽນຈາກໜ້າຜູ້ຊາຍເປັນໜ້າຜູ້ຍິງໄດ້ ແລະ ປ່ຽນຈາກໜ້າຜູ້ຍິງເປັນຊາຍໄດ້, ສາມາດສ້າງເປັນ 4ຮູບພ້ອມກັນໄດ້ ກົດທີ່ “Collage” ແລ້ວເລືອກແຕ່ງຮູບໄດ້ເລີຍ

ສາມາດເຮັດເປັນຮູບປຽບທຽບ ໂດຍການກົດທີ່ “Duo” ລວມໄປເຖິງການສ້າງພາບໃຫ້ໄປເປັນ Gif ໂດຍການກົດທີ່ “Gif”

ລອງເອົາໄປໃຊ້ເບິ່ງເນາະ ຮັບຮອງວ່າມີຄວາມສຸກ ຫະຫະ